ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນຳ ຮັກສາການ ຊົ່ວຄາວ ຢູເຄຣນ ຍຸບຕຳຫຼວດ ປາບຈະລາຈົນ (ສະໄລດ໌/ວີ​ດີ​ໂອ)


ພວກປະທ້ວງຕໍ່ຕ້ານ ປ.Yanukovych ທີ່ຈະຕຸລັດ Independence ທີ່ກຸງ Kyiv,ວັນທີ 26 ກຸມພາ, 2014.
ພວກປະທ້ວງຕໍ່ຕ້ານ ປ.Yanukovych ທີ່ຈະຕຸລັດ Independence ທີ່ກຸງ Kyiv,ວັນທີ 26 ກຸມພາ, 2014.
ບັນດາ​ຜູ​ນຳ​ຮັກສາ​ການ​ຊົ່ວຄາວ​ໃໝ່ ທີ່​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ
ຂອງ​ຢູ​ເຄຣນ ​ໄດ້​ຍຸບກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຊັ້ນ​ຍອດ
ທີ່​ຖືກ​ກ່າວ​ຫາ​ວ່າ ທຳ​ການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ພວກ​ປະ​ທ້ວງ​ຕາຍ
​ຫຼາຍ​ຄົນ ​ໃນ​ລະຫວ່າງ​ການ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານລັດ
ຖະບານ​ເມື່ອໄວໆ​ຜ່ານ​ມາ​ນີ້ ທີ່​ໄດ້​ໂຄ່ນ​ລົ້ມ​ພວກ​ຜູ້ນຳ​ຫົວ​ນິຍົມ
​ຣັດ​ເຊຍ​ຂອງ​ປະ​ເທດ​ອອກ​ຈາກ​ຕຳ​ແໜ່​ງໄປ​ນັ້ນ.

​ໃນ​ຖະ​ແຫຼ​ງການສະບັບນຶ່ງ​ທີ່​ພິມ​ລົງ​ໃນ Facebook ຂອງ​ທ່ານ
​ໃນ​ວັນ​ພຸດ​ມື້​ນີ້ ທ່ານ Arsen Avakov ລັດຖະມົນຕີຮັກສາ​ການ
​ກະຊວງ​ພາຍ​ໃນ​ຂອງ​ຢູ​ເຄຣນ ກ່າວ​ວ່າ ທ່ານ​ໄດ້​ລົງ​ນາມ​ໃນ​ຄຳ​
ສັ່ງ​ສະບັບ​ນຶ່ງ​ ໃຫ້​ຍຸບ​ກຳລັງ​ຕຳຫຼວດປາບ​ການ​ຈະລາຈົນ Ber-
kutທີ່​ໜ້າ​ຢ້ານ​ກົວ​ນັ້ນ. ໜ່ວຍ​ຕຳຫຼວດ​ພິ​ເສດ​ດັ່ງກ່າວ​ ຖືກ​ກ່າວ​ຫາວ່າ ທຳ​ການ​ຍິງ​ແລະ​ທຸບ
​ຕີພວກ​ ​ທີ່​ເຂົ້າ​ປະກອບສ່ວນ​ໃນ​ການ​ເດີນ​ຂະ​ບວນປະ​ທ້ວງຕໍ່ຕ້ານ​ລັດຖະບານ​ໃນກຸງ Kyiv
ນັ້ນ.



ຄວາມ​ຮຸນ​ແຮງ​ໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ສັບປະດາ​ແລ້ວ​ນີ້ ຊຶ່ງ​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປຫຼາຍສິບ​
ຄົນ​ນັ້ນ.

ຫຼັງ​ຈາກ​ນັ້ນ ປະທານາທິບໍດີ Viktor Yanukovych ​ແລະ​ພວກ​ພັນທະ​ມິດ​ຂອງ​ທ່ານ​ໄດ້​ພາ​
ກັນຫລົບໜີ ອອກຈາກ​ນະຄອນຫຼວງ​ຂອງ​ປະ​ເທດໄປ. ຕັ້ງ​ແຕ່​ນັ້ນ​ມາ ພວກ​ເຈົ້າ​ໜ້າ​ທີ່​ຮັກສາ
​ການ​ຊົ່ວຄາວ​ໄດ້​ອອກ​ໝາຍ​ຈັບກຸມທ່ານ.

ການ​ເດີນ​ຂະ​ບວນຕໍ່ຕ້ານ​ລັດຖະບານ​ຕ່າງໆ ​ໄດ້​ເກີດ​ຂຶ້ນ​ໃນ​ຢູ​ເຄຣນ ຫຼັງ​ຈາກ​ປະທານາທິບໍ
ດີ Yanukovych ປະຕິ​ເສດ​ຕໍ່ບໍ່ຍອມຮັບເອົາ​ຂໍ້​ຕົກລົງ​ການ​ຄ້າ​ກັບ​ສະຫະພາບ​ຢູ​ໂຣບໂດຍ ​
ຫັນ​ໄປ​ຮັບ​ເອົາ​ການ​ຊ່ອຍ​ເຫຼືອ​ດ້ານ​ເສດຖະກິດ​ ຈາກຣັດ​ເຊຍ ອະດີດ​ນາຍ​ເໜືອ​ຫົວ ສະຫະ
ພາບ​ໂຊ​ວຽດຂອງ​ຢູ​ເຄຣນນັ້ນ.

ບັດ​ນີ້ ມີ​ຄວາມ​ເປັນ​ຫ່ວງ​ຕ່າງໆ​ເກີດ​ຂຶ້ນ​ມາ​ວ່າ ປະ​ເທດ​ຢູ​ເຄຣນທີ່​ມີ​ພົນລະ​ເມືອງ 46 ລ້ານ
​ຄົນ​ ອາດຈະແຕກ​ແຍກ​ອອກ​ເປັນ​ນິຍົມຣັດເຊຍ ໃນພາກຕາເວັນອອກຂອງປະເທດ ​ແລະ
​ຝ່າຍ​ນິຍົມ​ສະຫະພາບ​ຢູ​ໂຣບ​ ຢູ່ໃນພາກຕາເວັນຕົກ.

ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຈາກ​ສະຫະລັດແລະ​ອັງກິດ ​ໃນ​ວັນ​ອັງຄານ​ວານ​ນີ້ ປະຕິ​ເສດ
​ທີ່​ວ່າ ຢູ​ເຄຣນ ພວມປະ​ເຊີນ​ໜ້າ​ກັບ​ການ​ແຕກ​ແຍກ​ກັນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ ແລະ
​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ.

Ukraine
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG