ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ການ​ຕີ​ໂຕ້​ຄືນ​ຂອງ​ທະ​ຫານ​ຢູ​ເຄ​ຣນ ໄດ້​ສ້າງ​ບັນ​ຫາ ໃຫ້​ແກ່ກອງ​ທັບ​ຣັດ​ເຊຍ


ນີ້​ແມ່​ນ​ລົດ​ຖັງ​ຣັດ​ເຊຍ ທີ່​ຖືກ​ທຳ​ລາຍ ທ່າມ​ກາງ​ການ​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ໃນ​ເຂດ​ຊູ​ມີ (Sumy) ເມື່ອ​ວັນ​ທີ 7 ມີ​ນາ 2022. (Press Service of the Ukrainian Ground Forces/Handout via Reuters)
ນີ້​ແມ່​ນ​ລົດ​ຖັງ​ຣັດ​ເຊຍ ທີ່​ຖືກ​ທຳ​ລາຍ ທ່າມ​ກາງ​ການ​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ໃນ​ເຂດ​ຊູ​ມີ (Sumy) ເມື່ອ​ວັນ​ທີ 7 ມີ​ນາ 2022. (Press Service of the Ukrainian Ground Forces/Handout via Reuters)

ກຳປັ່ນລົບຂອງຣັດເຊຍ ໄດ້ຍິງຖະຫຼົ່ມເປົ້າໝາຍຕ່າງໆໃກ້ເມືອງໂອແດັສສາ ໃນຕອນເຊົ້າວັນພຸດວານນີ້ ຊຶ່ງອາດເປັນສ່ວນນຶ່ງ ຂອງການເພີ້ມ​ທະ​ວີ​ໃນໂຈມຕີໃສ່ເມືອງທ່າເຮືອຂອງຢູເຄຣນ. ແຕ່ນັກຍຸດທະສາດການທະຫານບາງຄົນ ກ່າວວ່າ ກອງກຳລັງຣັດເຊຍ ຍັງດີ້ນຮົນເພື່ອຄຸ້ມຄອງດິນແດນທີ່ພວກເຂົາຢຶດມາໄດ້ແລະ ໄດ້ປະສົບກັບຄວາມ​ເສຍ​ໄຊຢ່າງຮ້າຍແຮງ ໃນການປະທະກັນຢ່າງດຸເດືອດຢູ່ທີ່ແຫ່ງອື່ນໆ ຊຶ່ງເປັນໄປໄດ້ສູງວ່າ ອາດຈະເຮັດໃຫ້ການບຸກໂຈມຕີເມືອງໂອແດັສສາ ຊັກຊ້າລົງກໍເປັນໄດ້.

ກະຊວງປ້ອງກັນປະເທດຂອງອັງກິດ ໃນການ​ລາຍ​ງານ​ກ່ຽວ​ກັບສະພາບການສູ້ລົບປະຈຳວັນຂອງຕົນ ໄດ້ປະເມີນວ່າ ກອງກຳລັງຂອງຣັດເຊຍ ແມ່ນພວມດີ້ນ ຮົນເພື່ອຮັບ​ມື​ກັບບັນຫາທ້າທາຍທັງຫຼາຍຈາກສະພາບພູມິປະເທດຂອງຢູເຄຣນ ແລະທີ່ວ່າ ບັນດາໜ່ວຍທະຫານຂອງຣັດເຊຍສ່ວນໃຫຍ່ຍັງອາ​ໄສຢູ່ຕາມຖະໜົນສາຍຕ່າງໆຂອງຢູເຄຣນ ຊຶ່ງສະແດງໃຫ້ເຫັນ​ເຖິງຄວາມລັງເລໃຈ ທີ່ຈະແລ່ນອອກໄປນອກເສັ້ນທາງເພື່ອຫລົບລີກ. ກະຊວງດັ່ງກ່າວ ໄດ້ເວົ້າວ່າ ກອງກຳລັງຂອງຢູເຄຣນ ສາມາດເຮັດໃຫ້ການບຸກເຂົ້າມາຂອງຣັດເຊຍຢຸດສະງັກລົງ ດ້ວຍການລະເບີດຂົວຫຼາຍແຫ່ງ.

ກະຊວງປ້ອງກັນປະເທດຂອງອັງກິດ ໄດ້ສະລຸບວ່າ “ຍຸດທະວິທີຂອງກອງທັບຢູເຄຣນ ໄດ້ປັບຕົວເພື່ອສວຍໃຊ້ຄວາມບົກຜ່ອງໃນການເຄື່ອນກຳລັງຂອງຣັດເຊຍ ຊຶ່ງເຮັດໃຫ້ການບຸກລຸກຂອງຣັດເຊຍ ໄດ້​ຮັບ​ການທໍ້ຖອຍ ແລະສ້າງຄວາມເສຍຫາຍຢ່າງໜັກ ຕໍ່ກອງກຳລັງທີ່ບຸກລຸກເຂົ້າມາ.”

ລົດ​ຖັງ​ຂອງກອງ​ທັບ​ຣັດ​ເຊຍ ແລ່ນ​ໄປ​ມາ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ໃນ​ເຂດ​ຊານ​ເມືອງ​ມາ​ຣີ​ອູ​ໂປ​ລ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 11 ມີ​ນາ 2022.
ລົດ​ຖັງ​ຂອງກອງ​ທັບ​ຣັດ​ເຊຍ ແລ່ນ​ໄປ​ມາ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ໃນ​ເຂດ​ຊານ​ເມືອງ​ມາ​ຣີ​ອູ​ໂປ​ລ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 11 ມີ​ນາ 2022.

ທ່ານມີແຄໂລ ໂປໂດລີຢັກ (Mykhailo Podolyak) ທີ່ປຶກສາຂອງປະທານາ ທິບໍດີຢູເຄຣນ ໄດ້ກ່າວໃນວັນພຸດວານນີ້ ໃນທວີດເຕີ ວ່າ ການໂຈມຕີຕອບໂຕ້ຫຼາຍໆຮອບໃນ “ພື້ນທີ່ປະຕິບັດການຫຼາຍແຫ່ງ” ໄດ້ຫັນປ່ຽນ “ທັດສະນະຄະຕິຂອງຝ່າຍຕ່າງໆ” ທີ່ທຳການສູ້ລົບ. ແລະທ່ານໂອເລັກຊີ ອາເຣສໂຕວິຈ (Oleksiy Arestovych) ທີ່ປຶກສາອີກຄົນນຶ່ງຂອງປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ໄດ້ກ່າວວ່າ ການໂຈມຕີຕອບໂຕ້ຂະໜາດນ້ອຍ ຂອງຢູເຄຣນ ທີ່ກອງກຳລັງຂອງຣັດເຊຍບໍ່ສາມາດກ​ວດ​ລ້າງ “ຢູ່ໃນຈຸດຮ້ອນແຮງຫຼັກ” ອ້ອມຮອບນະຄອນຫຼວງກີຢິບ ແລະມີໂອກາດໜ້ອຍທີ່ພວກເຂົາຈະເຮັດໄດ້ເນື່ອງ ຈາກວ່າ “ຣັດເຊຍ ໄດ້ນຳໃຊ້ຍຸດໂທປະກອນຂອງຕົນຈົນໝົດ.”

ສອງສ່ວນສາມຂອງຈະຫຼວດຣັດເຊຍ ໄດ້ຍິງຖືກຕຶກອາຄານຂອງພົນລະເຮືອນ ແລະພື້ນຖານໂຄງລາງ ອີງຕາມການກ່າວຂອງທ່ານອາເຣສໂຕວິຈ ໃນຖະ ແຫຼງການຜ່ານທາງວີດີໂອ.

ເຈົ້າໜ້າທີ່ຂອງຢູເຄຣນ ໄດ້ກ່າວວ່າ ກອງກຳລັງຂອງຣັດເຊຍ ໄດ້ສືບຕໍ່ຍິງຖະຫຼົ່ມ ຄາກີບ ເມືອງໃຫຍ່ອັນດັບສອງຂອງຢູເຄຣນແລະເມືອງອ້ອມຂ້າງທັງຫຼາຍ. ຄຸ້ມຕຶກບ້ານພັກອາພາດເມັ້ນສູງຫຼາຍຊັ້ນ ໄດ້ຖືກໂຈມຕີດ້ວຍປືນໃຫຍ່ ຢູ່ໃນນະ ຄອນຫຼວງກີຢິບຂອງຢູເຄຣນ ໃນວັນພຸດວານນີ້ ທີ່ໄດ້ທຳລາຍຊັ້ນເທິງສຸດ ແລະກໍ່ໃຫ້ເກີດໄຟໄໝ້. ມີລາຍງານວ່າ ມີຜູ້ເຄາະຮ້າຍສອງຄົນແຕ່ຍັງບໍ່ທັນມີການຢືນ ຢັນວ່າ ພວກເຂົາໄດ້ເສຍຊີວິດຫຼືໄດ້ຮັບບາດເຈັບ. ມາຮອດປັດຈຸບັນນີ້ ອຳນາດການປົກຄອງຂອງຢູເຄຣນ ກະປະມານວ່າ ຣັດເຊຍ ໄດ້ທຳລາຍ ຕຶກອາຄານ 3,500 ຫຼັງ ໃນ 21 ວັນຂອງສົງຄາມລວມທັງໂຮງຮຽນຫຼາຍກວ່າ 200 ແຫ່ງ.

ກອງທັບຢູເຄຣນກ່າວວ່າ ມີທະຫານຣັດເຊຍ 13,800 ຄົນ ໄດ້ຖືກ​ຂ້າ​ຕາຍ ຫຼືຖືກຈັບ​ໄດ້ ນັບແຕ່ເລີ້ມການບຸກໂຈມຕີຂອງຣັດເຊຍ ໃນວັນທີ 24 ກຸມພາຜ່ານ​ມາ. ພວກເຂົາເຈົ້າຍັງກ່າວອີກວ່າ ຕົນໄດ້ທຳລາຍຫຼືສ້າງເສຍຫາຍ​ໃຫ້​ແກ່ລົດຖັງ ​ຣັດ​ເຊຍ 430 ຄັນ ແລະລົດຫຸ້ມເກາະ​ອີກ 1,375 ຄັນ. ການກ່າວອ້າງຂອງຢູເຄຣນ ​ຍັງບໍ່​ສາ​ມາດໄດ້ຮັບການຢືນຢັນ ຈາກໜ່ວຍງານທີ່ເປັນອິດສະຫຼະເທື່ອ.

ນາຍ​ພົນ​ຄົນ​ທີ 4 ຂອງກອງ​ທັບ​ຣັດ​ເຊຍ ທ່ານ​ໂອ​ເລັກ ມີ​ຕີ​ຢາ​ເອັບ (Oleg Mityaev) ຜູ້​ບັນ​ຊາ​ການກອງ​ພົນ​ຍານ​ເກາະ​ທີ 150 ຂອງ​ຣັດ​ເຊຍ ອາ​ຍຸ 47 ປີ ມີ​ລາຍ​ງານ​ວ່​າ ໄດ້​ຖືກ​ຂ​້າ​ຕາຍ. ກີ​ຢິບ​ກ່າວ​ວ່າ ນາຍ​ພົນມີ​ຕີ​ຢາ​ເອັບ ທີ່​ເຄີຍ​ໄປ​ສູ້​ລົບ​ຢູ່​ຊີ​ເຣຍ​ມາ​ແລ້ວນັ້ນ ໄດ້​ຖືກ​ຂ້າ​ຕາຍ​ໃກ້ໆ​ກັບ​ເມືອງ​ມາ​ຣີ​ອູ​ໂປ​ລ ແລະ​ໄດ້​ນຳ​ເຜີຍ​ແຜ່​ຮ​ູບ​ທີ່​ອ້າງວ່າ​ເປັນສົບຂອງ​ຜູ້​ກ່ຽວ. ແຕ່​ມົ​ສ​ກູ​ ຍັງ​ບໍ່​ທັນ​ໃຫ້​ການ​ຢືນ​ຢັນ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂ​ອງ​ນາຍ​ພົນ​ຜູ້ນີ້​ເທື່ອ.

ຖ້າ​ການ​ກ່າວ​ອ້າງ​ດັ່ງ​ກ່າວ​ຫາກ​ຖືກ​ຕ້ອດງ ລາວ​ຈະ​ເປັນ​ນາຍ​ພົນ​ຄົນ​ທີ 4 ຂອງ​ຣັດ​ເຊຍ ທີ່​ໄດ້​ຖືກ​ຂ້າ​ຕາຍ​ໃນ​ຢູ​ເຄ​ຣນ ແລະ​ເປັນ​ນາຍ​ທະ​ຫານ​ຄົນ​ທີ 13 ຂອງ​ຣັດ​ເຊຍ ນັບ​ແຕ່​ວັນ​ທີ 24 ກຸ​ມ​ພາ ​ເປັນ​ຕົ້ນ​ມາ ເວ​ລາ​ການ​ບຸກເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ເລີ້ມ​ຂຶ້ນນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG