ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ຢູ​ເຄ​ຣນ ກ່າວ​ວ່າ ເກີດ​ການ​ສູ້​ລົບ​ຢ່າງ​ໜັກ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ


​ທີ່​ເຫັນ​ນັ້ນ ​ແມ່ນ​ໂດ​ຣນຂອງ​ຣັດ​ເຊຍ​ລະ​ເບີດ ໃນ​ທ້ອງ​ຟ້າ​ຍາມ​ກາງ​ຄືນ ຫຼັງ​ຈາກ​ຖືກ​ຍິງ​ສະ​ກັດ​ກັ້ນ ຢູ່​ເໜືອ​ທ້ອງ​ຟ້າ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 2 ກໍ​ລະ​ກົດ 2023, ໃນ​ຮູບ​ທີ່​ໄດ້​ມາ​ຈາກວີ​ດີ​ໂອ.
​ທີ່​ເຫັນ​ນັ້ນ ​ແມ່ນ​ໂດ​ຣນຂອງ​ຣັດ​ເຊຍ​ລະ​ເບີດ ໃນ​ທ້ອງ​ຟ້າ​ຍາມ​ກາງ​ຄືນ ຫຼັງ​ຈາກ​ຖືກ​ຍິງ​ສະ​ກັດ​ກັ້ນ ຢູ່​ເໜືອ​ທ້ອງ​ຟ້າ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 2 ກໍ​ລະ​ກົດ 2023, ໃນ​ຮູບ​ທີ່​ໄດ້​ມາ​ຈາກວີ​ດີ​ໂອ.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ​ກ່າວໃນ​ວັນ​ອາ​ທິດ​ວານນີ້​ວ່າ ​ກຳ​ລັງ​ຂອງ​ຣັດ​ເຊຍ​ໄດ້​ບຸກ​ຄືບ​ໜ້າ​ຢູ່​ໃນ​ບາງ​ເຂດ ທາງ​ພາກ​ຕາ​ເວັນ​ອອກ ​ຂອງ​ຢູ​ເຄ​ຣນ ທ່າມ​ກາງ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ ໃນ​ຂະ​ນະ​ທີ່​ທະ​ຫານ​ຢູ​ເຄ​ຣນ​ເຂົ້າ​ຢຶດ​ບາງ​ເຂດ​ຢູ່​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູ​ເຄ​ຣນ ທ່ານ​ນາງ​ຮານ​ນາ ມາ​ລີ​ອາ ກ່າວ​ວ່າ ການ​ບຸກ​ຄືບ​ໜ້າ​ຂອງ​ຣັດ​ເຊຍ​ມີ​ຂຶ້ນ​ໃນ​ຫຼາຍໆ​ພື້ນ​ທີ່​ໃນ​ເຂດ​ໂດ​ແນັດ ຮວມ​ທັງ​ເມືອງ​ລີ​ມານ ອັບ​ດີ​ກາ ແລະ​ມາ​ຣິນ​ກາ.

ທ່ານ​ນາງ​ມາ​ລີ​ອາ ກ່າວ​ວ່າ “ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ພວມ​ດຳ​ເນີນ​ຢູ່​ໃນ​ທຸກໆ​ແຫ່ງ ສະ​ຖາ​ນະ​ການ​ແມ່ນ​ສະ​ຫຼັບ​ຊັບ​ຊ້ອນ.”

ທ່ານ​ນາງ​ມາ​ລີ​ອາ​ເວົ້າ​ວ່າ ຢູ່​ໃນ​ເຂດ​ພາກ​ໃຕ້​ຂອງ​ປະ​ເທດ ກຳ​ລັງ​ຂອງ​ຢູ​ເຄ​ຣນ​ໄດ້​ປະ​ເຊີນ​ກັບ “ການ​ຕ້ານ​ຢັນ​ຢ່າງ​ເຂັ້ມ​ແຂງ​ຂອງ​ສັດ​ຕູ ໃນ​ເຂດ​ບໍ່​ແຮ່​ທີ່​ສອກ​ຫຼີກ​ຫ່າງ​ໄກ ແລະ​ມີ​ການ​ສົ່ງ​ກອງ​ໜຸນ​ຂອງ​ຣັດ​ເຊຍ​ເຂົ້າ​ປະ​ຈຳ​ການ.

ຫຼັງ​ຈາກມີ​ຄວາມງຽບ​ສະ​ຫງົບ​ມາ​ໄດ້ 12 ມື້ ຣັດ​ເຊຍ​ກໍ​ເລີ້ມ​ທຳ​ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫລື​ໂດ​ຣນ​ຄືນ​ອີກ ​ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດ ຢູ່​ໃນ​ທົ່ວ​ປະ​ເທດ​ຢູ​ເຄ​ຣນ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 1 ຄົນ​ ໃນ​ເຂດນະ​ຄອນ​ຫຼວງ​ກີ​ຢິບ​ ຍ້ອນ​ຖືກ​ຊາກ​ຫັກ​ພັງ​ລົງ​ມາ​ທັບ. ການ​ໂຈມ​ຕີ​ໄດ້​ຖືກ​ສະ​ກັດ​ກັ້ນ​ໂດຍ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ຂອງ​ຢູ​ເຄ​ຣນ.

ເຈົ້າ​ໜ້າ​ທີ່​ໃນ​ເຂດ​ນະ​ຄອນ​ຫຼວງ​ກີ​ຢິບ​ຂອງ​ຢູ​ເຄ​ຣນ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຈຳ​ນວນ​ທີ່​ຄັກ​ແນ່​ຂອງ​ໂດ​ຣນ​ທີ່​ທຳ​ການ​ໂຈມ​ຕີ ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ. ແຕ່ກອງ​ທັບ​ອາ​ກາດ​ຢູ​ເຄ​ຣນ​ກ່າວ​ວ່າ ໂດ​ຣນ​ຊາ​ເຮັດທີ່​ຜະ​ລິດ​ໂດຍ​ອີ​ຣ່ານ​ທັງ​ 8 ລຳພ້ອມກັບ​ ​ລູກ​ສອນ​ໄຟ​ຄ​ຣູ​ສ ຄາ​ລີ​ເບີ 3 ລູກ ໄດ້​ຖືກ​ຍິງ​ຕົກ ​ໂດຍ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ.

ພວກ​ທີ່​ເຫັນ​ເຫດ​ການ​ໄດ້​ຍິນ​ສຽງ​ລະ​ເບີດດັງ​ຂຶ້ນ​ ຄ້າຍ​ກັບ​ສຽງ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ທີ່​ຍິງ​ຖືກ​ເປົ້າ​ໝາຍ. ຍັງ​ບໍ່​ມີ​ລາຍ​ລະ​ອຽດ​ໃດໆ ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວນີ້​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG