ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ມີກຳນົດທີ່
ຈະເປີດເຜີຍແຜນການສັນຕິພາບ 14 ຂໍ້ ໃນວັນສຸກມື້ນີ້ທີ່ແນໃສ່
ເພື່ອຍຸດຕິການກໍ່ກະບົດ ຂອງພວກແບ່ງແຍກດິນແດນນິຍົມຣັດ
ເຊຍ ຢູ່ໃນພາກຕາເວັນອອກຂອງປະເທດ.
ແຜນການດັ່ງກ່າວນີ້ ແມ່ນຮຽກຮ້ອງໃຫ້ມີການຢຸດຍິງຕາມລຳພັງ
ແຕ່ພຽງຝ່າຍດຽວ ຊຶ່ງຈະໃຫ້ໂອກາດ ແກ່ພວກກະບົດ ປົດອາວຸດ ຫລືໜີອອກຈາກປະເທດໄປ.
ລັດຖະບານຢູເຄຣນໄດ້ເປີດເຜີຍຂໍ້ກຳນົດຈຳນວນນຶ່ງຢູ່ແຜນການ
ໃນວັນສຸກມື້ນີ້ກ່ອນໜ້າການປະກາດຢ່າງເປັນທາງການ. ມາດຕະ
ການດັ່ງກ່າວຍັງໄດ້ຮຽກຮ້ອງ ໃຫ້ມີການສ້າງຕັ້ງເຂດກັນຊົນຂຶ້ນ 10 ຫລັກກິໂລແມັດ ຢູ່ຕາມບໍ ລິເວນຊາຍແດນ ຢູເຄຣນທີ່ຕິດກັບຣັດເຊຍ.
ໃນການເຄື່ອນໄຫວອີກດ້ານນຶ່ງນັ້ນ ໂຄສົກຂອງວັງເຄຣັມລິນ ທ່ານ Dmitry Peskov ກ່າວວ່າ ການສົ່ງກຳລັງທະຫານຣັດເຊຍ ໄປປະຈຳຢູ່ຕາມ ຊາຍແດນຢູເຄຣນນັ້ນ ແມ່ນໄດ້ມີການວາງ ແຜນໄວ້ລ່ວງໜ້າແລ້ວ ແລະແນໃສ່ເພື່ອໃຫ້ການຄຸ້ມຄອງ ຊາຍແດນຣັດເຊຍເຂັ້ມແຂງຂຶ້ນກວ່າ ເກົ່າ.
ທ່ານ Peskov ໃຫ້ຄວາມເຫັນດັ່ງກ່າວໃນວັນສຸກມື້ນີ້ ນຶ່ງມື້ຫລັງຈາກອົງການເນໂຕ້ ກ່າວວ່າ ຣັດເຊຍໄດ້ເລີ້ມເສີມກຳລັງທະຫານຂອງຕົນຢູ່ໃນເຂດຊາຍແດນຄັ້ງໃໝ່.
ເລຂາທິການໃຫຍ່ ຂອງອົງການເນໂຕ້ ທ່ານ Anders Fogh Rasmussen ກ່າວວ່າ ໄດ້ມີ ການສົ່ງທະຫານຣັດເຊຍຢ່າງໜ້ອຍສອງສາມພັນຄົນຕື່ມອີກ ໄປຍັງເຂດດັ່ງກ່າວ. ທ່ານເອີ້ນ ການເຄື່ອນໄຫວນີ້ວ່າ ເປັນບາດກ້າວຖອຍຫລັງທີ່ ໜ້າເສຍໃຈ.
ໃນຂະນະດຽວກັນ ລັດຖະບານຢູເຄຣນກ່າວວ່າ ການຕາມລ່າໂຕຄັ້ງໃໝ່ໄດ້ມີຂຶ້ນ ຢູ່ໃນເຂດ ພາກຕາເວັນອອກ ຂອງປະເທດ ໃນວັນສຸກມື້ນີ້ ຫລັງຈາກທະຫານລັດຖະບານ 7 ຄົນ ໄດ້ຖືກ ຂ້າຕາຍໃນການສູ້ລົບກັນ ໃນຕອນແລງຂອງວັນພະຫັດ ວານນີ້.
ນອກນັ້ນແລ້ວ ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງຢູເຄຣນຍັງກ່າວວ່າ ພວກກະບົດ 300 ຄົນໄດ້ຖືກສັງຫານ ໃນການປະທະກັນຢູ່ໃນເຂດ Donetsk ນັບແຕ່ວັນພະຫັດເປັນຕົ້ນມາ ແຕ່ໂຕເລກດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢືນຢັນຈາກແຫລ່ງຂ່າວ ທີ່ເປັນອິດສະຫຼະເທື່ອ.

ພາບຫຼ້າສຸດ ຈາກ ຢູເຄຣນ
1/11
Pro-Russian troops prepare to travel in a tank on a road near the town of Yanakiyevo, Donetsk region, eastern Ukraine, June 20, 2014.
ເບິ່ງຕື່ມອີກ
Show less
3/11
A man examines a destroyed building after fighting between Ukrainian and pro-Russian fighters in city of Artyomovsk, Donetsk region, eastern Ukraine, June 20, 2014.
ເບິ່ງຕື່ມອີກ
Show less
4/11
Pro-Russian fighters wave a white flag to start a handover of the bodies of Ukrainian troops killed in a plane shot down near Luhansk, at a check point in the village of Karlivka near Donetsk, eastern Ukraine, June 18, 2014.
ເບິ່ງຕື່ມອີກ
Show less
5/11
Pro-Russian fighters wait for representatives of the Ukrainian troops at a checkpoint in the village of Karlivka for the handover of the bodies of Ukrainian troops who died in a plane shot down near Luhansk, Ukraine, June 18, 2014.
ເບິ່ງຕື່ມອີກ
Show less
6/11
Pro-Russian separatists stand guard at a check-point as a car drives past outside Luhansk, Ukraine, June 18, 2014.
ເບິ່ງຕື່ມອີກ
Show less
7/11
Miners, one of them carrying a sign with the name of the mine Trudovskaya, march in support of peace in Donetsk, eastern Ukraine, June 18, 2014.
ເບິ່ງຕື່ມອີກ
Show less
8/11
Residents collect water at a pumping station in the eastern Ukranian city of Slovyansk, June 17, 2014.
ເບິ່ງຕື່ມອີກ
Show less
9/11
A woman walks past portraits of protesters who were killed in clashes with police in February in Independence Square in Kyiv, June 18, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide