ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈະພົບປະໃນ
ອາທິດຈະມານີ້ ກັບຜູ້ທີ່ຈະມາເປັນປະທານາທິບໍດີຄົນໃໝ່ ຂອງ
ຢູເຄຣນ ເພື່ອເນັ້ນໜັກເຖິງ ການໃຫ້ຄວາມໝັ້ນໝາຍ ທາງດ້ານ
ຄວາມໝັ້ນຄົງຂອງວໍຊິງຕັນຕໍ່ຢູໂຣບຕາເວັນອອກ ຫລັງຈາກຣັດ ເຊຍໄດ້ປະກາດຮວມເອົາເຂດໄຄຣເມຍເຂົ້າເປັນຂອງຕົນ.
ໃນວັນສຸກວານນີ້ ທຳນຽບຂາວໄດ້ປະກາດ ກ່ຽວກັບການພົບປະ
ກັບປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງຢູເຄຣນທ່ານ Petro
Poroshengko ໂດຍກ່າວວ່າ ຈະມີຂຶ້ນທີ່ນະຄອນວໍຊໍ ຄຽງຂ້າງ
ກັບການສະຫຼອງ ຄົບຮອບ 25 ປີ ໃນການສິ້ນສຸດລົງ ຂອງການ
ປົກຄອງຄອມມູນິສ ໃນປະເທດໂປແລນ. ການເດີນທາງໄປຢ້ຽມ
ຢາມເປັນເວລາ 4 ມື້ຂອງປະທານາທິບໍດີໂອບາມາຈະສິ້ນສຸດລົງໃນວັນທີ 6 ມິຖຸນາທີ່ເມືອງ Normandy ປະເທດຝຣັ່ງເພື່ອສະຫຼອງວັນຄົບຮອບ 70 ປີ ໃນການຍົກພົນຂຶ້ນບົກ ຂອງພັນ ທະມິດທີ່ເອີ້ນວ່າ D-Day ໃນລະຫວ່າງສົງຄາມໂລກຄັ້ງທີສອງ.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກໍມີກຳນົດໄປຢ້ຽມຢາມເມືອງ Normandy ເຊັ່ນດຽວກັນ ເພື່ອເຂົ້າຮ່ວມພິທີໄວ້ອາໄລດັ່ງກ່າວ. ແຕ່ທຳນຽບຂາວກ່າວວ່າ ທ່ານໂອບາມາ ບໍ່ມີແຜນການທີ່ຈະພົບປະໂດຍກົງກັບຜູ້ນຳຣັດເຊຍ ໃນຂະນະທີ່ຄວາມເຄັ່ງຕຶງ ລະຫວ່າງ ປະເທດທັງສອງ ຍັງມີຢູ່ຕໍ່ມາ ຍ້ອນບົດບາດຂອງຣັດເຊຍ ຢູ່ໃນຄວາມວຸ້ນວາຍ ໃນຢູເຄຣນ.
ສະຫະລັດແລະພວກຜູ້ນຳຂອງຢູໂຣບໄດ້ກ່າວຫາຣັດເຊຍວ່າ ຍຸຍົງໃຫ້ມີການກໍ່ກະບົດ ໂດຍ ພວກທີ່ປາກພາສາຣັດເຊຍ ຢູ່ໃນພາກຕາເວັນອອກຂອງຢູເຄຣນ ຫຼັງຈາກໄດ້ມີການໂຄ່ນລົ້ມ ປະທານາທິບໍດີ Viktor Yanukovych ທີ່ໄດ້ຮັບການໜຸນຫລັງ ຈາກວັງເຄຣັມລິນນັ້ນ.