ກອງທັບຂອງ ຢູເຄຣນ ໄດ້ໃຊ້ໂດຣນເພື່ອແນເປົ້າໃສ່ໂຮງກັ່ນນ້ຳມັນຂອງ ຣັດເຊຍ ໃນວັນພຸດມື້ນີ້, ເຊິ່ງໄດ້ສ້າງຄວາມເສຍຫາຍຢູ່ສະຖານທີ່ແຫ່ງນຶ່ງໃນພາກພື້ນ ເຣຍຊານ.
ທ່ານ ພາແວລ ມາລກອຟ, ຜູ້ປົກຄອງພາກພື້ນ ເຣຍຊານ, ໄດ້ກ່າວວ່າການໂຈມຕີໃສ່ໂຮງກັ່ນນ້ຳມັນຢູ່ທີ່ນັ້ນ ໄດ້ກໍ່ໃຫ້ເກີດໄຟໄໝ້ ແລະ ມີການບາດເຈັບ, ອີງຕາມລາຍງານໃນເບື້ອງຕົ້ນ.
ພວກເຈົ້າໜ້າທີ່ໃນພາກພື້ນ ເລນິນກຣາດ ໄດ້ກ່າວວ່າລະບົບປ້ອງກັນອາກາດຂອງ ຣັດເຊຍ ໄດ້ຍິງໂດຣນຂອງ ຢູເຄຣນ ຕົກໃນຂະນະທີ່ມັນໄດ້ບິນເຂົ້າໃກ້ໂຮງກັ່ນນ້ຳມັນ ແລະວ່າ ບໍ່ໄດ້ມີຄວາມເສຍຫາຍໃດໆ.
ການໂຈມຕີຕ່າງໆແມ່ນສ່ວນນຶ່ງຂອງຄື້ນການປ່ອຍໂດຣນ ຢູເຄຣນ ເຂົ້າໄປໃນເຂດແດນຂອງ ຣັດເຊຍ ເປັນວັນທີສອງລຽນຕິດ.
ທ່ານ ອາເລັກແຊນເດີ ກູເຊັຟ, ຜູ້ປົກຄອງພາກພື້ນ ໂວໂຣເນັສ ທີ່ມີເຂດຊາຍແດນຕິດກັບຢູເຄຣນ, ໄດ້ກ່າວໃນວັນພຸດມື້ນີ້ວ່າລະບົບປ້ອງກັນໄພອາກາດໄດ້ຍິງໂດຣນຂອງ ຢູເຄຣນ ຫຼາຍກວ່າ 30 ລຳຕົກ ໃນຕອນຂ້າມຄືນທີ່ຜ່ານມາ.
ໃນວັນອັງຄານວານນີ້, ໂດຣນຂອງ ຢູເຄຣນ ໄດ້ສ້າງຄວາມເສຍຫາຍຕໍ່ສະຖານທີ່ນ້ຳມັນເຊື້ອໄຟຂອງ ຣັດເຊຍ ສອງແຫ່ງ.
ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ກ່າວວ່າລູກສອນໄຟຂອງ ຣັດເຊຍ ລູກນຶ່ງໄດ້ຕົກຖືກຕຶກທີ່ພັກອາໄສໃນເມືອງ ຄຣາຍວີ ຣີ ໃນພາກກາງ, ເຮັດໃຫ້ຢ່າງໜ້ອຍ 3 ຄົນເສຍຊີວິດ ແລະ ບາດເຈັບຢ່າງໜ້ອຍ 38 ຄົນ.
ທ່ານ ໂອເລັກແຊນເດີ ວິລຄຸລ, ຫົວໜ້າຫ້ອງການກອງທັບຂອງເມືອງ ຄຣາຍວີ ຣີ ໄດ້ກ່າວວ່າການໂຈມຕີໃສ່ຕຶກດັ່ງກ່າວແມ່ນລູກສອນໄຟ ນຶ່ງໃນສາມລູກທີ່ຕົກຖືກເມືອງນັ້ນ, ເຊິ່ງເປັນບ້ານເກີດຂອງປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ແລະ ມັກຈະເປັນເປົ້າໝາຍການໂຈມຕີຂອງ ຣັດເຊຍ.
ທ່ານ ເຊເລັນສກີ ໄດ້ສະແດງຄວາມເສຍໃຈໃນສື່ສັງຄົມ ແລະ ຂອບໃຈບັນດານັກກູ້ໄພສຳລັບການສະໜອງການຊ່ວຍເຫຼືອ.
ທ່ານໄດ້ຂຽນວ່າ “ທຸກມື້, ເມືອງຕ່າງໆ ແລະ ໝູ່ບ້ານຂອງພວກເຮົາໄດ້ປະສົບກັບການໂຈມຕີທີ່ຄ້າຍຄືກັນ. ທຸກມື້, ຢູເຄຣນ ໄດ້ສູນເສຍປະຊາຊົນໃຫ້ພວກຜີມານ ຣັດເຊຍ. ມັນຈະບໍ່ມີການຢຸດ, ບໍ່ແມ່ນມື້ນຶ່ງ, ອາທິດນຶ່ງ, ບໍ່ໃຫ້ເວົ້າເຖິງເລີຍເດືອນນຶ່ງ, ສຳລັບການສະໜັບສະໜູນເພື່ອປ້ອງກັນຊີວິດ, ເພື່ອປ້ອງກັນປະຊາຊົນຈາກການກໍ່ການຮ້າຍ.”
ຟໍຣັມສະແດງຄວາມຄິດເຫັນ