ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ກຳລັງລໍຖ້າ ຜົນຂອງການເລືອກຕັ້ງ ທີ່ເປັນບັນຫາ ຂັດແຍ້ງກັນ


ບັນດາເຈົ້າໜ້າທີ່ເລືອກຕັ້ງ ກຳລັງຖອກບັດ ອອກຈາກຫີບ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Donetsk ທາງພາກຕາເວັນອອກ ຂອງຢູເຄຣນ, ວັນທີ 2 ພະຈິກ 2014.
ບັນດາເຈົ້າໜ້າທີ່ເລືອກຕັ້ງ ກຳລັງຖອກບັດ ອອກຈາກຫີບ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Donetsk ທາງພາກຕາເວັນອອກ ຂອງຢູເຄຣນ, ວັນທີ 2 ພະຈິກ 2014.

ພວກ​ຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນ ​ໄດ້ພາກັນ​ອອກ​ໄປ​ປ່ອນ​ບັດ​ແລ້ວ​ໃນ​ການ​ເລືອກ​ຕັ້ງ
​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ ທີ່​ລັດຖະບານ Kyiv ​ແລະ​ຝ່າຍ​ຕາ​
ເວັນ​ຕົກ​ກ່າວ​ວ່າ ພວກ​ຕົນ​ຈະ​ບໍ່​ຮັບ​ຮູ້​ຜົນ​ຂອງ​ການ​ເລືອກຕັ້ງ​ນີ້.​

ພວກ​ຫົວ​ແບ່ງ​ແຍ​ກທີ່​ຄວບ​ຄຸມ​ຫຼາຍ​ພາກສ່ວນ​ໃນ​ຂົງ​ເຂດ
Luhansk ​ແລະ Donetsk ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
ຈັດໃຫ້​ມີການ​ເລືອກຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ເລືອກ​ເອົາ​
ຄະນະ​ນຳພາ​ແລະ​ສະພາ​ນິຕິບັນຍັດ​ໃນ​ຂົງ​ເຂດ​ທີ່​ພວກ​ຕົນ​
ຄວບ​ຄຸມ​ຢູ່​ນັ້ນ.

ອ້າງ​ຕາມ​ຄຳ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ຂອງ​ອັນ​ທີ່ເອີ້ນ​ວ່າ ສາທາລະນະລັດ​ປະ
ຊາຊົນ Donetsk ຫຼື DNR ພວກ​ອົງການ​ຂ່າວຣັດ​ເຊຍ​ລາຍ​ງານ​ໃຫ້​ຮູ້​ວ່າ ບັດ​ຄະ​ແນນ
​ສຽງ​ຈຳນວນ​ຫຼາຍ​ກວ່າ​ເຄິ່ງນຶ່ງ ​ໄດ້​ນັບ​ແລ້ວ ຊຶ່ງ​ທ່ານ Alexander Zakharchenkoນາຍົກລັດຖະມົນຕີຮັກສາການ​ຊົ່ວຄາວ​ຂອງ DNR ​ໄດ້​ນຳ​ໜ້າ​ໃນ​ການ​ແຂ່ງຂັນ​ເລືອກ​
ຕັ້ງເພື່ອ​ເປັນ​ຜູ້ນຳ​ພາ​ຂອງ​ສາທາລະນະ​ລັດປະຊາຊົນ Donetsk ຊຶ່ງ​ໄດ້​ຮັບ​ສຽງ​ສະໜັບ
ສະໜຸນ​ຫຼາຍ​ກວ່າ 70 ​ເປີ​ເຊັນຂອງ​ຄະ​ແນນ​ສຽງ​ທັງ​ໝົດ.

ສະຫະ​ປະຊາ​ຊາດ ສະຫະພາບ​ຢູ​ໂຣບ ​ແລະ​ສະຫະລັດ​ເອີ້ນ​ການ​ປ່ອນບັດ​ຂອງ​ພວກ​ກະ
ບົດ​ວ່າ​ຜິດ​ກົດໝາຍ ​ໂດຍ​ກ່າວ​ວ່າ ມັນ​ລະ​ເມີດ​ກົດໝາຍ​ລັດຖະທຳ​ມະນູນ​ຂອງ​ຢູ​ເຄຣນ ​ແລະ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ໄດ້​ບັນລຸ​ກັນ​ໃນ​ວັນ​ທີ 5 ກັນຍາ​ຜ່ານ​ມາ ລະຫວ່າງ​ພວກ​ຫົວ​ແບ່ງ​ແຍກ ​ແລະ​ລັດຖະບານ​ຢູ​ເຄຣນນັ້ນ.

ຫົວໜ້າ​ນະ​ໂຍບາຍ​ໃໝ່ຂອງ​ສະຫະພາບ​ຢູ​ໂຣບ ທ່ານນາງ Federica Mogherini ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າກຸ່ມ​ຢູ​ໂຣບຈະ​ບໍ່​ຮັບ​ຮູ້​ຜົນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ນີ້ ຊຶ່ງ​ທ່ານ​ນາງ​ເອີ້ນ​ວ່າ “ອຸບປະສັກ​ໃໝ່​ຕໍ່​ຫົນທາງ​ໄປ​ສູ່​ສັນຕິພາບ​ໃນ​ຢູ​ເຄຣນ.”

ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ​ເອີ້ນ​ການ​ເລືອກ​ຕັ້ງໃນ​ຂົງ​ເຂດ​ທີ່
ຄວບ​ຄຸມ​ໂດຍ​ພວກ​ຫົວ​ແບ່ງ​ແຍກ​ນີ້ວ່າ ​ເປັນ ” ​ເລື້ອງ​ຕະຫລົກ ທີ່​ກຳລັງ​ດຳ​ເນີນ​ໄປ
​ພາຍ​ໃຕ້​ການ​ຂົ່ມຂູ່​ຂອງ​ພວກ​ລົດຖັງ​ແລະ​ອາວຸດ​ປືນ​.”

ອົງການ​ຂ່າວຣັດ​ເຊຍ ​ແຈ້ງ​ໃຫ້​ຊາບ​ວ່າ ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ອອກ​ຖະ​ແຫຼງ
ການ​ສະບັບ​ນຶ່ງ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້​ ​ໂດຍ​ກ່າວ​ວ່າ ຕົນ​ເຄົາລົບ​ນັບຖື​ການ​ປ່ອນ​ບັດ​ຂອງ​ພວກ​ຫົວ​ແບ່ງ​ແຍກ ​ໃນ​ຖານະ​ເປັນ​ການສະ​ແດງ​ອອກ​ແຫ່ງ​ເຈດຕະນາ​ລົມ​ຂອງ​ປະຊາຊົນ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຢູ​ເຄຣນ.

ກະຊວງ​ການ​ຕ່າງປະ​ເທດ​ນີ້​ຍັງ​ກ່າວ​ຕື່ມ​ວ່າ ຖ້າ​ເຮົາ​ຖື​ວ່າການ​ເລືອກ​ຕັ້ງ​ນີ້​ສຳຄັນ “ ມັນ​
ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ເພື່ອ​ເອົາ​ບາດກ້າວຕ່າງໆ​ທີ່​ແຂງ​ຂັນ ​ເພື່ອ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກັນ​ທີ່​ຍືນ​ຍົງ "ລະຫວ່າງ​ລັດຖະບານ​ກາງ​ຢູ​ເຄຣນ ​ແລະ​ພວກ​ຫົວ​ແບ່ງ​ແຍກ ​ໄປ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ ທີ່​ໄດ້ລົງ​ນາມ​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ວັນ​ທີ 5 ກັນຍາ​ຜ່ານ​ມາ​ນີ້
.

​ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ທະຫານ​ຢູ​ເຄຣນ ກ່າວ​ວ່າ ​ໄດ້​ມີ​ການ​ເຄື່ອນໄຫວ​ທະຫານ ​ແລະ​ພວກ​ອາວຸດ​ຈາກຣັດ​ເຊ​ຍ​ໄປ​ຍັງ​ບັນດາ​ເຂດ​ທີ່​ພວກ​ຫົວ​ແບ່ງ​ແຍກ​ຄວບ​ຄຸມ ​ໃນ​ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນ ບ່ອນ​ທີ່​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ພວມ​ດຳ​ເນີນ​ໄປ​ນັ້ນ.

ukraine3november14
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG