ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢູເຄຣນ ຈະສືບຕໍ່ ບຸກໂຈມຕີ ພວກກະບົດ ໃນພາກ ຕາເວັນອອກ ຂອງປະເທດ (ສະໄລດ໌/ວີດີໂອ)


ທະຫານຢູເຄຣນ ງອຍຢູ່ເທິງລົດລຳລຽງພົນ ຂະນະທີ່ເຂົາເຈົ້າຂັບຜ່ານບ່ອນທີ່ພວກກະບົດນິຍົມຣັດເຊຍ ສັງຫານທະຫານຢູເຄຣນ 13 ຄົນຢູ່ເຂດຊານເມືອງ Volnovakha ຊຶ່ງຢູ່ທາງໃຕ້ ເມືອງ Donetsk (22 ພຶດສະພາ 2014)
ທະຫານຢູເຄຣນ ງອຍຢູ່ເທິງລົດລຳລຽງພົນ ຂະນະທີ່ເຂົາເຈົ້າຂັບຜ່ານບ່ອນທີ່ພວກກະບົດນິຍົມຣັດເຊຍ ສັງຫານທະຫານຢູເຄຣນ 13 ຄົນຢູ່ເຂດຊານເມືອງ Volnovakha ຊຶ່ງຢູ່ທາງໃຕ້ ເມືອງ Donetsk (22 ພຶດສະພາ 2014)
ລັດຖະມົນຕີຮັກສາການ ກະຊວງປ້ອງກັນປະເທດຢູເຄຣນກ່າວ
ໃນວັນສຸກມື້ນີ້ວ່າ ກຳລັງຂອງທ່ານ ຈະສືບຕໍ່ ທຳການບຸກໂຈມຕີ
ທາງທະຫານ ຕໍ່ພວກກະບົດນິຍົມຣັດເຊຍໃນພາກຕາເວັນອອກ
ຂອງປະເທດ ຫລັງຈາກການໂຈມຕີ ໃນວັນພະຫັດວານນີ້ ທີ່ໄດ້
ສັງຫານກຳລັງຢູເຄຣນຢ່າງໜ້ອຍ 12 ຄົນ.

ທ່ານ Mykhailo Koval ກ່າວວ່າ ກອງທັບຢູເຄຣນຈະບຸກໂຈມ
ຕີຕໍ່ໄປໃນການປະຕິບັດງານຂອງພວກເຂົາເຈົ້າຈົນກວ່າຄວາມ
ສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຟື້ນຟູຢູ່
ໃນເຂດດັ່ງກ່າວ.

ການໃຫ້ຄວາມເຫັນຂອງທ່ານຕໍ່ພວກນັກຂ່າວ ທີ່ນະຄອນ Kyiv ໃນວັນສຸກມື້ນີ້ ມີຂຶ້ນນຶ່ງມື້ ຫລັງຈາກພວກແບ່ງແຍກດິນແດນ ນິຍົມຣັດເຊຍ ໄດ້ຍິງເຮືອບິນເຮຣີຄອບເຕີ້ ທະຫານລຳ ນຶ່ງຕົກໃກ້ເມືອງ Slovyansk ຊຶ່ງເປັນຈຸດເດືອດໃນພາກຕາເວັນອອກຂອງຢູເຄຣນ. ນາຍ ພົນຄົນນຶ່ງແມ່ນຮວມຢູ່ຈຳນວນຂອງພວກເສຍ ຊີວິດ.
UKRAINE SOTVO 1st UPD
please wait
Embed

No media source currently available

0:00 0:00:53 0:00

ນອກນັ້ນແລ້ວທ່ານ Koval ຍັງເວົ້າວ່າ ກຳລັງຂອງທ່ານ ໄດ້ກວດລ້າງພວກແບ່ງ ແຍກດິນ ແດນອອກໄປຈາກທິດໃຕ້ ແລະທິດຕາເວັນຕົກຂອງເມືອງ Donetsk ຕະຫລອດທັງທິດ ເໜືອຂອງເມືອງ Lugansk ນຳດ້ວຍ.

ໂຄສົກຂອງທຳນຽບຂາວ ທ່ານ Jay Carney ກ່າວວ່າ ການໂຈມຕີໃນວັນພະຫັດວານນີ້ສະ ແດງໃຫ້ເຫັນວ່າ ພວກແບ່ງແຍກດິນແດນ ໄດ້ຮັບອາວຸດ ທີ່ກ້າວໜ້າທັນສະໄໝ ແລະການ ຊ່ອຍເຫຼືອອື່ນໆຈາກພາຍນອກ.
UKRAINE VO
please wait
Embed

No media source currently available

0:00 0:00:54 0:00

ໃນອີກດ້ານນຶ່ງນັ້ນ ເຈົ້າໜ້າທີ່ອົງການເນໂຕ້ ກ່າວໃນວັນສຸກມື້ນີ້ວ່າ ຣັດເຊຍຍັງສືບຕໍ່ຍົກ ຍ້າຍກຳລັງທະຫານ ໄປຈາກຊາຍແດນທີ່ຕິດກັບຢູເຄຣນ. ໃນຖະແຫຼງການສະບັບນຶ່ງທີ່ ນຳອອກເຜີຍແຜ່ນັ້ນເຈົ້າໜ້າທີ່ບໍ່ໄດ້ລະບຸຊື່ກ່າວວ່າ ສອງສ່ວນສາມຂອງກຳລັງທະຫານ ຣັດເຊຍ ໄດ້ຖອນກັບຄືນໄປແລ້ວ ແຕ່ກໍມີທະຫານຣັດເຊຍອີກຫຼາຍພັນຄົນ ຍັງຢູ່ໃນບໍລິ ເວນດັ່ງກ່າວ.
XS
SM
MD
LG