ປະທານາທິບໍດີຢູເຄຣນຄົນໃໝ່ທ່ານ Petro Poroshenko
ປະເຊີນໜ້າກັບການທ້າທາຍທຳອິດ ໃນອາທິດນີ້ ຊຶ່ງທ່ານຈະ
ທຳການເຈລະຈາກ່ຽວກັບ ການຊື້ຂາຍແກ໊ດສ໌ທຳມະຊາດກັບ
ຣັດເຊຍ ທີ່ຈະຂົ່ມຂູ່ການລຳລຽງແກ໊ດສ໌ໄປຍັງບັນດາປະເທດ
ໃນຢູໂຣບອີກດ້ວຍ.
ພວກເຈົ້າໜ້າທີ່ພະລັງງານຂອງຢູເຄຣນ ຣັດເຊຍ ແລະສະຫະ
ພາບຢູໂຣບ ມີກຳນົດຈະພົບພໍ້ກັນໃນວັນຈັນມື້ນີ້ທີ່ນະຄອນ
Brussels ເຖິງແມ່ນວ່າ ຈະມີການປະທະກັນດ້ວຍອາວຸດ ຈາກ
ກຳລັງຮັກສາຄວາມປອດໄພ ຂອງນະຄອນ Kyiv ກັບພວກຫົວ
ນິຍົມຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນກໍ່ຕາມ.
ຢູເຄຣນກັບຣັດເຊຍໄດ້ມີການຜິດຖຽງກັນມາ ກ່ຽວກັບວ່າ ຢູເຄຣນຕ້ອງໄດ້ຈາຍເທົ່າໃດ ສຳລັບແກ໊ດສ໌ທຳມະຊາດ. ຫຼັງຈາກ ທ່ານ Viktor Yanukovych ຕົກຈາອຳນາດ ແລະ ທ່ານ Poroshenko ໄດ້ຮັບໄຊຊະນະໃນການເລືອກຕັ້ງແລ້ວ Moscow ກໍໄດ້ຊອກຫາສ່ອງທາງທີ່ຈະຂຶ້ນລາຄາ ຄ່າແກ໊ດສ໌ ເປັນ 2 ເທົ້າ.
ນອກນັ້ນ ຢູເຄຣນ ຍັງໄດ້ຮັບໜ້າທີ່ລຳລຽງແກ໊ດສ ຂອງຢູໂຣບໃນປະລິມານ 15 ເປີເຊັນອີກດ້ວຍ. ຣັດເຊຍໄດ້ຂົ່ມຂູ່ຈະຕັດການລຳລຽງແກ໊ດສ ໄປຍັງຢູເຄຣນໃນວັນອັງຄານມື້ອື່ນນີ້ ຖ້າວ່ານະຄອນ Kyiv ຫາກບໍ່ຈ່າຍເງິນໃຫ້ຕົນ ຫຼາຍກວ່າ 5 ພັນລ້ານດອນລາ ທີ່ຍັງຕິດໜີ້ໃຫ້ແກ່ບໍລິສັດລັດວິສາຫະກິດ Gazprom ຂອງຣັດເຊຍ ສຳລັບການສົ່ງແກ໊ດສ໌ໃນຄັ້ງກ່ອນນັ້ນ.

ພາບຫຼ້າສຸດ ຈາກ ຢູເຄຣນ
1/7
Orthodox clergymen take part in a prayer for peace in front of a cathedral in the eastern Ukrainian city of Luhansk, June 9, 2014.
2/7
People carry their belongings using a bicycle as they leave Slovyansk, eastern Ukraine, June 9, 2014.
3/7
A resident shows an apartment building damaged by a mortar attack by Ukrainian government troops in Slovyansk, eastern Ukraine, June 9, 2014.
4/7
A woman walks past a gas station damaged by a mortar attack by Ukrainian government troops in Slovyansk, eastern Ukraine, June 9, 2014.
5/7
A pro-Russian man tries to remove a Ukrainian national emblem from the gates to the city administration headquarters in Luhansk, Ukraine, June 9, 2014.
Previous slide
Next slide