ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ເວົ້າ​ວ່າ ການ​ຢ້ຽມ​ຢາມ ວໍ​ຊິງ​ຕັນ ຂອງ​ສະ​ຕີ​ໝາຍ​ເລກ​ນຶ່ງ ກຳ​ລັງ​ເກີດ​ໝາກ​ຜົນ


ສະ​ຕ​ີ​ໝາຍ​ເລກ​ນຶ່ງ​ຢູ​ເຄ​ຣນ ທ່ານ​ນາງ ໂອ​ເລ​ນາ ເຊ​ເລັນ​ສ​ກາ ກ່າວ​ຄຳ​ປາ​ໄສ​ຢູ່​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ກ່ຽວ​ກັບ ການ​ບຸ​ກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ, 20 ກໍ​ລະ​ກົດ, 2022.
ສະ​ຕ​ີ​ໝາຍ​ເລກ​ນຶ່ງ​ຢູ​ເຄ​ຣນ ທ່ານ​ນາງ ໂອ​ເລ​ນາ ເຊ​ເລັນ​ສ​ກາ ກ່າວ​ຄຳ​ປາ​ໄສ​ຢູ່​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ກ່ຽວ​ກັບ ການ​ບຸ​ກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ, 20 ກໍ​ລະ​ກົດ, 2022.

ຜົນ​ຂອງ​ການ​ເດີນ​ທາງ​ຢ້ຽມ​ຢາມ​ນະ​ຄອນຫຼວງ ວໍ​ຊິງ​ຕັນ​ຂອງ​ສະ​ຕີ​ໝາຍ​ເລກ​ນຶ່ງ​ຢູ​ເຄ​ຣນ ທ່ານ​ນາງ ໂອ​ເລ​ນາ ເຊ​ເລັນ​ສ​ກີ ເລີ່ມ​ທີ່​ຈະ​ປາ​ກົດ​ຕົວ​ຂຶ້ນ, ອີງ​ຕາມ​ການ​ກ່າວ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໃນ​ ​ຄຳ​ປາ​ໄສ​ປະ​ຈຳ​ວັນ​ຂອງ​ທ່ານ​ເມື່ອ​ວັນ​ພະ​ຫັດ​ວານນີ້.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ແກ່​ທ່ານ ເຈມ​ສ໌ ຣິ​ສ, ທ່ານ ເບັນ​ຈາ​ມິນ ຄາ​ດິນ, ທ່ານ ໂຣ​ເຈີ ວິກ​ເກີ, ທ່ານ ຣິ​ເຈີດ ບ​ລູ​ເມັນ​ຕອ​ລ, ທ່ານ ຣອບ ພອດ​ແມນ, ທ່ານ​ນາງ ຈີນ ຊາ​ຮີນ ແລະ ທ່ານ ລິນ​ຊີ ແກ​ຣມ ໄດ້​ນຳ​ສະ​ເໜີ​ຮ່າງ​ມະ​ຕິ ກ່ຽວ​ກັບ ການ​ຮັບ​ຮູ້​ການ​ກະ​ທຳ​ຂອງ​ຣັດ​ເຊຍ ໃນ​ຢູ​ເຄ​ຣນນັ້ນ ເປັນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ອີງ​ຕາມ​ຮ່າງ​ເອ​ກະ​ສານ​ນັ້ນ, ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ກ່າວ​ປະ​ນາມ ຣັດ​ເຊຍ ສຳ​ລັບ​ກາ​ນ​ດຳ​ເນີນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​ຕໍ່​ປະ​ຊາ​ຊົນ​ແຫ່ງ​ຢູ​ເຄ​ຣນ, ໄດ້​ຮຽກ​ຮ້ອງ ສະ​ຫະ​ລັດ, ພ້ອມ​ກັບ​ອົງ​ການ NATO ແລະ ບັນ​ດາ​ພັນ​ທ​ະ​ມິດ​ສະ​ຫະ​ພາບ​ຢູ​ໂຣບ, ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ແຫ່ງ​ຢູ​ເຄ​ຣນ ເພື່ອ​ປ້ອງ​ກັນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ຕໍ່​ໄປ​ ກັບ​ປະ​ຊາ​ຊົນ ຢູ​ເຄ​ຣນ, ສະ​ໜັບ​ສະ​ໜູນ​ການ​ສືບ​ສວນສອບ​ສວນ​ຂອງ​ສານ​ອາ​ຍາ​ສາ​ກົນ​ເພື່ອ​ນຳ​ເອົາ​ພວກ​ຜູ້​ນຳ​ການ​ເມືອງ ຣັດ​ເຊຍ ແລະ ເຈົ້າ​ໜ້າ​ທີ່ກອງ​ທັບ​ມາ​ລົງ​ໂທດ​ສຳ​ລັບ​ການ​ຮຸນ​ຮານ, ອາ​ຊະ​ຍາ​ກຳ​ສົງ​ຄາມ, ອາ​ຊະ​ຍາ​ກຳ​ຕໍ່​ມວນ​ມະ​ນຸດ ແລະ ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ດ້ວຍ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ຕໍ່​ປະ​ຊາ​ຊົນ ຢູ​ເຄ​ຣນ ແລະ ປະ​ເທດ​ຂອງ​ພວກ​ເຮົາ, ຣັ​ດ​ເຊຍ ແມ່ນ​ມີ​ແຕ່​ກຳ​ລັງ​ຝັງ​ໂຕ​ຂອງ​ເຂົາ​ເຈົ້າເອງ.”

ໃນ​ຂະ​ນະ​ດຽວ​ກັນ, ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ຫຼັງ​ຈາກ​ໄດ້​ຈັດ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ຜູ້​ນຳ​ກອງ​ທັບ ແລະ ພະ​ນັກ​ງານ​ຂອງ​ທ່ານ​ໃນ​ຕອນ​ເຊົ້າ​ຂອງວັນ​ນັ້ນ ເຂົາ​ເຈົ້າ​ໄດ້​ສະຫຼຸບ​ວ່າ “ພວກ​ເຮົາ​ມີ​ໂອ​ກາດ​ຢ່າງຫຼວງຫຼາຍ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງກອງ​ກຳ​ລັງ​ຂອງ​ພວກ​ເຮົາ​ຢູ່​ແນວໜ້າ ແລະ ສຳ​ລັບ​ການ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງຫຼວງຫຼາຍ​ຄັ້ງໃໝ່​ຕໍ່​ພວກ​ບຸກ​ລຸກ​ນັ້ນ.”

ແນວ​ໃດ​ກໍ່​ຕາມ, ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ໂຈມ​ຕີ​ເມືອງ​ຕ່າງ​ໆ​ຂອງ ຢູ​ເຄ​ຣນ ອີກ​ຄັ້ງ​ນຶ່ງດ້ວຍ​ການ​ໂຈມ​ຕີ​ໄລ​ຍະ​ໄກ, ພຽງ​ນຶ່ງວັນຫຼັງ​ຈາກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ໄດ້​ເຕືອນ​ວ່າ ມົ​ສ​ກູ ແມ່ນ​ກຳ​ລັງ​ກະ​ກຽມ​ທີ່​ຈະ​ຂະ​ຫຍາຍ​ສົງ​ຄາມ​ຂອງ​ພວກ​ເຂົາ​ໃນ​ຢູ​ເຄ​ຣນ ນອກ​ເໜືອຈາກ​ພາກ​ພື້ນດອນ​ບາ​ສ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ກ່າວ​ວ່າ ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ໄດ້​ກະ​ທົບ​ຖືກຫຼາຍ​ເມືອງ, ລວມ​ທັງ​ຕະຫຼາດ​ແຫ່ງ​ນຶ່ງ​ໃນ​ເມືອງ ຄາ​ກີບ, ເຊິ່ງ​ແມ່ນ​ເມືອງ​ທີ່​ໃຫຍ່​ອັນ​ດັບ​ສອງ​ຂອງ ຢູ​ເຄ​ຣນ, ເຮັດ​ໃຫ້​ສາມ​ຄົນ​ເສຍ​ຊີ​ວິດ ແລະ 23 ຄົນ​ບາດ​ເຈັບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG