ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທີ່ຖືກປົດ ຂອງຢູເຄຣນ ຂໍໃຫ້ຣັດເຊຍ ຄຸ້ມຄອງ ທ່ານ (ສະໄລດ໌/ວີດີໂອ)


ພວກທະຫານເຮືອຢູເຄຣນ ຢູ່ທ່າເຮືອ Sevastopol ທີ່ຕັ້ງຢູ່ແຄມທະເລດຳ ໃນເຂດ Crimea ຂອງຢູເຄຣນ.
ພວກທະຫານເຮືອຢູເຄຣນ ຢູ່ທ່າເຮືອ Sevastopol ທີ່ຕັ້ງຢູ່ແຄມທະເລດຳ ໃນເຂດ Crimea ຂອງຢູເຄຣນ.
ປະທານາທິບໍດີ ທີ່​ຖືກ​ໂຄ່ນ​ລົ້ມ ​ຂອງ​ຢູ​ເຄຣນ ທ່ານ Viktor Yanu-
kovych ກ່າວ​ວ່າ ທ່ານ​ຍັງຖື​ວ່າຕົນ​ເອງເປັນປະມຸກ​ຂອງ​ຢູ​ເຄຣນຢູ່
​ແລະ​ໄດ້​ຮ້ອງ​ຂໍ​ໃຫ້ຣັດ​ເຊຍຮັບປະກັນ​ຄວາມປອດ​ໄພ​ໃຫ້​ທ່ານ.

ທ່ານ Yanukovych ​ໄດ້​ອອກ​ຄຳຖະ​ແຫຼງສະບັບ​ນຶ່ງ ​ແລະ​ສົ່ງ​ໄປ
​ໃຫ້​ອົງການ​ຂ່າວ​ຕ່າງໆ​ຂອງຣັດ​ເຊຍໃນ​ວັນ​ພະຫັດ​ມື້​ນີ້ ຈາກ​ບ່ອນ
​ທີ່​ທ່ານ​ລີ້​ຊ່ອນ​ໂຕ​ຢູ່ ທີ່​ບໍ່​ເປີດ​ເຜີຍ​ໃຫ້​ຮູ້. ທ່ານ Yanukovych ບໍ່​
ໄດ້​ປະກົດ​ໂຕ​ໃຫ້​ເຫັນ​ໃນ​ທີ່​ສາ​ທາ​ລະນະມາ​ຕັ້ງ​ແຕ່ມື້ວັນ​ເສົາຫລັງ
ຈາກ​ທີ່ສະພາ​ແຫ່ງ​ຊາດຢູ​ເຄຣນ ລົງມະຕິ​ປົດ​ທ່ານ​ ອອກ​ຈາກ​ຕຳ
ແໜ່​ງ​ແລ​ະປະກາດການ​ເລືອກ​ຕັ້ງ​ກ່ອນ​ກຳນົດ ​ໃສ່​ວັນ​ທີ 25 ພຶດ​
ສະພາ.



ປະທານາທິບໍດີ​ຮັກສາ​ການ​ຂອງ​ຢູ​ເຄຣນ ​ເຕືອນ​ກອງທັບ​ເຮືອຣັດ​ເຊຍ ​ໃນເຂດ Crimea ບໍ່​
ໃຫ້​ອອກ​ຈາກ​ທີ່​ໝັ້ນ​ຂອງ​ຕົນ ຫຼັງ​ຈາກ​ພວກ​ມື​ປືນ​ຈຸ​ນຶ່ງເຂົ້າຢຶດ​ເອົາ​ອາຄານ​ຂອງ​ລັດຖະບານ ​ຫຼາຍ​ຫຼັງ​ໃນ​ນະຄອນຫຼວງຂອງເຂດດັ່ງກ່າວ.

ທ່ານ Oleksandr Turchnyov ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ເຄື່ອນ​ໄຫວ​ໃດໆກໍຕາມ​
ຂອງ​ທະຫານຣັດ​ເຊຍ​ຈະ​ຖື​ວ່າ ​ເປັນ​ “ການ​ຮຸກ​ຮານ​ທາງ​ທະຫານ”. ກອງ​ເຮືອ​ລົບ​ໃນ​ທະ​ເລ
​ດຳ​ຂອງຣັດ​ເຊຍ ​ມີ​ຖານ​ປະຕິບັດງານ​ຢູ່​ທີ່ເມືອງ Sevastpol ໃນ​ເຂດ Crimea.

​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ທ່ານ Arsen Avakov ລັດຖະມົນຕີ​ຮັກສາ​ການ​ກະຊວງ​ພາຍ​
ໃນ​ຂອງ​ຢູ​ເຄຣນ ກ່າວ​ວ່າ ຕຳຫຼວດ​ກຳລັງ​ຢູ່​ໃນ​ທ່າ​ຕຽມ​ພ້ອມ​ຢ່າງ​ສູງ ຫຼັງ​ຈາກ​ຕຶກ​ໂຮງການ ​ແລະຕຶກ​ສະພາ​ນິຕິບັນຍັດ​ ຂອງ​ລັດຖະບານທ້ອງ​ຖິ່ນ ຖືກ​ຍຶດ​ເອົາໃນ​ນະຄອນຫຼວງ Sim-
feropol ​ໂດຍ​ພວກ​ມື​ປືນ​ຈຸ​ນຶ່ງ ​ໃນເຂດ​ທີ່​ນິຍົມຣັດ​ເຊຍ.

Ukraine's New Government to Work on Economic Reconciliation
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ


ລາຍ​ງານ​ຂ່າວ​ເວົ້າ​ວ່າ ​ໄດ້​ມີ​ການ​ຊັກ​ທຸງຣັດ​ເຊຍ​ຂຶ້ນ​ຢູ່​ຫຼັງ​ພວກ​ອາຄານ​ດັ່ງກ່າວແລະທ່ານ Avakov ກ່າວ​ວ່າ ພວກ​ອາຄານ​ທີ່​ຖືກ​ຄອບ​ຄອງ​ນີ້ ຖືກ​ຕຳຫຼວດ​ປິດ​ລ້ອມ​ໄວ້ແລ້ວ.

ຂົງ​ເຂດ​ດັ່ງກ່າວ ​ໄດ້​ເປັນ​ບ່ອນ​ທີ່​ມີ​ການ​ປະ​ເຊີນ​ໜ້າ​ກັນ​ລະຫວ່າງ​ພວກ​ສະໜັບສະໜຸນ​ລັດຖະ
ບານ​ໃໝ່​ຂອງ​ຢູ​ເຄຣນ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ນິຍົມຣັດ​ເຊຍ. ຂົງເຂດນີ້ແມ່ນ​ປະກອບ​ດ້ວຍ​ພວກ​ປະຊາຊົນ​ທີ່​ປາກ​ພາສາຣັດ​ເຊຍ​ເປັນ​ສ່ວນ​ໃຫຍ່ທີ່​ສະໜັບສະໜຸນ​ກຸງມອສກູ ​ແຕ່​ກໍ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຊົນກຸ່ມນ້ອຍ​ມຸສລິ​ມເຜົ່າ Tatars ​ເຊັ່ນ​ກັນທີ່​ໂດຍ​ທົ່ວໄປ​ແລ້ວແມ່ນ
​ຕໍ່ຕ້ານຣັດ​ເຊຍ.

​ໃນ​ວັນ​ພຸດ​ວານ​ນີ້ ພວກ​ຜູ​ນຳ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ​ໄດ້​ແຕ່ງ​ຕັ້ງທ່າ​ນ Arseniy Yatsenyuk ຜູ້ນຳ​ຝ່າຍ​ຄ້ານ​ທີ່​ມີ​ຊື່​ສຽງ ​ໃຫ້​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ປະ​ເທດ.

ລັດຖະສະພາ ຄາດ​ວ່າ​ຈະ​ພິຈາລະນາ​ຮັບ​ເອົາການແຕ່ງຕັ້ງ​ທ່ານ​ໃນ​ຕອນ​ແລງ​ວັນ​ພະຫັດ​ມື້​ນີ້. ​

Uprising Opens New Doors for Ukrainian Women
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
XS
SM
MD
LG