ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງໃນຢູເຄຣນ ຖອນອອກຈາກ ໂຮງການ ເມືອງຫລວງ Kyiv (ສະໄລດ໌/ວີດີໂອ)


Ukraine 16-2-14
please wait
Embed

No media source currently available

0:00 0:00:42 0:00

ວີດີໂອ ກ່ຽວກັບຂ່າວນີ້.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ໃນ​ນະຄອນຫລວງ Kyiv
ຂອງ​ປະ​ເທດ​ຢູ​ເຄຣນ ​ໄດ້ພາກັນ​ອອກ​ຈາກ​ໂຮງການ​ເມືອງ​
ໄປແລ້ວ ​ໃນວັນອາທິດມື້ນີ້ ເພື່ອ​ຕອບ​ສະໜອງ​ຕໍ່​ຂໍ້​ສະ​ເໜີ​ໃຫ້
ອະ​ໄພ​ໂທດ​ຂອງ​ລັດຖະບານ ຊຶ່ງ​ເປັນ​ການ​ສິ້ນສຸດ​ລົງ​ຂອງ​
ການ​ເຂົ້າ​ຍຶດຄອງ​ອາຄານ​ດັ່ງກ່າວມາ​ເປັນ​ເວລາ​ສອງ​ເດືອນ
​ແລະ​ໄດ້​ມີ​ຂຶ້ນ ຫລັງ​ຈາກ​ທີ່​ລັດຖະບານ​ໄດ້​ທໍາ​ການຍິນ​ຍອມ
​ຫລາຍ​ຢ່າງ ​ແລະ​ໄດ້​ປ່ອຍ​ພວກ​ປະ​ທ້ວງ ທີ່​ຖືກ​ກັກ​ຂັງ​ໄວ້.

ຢ່າງ​ໃດ​ກໍ​ຕາມ ພວກ​ຜູ້​ນໍາ​ຝ່າຍ​ຄ້ານ​ໄດ້​ອອກ​ມາ​ກ່າວ​ຢ່າງ
​ແຈ້ງ​ຂາວ​ວ່າ ການ​ເດີນ​ຂະບວນປະ​ທ້ວງ​ ຕາມ​ຖະໜົນ​ຫົນ
ທາງ​ຂອງ​ມ​ະຫາ​ຊົນ ຈະ​ບໍ່ຍຸດຕິ​ລົງ ຈົນ​ກ່ວາ​ວ່າ​ປະທານາ
ທິບໍດີ Viktor Yanukovych ຈະລາ​ອອກ.

ຄວາມ​ເຄ່ງ​ຕຶງ​ທີ່​ຜ່ອນຄາຍ​ລົງ​ນີ້​ໄດ້​ມີ​ຂຶ້ນ ຫລັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່ຢູ​ເຄຣນ​ໄດ້ປ່ອຍສະມາ
ຊິກຂອງຂະ​ບວນການ​ປະ​ທ້ວງ ທີ່​ຖືກ​ກັກ​ຂັງ​ໄວ້ ທັງ​ໝົດ 234 ຄົນ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ
ກົດໝາຍນີລະ​ໂທດ​ກໍາ ​ທີ່​ມີ​ການ​ຮັບ​ຜ່ານ​ເອົາ​ໃນ​ເດືອນ​ແລ້ວ​ນີ້. ລັດຖະບານ​ໄດ້​ກ່າວ​ວ່າ ​
ເວລາໃດ​ທີ່​ພວກ​ປະ​ທ້ວງ​ພາກັນ​ອອກ​ໄປ​ຈາກ​ໂຮງການ​ເມືອງ ຂໍ້​ຫາ​ດ້ານ​ອາຍາ​ຕ່າງໆ​ຕໍ່​
ພວກ​ທີ່​ຖືກ​ຈັບ​ນັ້ນ ກໍ​ຈະ​ຖືກ​ຖອນ​ ຕາມ​ເງື່ອນ​ໄຂ​ຂໍ້​ນຶ່ງ​ຂອງ​ກົດ​ໝາຍ​ດັ່ງກ່າວ​.


ການ​ປະ​ທ້ວງ​ຕໍ່ຕ້ານ ປະທານາທິບໍດີ Viktor Yanukovych ​ໄດ້​ລະ​ເບີດ​ຂຶ້ນ ​ເມື່ອ​ເດືອນ​
ພະຈິກ​ປີ​ກາຍ​ນີ້ ​ເວລາ​ທ່ານ​ຖອນ​ໂຕ​ອອກ​ຈາກ​ການ​ເຊັນ​ສັນຍາ​ການ​ຄ້າ ກັບ​ສະຫະພາບ​
ຢູ​ໂຣບ ແລະ​ຫັນ​ໄປ​ສ້າງສາ​ຍພົວພັນ​ທີ່​ໃກ້ຊິດ​ຍິ່ງ​ຂຶ້ນ​ກັບ​ຣັດ​ເຊຍ ​ໂດ​ຍການ​ເຊັນ​ສັນຍາ​
ການ​ຄ້າ​ ກັບຣັດ​ເຊຍ​ແທນ.

ວີດີໂອ: ສະຫະພາບຢູໂຣບ ຮຽກຮ້ອງໃຫ້ຈັດ ການເລືອກຕັ້ງ ໃນຢູເຄຣນ:

EU Calls For Ukraine Elections, Shies Away From Sanctions
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ
XS
SM
MD
LG