ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຢຍຣະມັນ ເດັນມາກ ແລະເນເທີແລນ ຈະສົ່ງລົດຖັງລຸ້ນເກົ່າ ທີ່ໄດ້ຖືກປັບປຸງໃໝ່ ໄປໃຫ້ຢູເຄຣນ


ພວກຄົນຮັກແພງຂອງທະຫານຢູເຄຣນ ທ້າວ ໂອເລັກ ຄູນີເນັດສ໌ ພາກັນຮ້ອງໄຫ້ ໃນລະຫວ່າງພິທີສົ່ງສະການຂອງລາວ ຢູ່ໃນເມືອງເລີວີບ ຂອງຢູເຄຣນ, ວັນທີ 7 ກຸມພາ 2023.
ພວກຄົນຮັກແພງຂອງທະຫານຢູເຄຣນ ທ້າວ ໂອເລັກ ຄູນີເນັດສ໌ ພາກັນຮ້ອງໄຫ້ ໃນລະຫວ່າງພິທີສົ່ງສະການຂອງລາວ ຢູ່ໃນເມືອງເລີວີບ ຂອງຢູເຄຣນ, ວັນທີ 7 ກຸມພາ 2023.

ເຢຍຣະມັນ, ເດັນມາກ ແລະເນເທີແລນ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ພວກເພິ່ນວາງແຜນທີ່ຈະສົ່ງລົດຖັງລຸ້ນເກົ່າ ລຽວປາດ 1 ຢ່າງໜ້ອຍ 100 ຄັນ ທີ່ໄດ້ຮັບການປັບປຸງໃໝ່ ໄປໃຫ້ຢູເຄຣນ ເພື່ອເສີມກຳລັງໃນດ້ານການປ້ອງກັນຂອງຕົນ ຂະນະທີ່ການບຸກລຸກຂອງຣັດເຊຍ ຍັບໃກ້ເຂົ້າຮອດຂີດໝາຍນຶ່ງປີ.

ລົດຖັງລຽວປາດ 1 ໄດ້ຖືກຜະລິດຂຶ້ນມາໃນກາງຊຸມປີ 1960 ຫາ ກາງຊຸມປີ 1980 ແລະເມື່ອໃດທີ່ໄດ້ປັບໃຫ້ພ້ອມສູ້ລົບອີກເທື່ອນຶ່ງແລ້ວ ກໍຈະບໍ່ເຂົ້າໄປຮອດພວກນັກລົບຂອງກີຢິບ ຈົນກວ່າຫຼາຍເດືອນໃນລະດູຮ້ອນ. ແຕ່ລັດຖະມົນຕີປ້ອງກັນປະເທດຂອງເຢຍຣະມັນ, ເດັນມາກ ແລະເນເທີແລນ ໄດ້ກ່າວໃນຖະແຫລງ ການສະບັບນຶ່ງວ່າ ອາວຸດຍຸດໂທປະກອນຕື່ມອີກຈະ “ເສີມຂະຫຍາຍຄວາມສາ ມາດດ້ານການທະຫານຂອງຢູເຄຣນ ໃນການຟື້ນຟູຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ທີ່​ໄດ້ຖືກລ່ວງລ້ຳຂອງພວກເຂົາເຈົ້ານັ້ນ ກັບຄືນມາ.”

ກະຊວງປ້ອງກັນປະເທດຂອງເຢຍຣະມັນ ໄດ້ກ່າວວ່າ ທາງການຂອງເບີລິນ ໄດ້ອະນຸມັດການສົ່ງອອກລົດຖັງ ລຽວປາດ 1 A5, 178 ຄັນໄປໃຫ້ພວກນັກລົບຂອງຢູເຄຣນ ແຕ່ໄດ້ກ່າວວ່າ ຈຳນວນແທ້ຈິງທີ່ໄດ້ສົ່ງໄປນັ້ນ ຈະຂຶ້ນຢູ່ກັບການບູລະນະຄືນໃໝ່ທີ່ຕ້ອງການ. ເຢຍຣະມັນ ບໍ່ໄດ້ນຳໃຊ້ລົດຖັງດັ່ງກ່າວ ນັບຕັ້ງແຕ່ປີ 2003.

ອາວຸດໃໝ່ທີ່ໄດ້ຖືກສົ່ງໄປປະຈຳການ ແມ່ນບວກໃສ່ການປະກາດຂອງເຢຍຣະມັນເມື່ອບໍ່ດົນມານີ້ ທີ່ວ່າ ຕົນຈະສົ່ງລົດຖັງ ລຽວປາດ 2 ທີ່ໃໝ່ກວ່າ 14 ຄັນ ໄປໃຫ້ນັກລົບຂອງຢູເຄຣນ. ສະຫະລັດ ໄດ້ກ່າວວ່າ ຕົນຈະສະໜອງລົດຖັງ ເອບຣຳສ໌ ທີ່ຢູ່ແຖວໜ້າຂອງຕົນ 30 ຄັນ.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ກ່າວເປັນເວລາຫຼາຍວັນມາແລ້ວ ວ່າ ພວກເຂົາຄາດໝາຍວ່າ ກອງກຳຂອງຣັດເຊຍ ຈະທຳການໂຈມຕີໃໝ່ຢູ່ໃນພາກຕາເວັນອອກ ແລະພາກໃຕ້ຂອງຢູເຄຣນ ເພື່ອໃຫ້ກົງກັບວັນຄົບຮອບນຶ່ງປີຂອງການບຸກລຸກຂອງພວກເຂົາ ໃນວັນທີ 24 ກຸມພານີ້ ຫາກແຕ່ວ່າ ພວກນັກວິເຄາະຕາເວັນຕົກ ໄດ້ສະແດງຄວາມສົງໄສກ່ຽວກັບຄວາມສາມາດຂອງຣັດເຊຍ ໃນການດຳເນີນບຸກໂຈມຕີຂະໜາດໃຫຍ່ຮອບໃໝ່.

ໃນຂະນະດຽວກັນ ລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ທ່ານໂອເລັກຊີ ເຣສນິຄັອບ ໄດ້ຂຽນລົງໃນທວີດເຕີ ເມື່ອວັນອັງຄານວານນີ້ ວ່າ ການປະຕິຮູບໃນປະຕິບັດການຂອງຢູເຄຣນ ຍັງມີຢູ່ຕໍ່ເນື່ອງ “ແມ່ນກະທັງໃນລະຫວ່າງສົງຄາມ”, ໃນຄຳເຫັນທີ່ມີຂຶ້ນທ່າມກາງການລາອອກຈາກຕຳແໜ່ງຂອງລັດຖະບານຫຼາຍຄົນ ແລະການປົດອອກ ແລະຂ່າວລືທີ່ວ່າ ທ່ານຈະຖືກປ່ຽນແທນ.

ທ່ານເຣສນິຄັອບ ໄດ້ກ່າວວ່າ “ຂອບໃຈໝົດທຸກຄົນສຳລັບການສະໜັບສະໜຸນຂອງເຈົ້າ ພ້ອມດ້ວຍຄຳຕ້ອງຕິທີ່ສ້າງສັນ. ພວກເຮົາໄດ້ຂໍ້ສະຫລຸບແລ້ວ.”

ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ທ່ານໂອເລັກຊີ ເຣສນິຄັອບ (Oleksii Reznikov) ເຂົ້າຮ່ວມໃນກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກີຢິບ, ວັນທີ 26 ຕຸລາ 2022.
ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງຢູເຄຣນ ທ່ານໂອເລັກຊີ ເຣສນິຄັອບ (Oleksii Reznikov) ເຂົ້າຮ່ວມໃນກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກີຢິບ, ວັນທີ 26 ຕຸລາ 2022.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG