ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ໃນພາກຕາເວັນອອກ ຢູເຄຣນ ເລີ້ມປ່ອນບັດ ໃນການເລືອກຕັ້ງ ທີ່ເປັນບັນຫາໂຕ້ແຍ້ງ


ທ່ານ Alexander Zakharchenko ຜູ້ນຳຫົວແບ່ງແຍກ ຖືບັດເລືອກຕັ້ງ ກ່ອນຈະປ່ອນບັດ ທີ່ເມືອງ Donetsk ໃນພາກຕາເວັນອອກຢູເຄຣນ ວັນທີ 2 ພະຈິກ 2014.
ທ່ານ Alexander Zakharchenko ຜູ້ນຳຫົວແບ່ງແຍກ ຖືບັດເລືອກຕັ້ງ ກ່ອນຈະປ່ອນບັດ ທີ່ເມືອງ Donetsk ໃນພາກຕາເວັນອອກຢູເຄຣນ ວັນທີ 2 ພະຈິກ 2014.

ພວກ​ຫົວ​ແບ່ງ​ແຍກ ​ນິຍົມຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນ ​ເລີ້ມ​ທຳ​ການປ່ອນ​ບັດ​ເລືອກ​ຕັ້ງທີ່​ເປັນ​ການ​ໂຕ້​ແຍ້​ງ
ກັນທີ່​ລັດຖະບານ Kyiv ​ແລະ​ບັນດາປະເທດຕາ​ເວັນ​ຕົກກ່າວ​
ວ່າ ພວກ​ຕົນ​ຈະ​ບໍ່​ຮັບ​ຮູ້​ການ​ເລືອກ​ຕັ້ງ​ນີ້.

ພວກ​ຫົວ​ແບ່ງ​ແຍກ​ທີ່​ຄວບ​ຄຸມ​ພາກສ່ວນ​ຕ່າງໆ​ໃນ​ຂົງ​ເຂດ
Luhansk ​ແລ​ະ Donetsk ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
ພາກັນ​ຈັດການ​ເລືອກ​ຕັ້ງ​ຂຶ້ນ​ເພື່ອ​ເລືອກ​ເອົາ​ຄະນະ​ນຳພາ ​ແລະ
​ສະພາ​ນິຕິບັນຍັດ​ຂອງ​ຕົນໃນ​ຂົງ​ເຂດ​ທີ່​ພວກ​ຕົນ​ຄວບ​ຄຸມ​ໃນ​ເວ
ລາ​ນີ້.

ສະຫະພາບ​ຢູ​ໂຣບ ​ແລະ​ສະຫະລັດ ​ເອີ້ນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ພວກ​ກະບົດ​ນັ້ນ​ວ່າ
ຜິດ​ກົດໝາຍ ​ໂດຍ​ກ່າວ​ວ່າ ມັນ​ລະ​ເມີດລັດຖະທຳ​ມະນູນຂອງ​ຢູ​ເຄຣນ ​ແລະ​ຂໍ້​ຕົກລົງ​ຢຸດ​
ຍິງ ​ທີ່​ໄດ້​ບັນລຸ​ກັນ​ໃນວັນ​ທີ 5 ກັນຍາ​ຜ່ານ​ມາ ລະຫວ່າງ​ພວກ​ຫົວ​ແບ່ງ​ແຍກ ​ແລະ​ລັດຖະ
ບານ​ຢູ​ເຄຣນ.

ຣັດ​ເຊຍ ກ່າວ​ວ່າ ຕົນ​ຈະ​ຮັບ​ຮູ້​ ຜົນ​ການ​ເລືອກ​ຕັ້ງ​ຂອງ​ພວກ​ຫົວ​ແບ່ງ​ແຍ​ກ. ບັນດາ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ຮຽກຮ້ອງຣັດ​ເຊຍ​ບໍ່​ໃຫ້​ຮັບ​ຮູ້​ຜົນ​ຂອງ​ການ​ເລືອກ​ຕັ້ງ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ປະເທດຕາ​ເວັນ​ຕົກ ກ່າວ​ວ່າ ການ​ປ່ອນ​ບັດ​ນີ້​ສາມາດ​ສ້າງຄວາມ​ຫຍຸ້ງ
ຍາກ​ຂຶ້ນ​ຕື່ມ​ອີກ ​ໃຫ້​ແກ່​ຄວາມ​ພະຍາຍາມ​ເພື່ອ​ຍຸດຕິ​ວິ​ກິດ​ການ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນ ບ່ອນ​ທີ່​ພວກ​ກະບົດ​ນິຍົມຣັດ​ເຊຍ ​ຢາກ​ເຂົ້າ​ຮ່ວມ​ກັບຣັດ​ເຊຍ​ນັ້ນ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ປະຊາຊົນ​ຫຼາຍ​ກວ່າ 4 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ໃນ​ການ​ສູ້​ລົບ​ກັນ​ລະຫວ່າງ​ກຳລັງ​ລັດຖະບານ​ຢູ​ເຄຣນ ​ແລະ​ພວກ​ກະບົດ​ນິຍົມຣັດ​ເຊຍ​ນັ້ນ.

ukraine2november14
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG