ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຍິນຍອມ ຂອງ ປ.ຢູເຄຣນ ບໍ່ໄດ້ປ່ຽນໃຈ ພວກປະທ້ວງ (ສະໄລດ໌/ວີດີໂອ)


Protests Spread in Ukraine Despite Bitter Cold
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
ປະທານາທິບໍດີຢູເຄຣນ ທ່ານ Viktor Yanukovych ທີ່ພວມປະ
ເຊີນໜ້າກັບການເດີນຂະບວນຂະໜາດໃຫຍ່ ທີ່ນະຄອນຫລວງ
Kyiv ແລະເມືອງເອກຂອງເຂດຕ່າງໆ ໄດ້ຕົກລົງ ທີ່ຈະສັບຊ້ອນ ຄະນະລັດຖະບານແລະດັດແປງແກ້ໄຂກົດໝາຍຕໍ່ຕ້ານການປະ
ທ້ວງສະບັບໃໝ່.

ການຍິນຍອມດັ່ງກ່າວ ໄດ້ມີການເປີດເຜີຍໃຫ້ຊາບ ໃນມື້ວັນສຸກ
ວານນີ້ ແຕ່ບໍ່ເທົ່າໃດຊົ່ວໂມງຕໍ່ມາລາຍງານຂ່າວໂທລະພາບສະ
ແດງໃຫ້ເຫັນວ່າ ມີລູກໄຟ ຂະໜາດໃຫຍ່ ເຮັດໃຫ້ທ້ອງຟ້າ ໃນ
ເຂດໃຈກາງນະຄອນຫຼວງ Kyiv ແຈ້ງສະຫວ່າງສະໄຫວ. ພວກ
ທີ່ເຫັນເຫດການກ່າວວ່າ ພວກປະທ້ວງທີ່ມີຄວາມໂກດແຄ້ນຊຶ່ງ
ພາກັນຕັ້ງຮັບ ຢູ່ທາງຫລັງ ເຄື່ອງກີດຂວາງ ຂະໜາດໃຫຍ່ນັ້ນ ໄດ້ແກວ່ງລະເບີດໄຟ ແລະ ກ້ອນຫີນເຂົ້າໃສ່ຕຳຫຼວດ ທີ່ໄດ້ຕອບໂຕ້ຄືນດ້ວຍລະເບີດນໍ້າຕາ.



ການຕໍ່ສູ້ກັນໄດ້ຍຸຕິລົງ ໃນກາງອາທິດນີ້ ໃນການຢຸດຍິງ ທີ່ຮຽກຮ້ອງໃຫ້ມີຂຶ້ນ ຫຼັງຈາກພວກ ປະທ້ວງທີ່ຕໍ່ສູ້ກັບຕຳຫຼວດຢ່າງໜ້ອຍ 3 ຄົນໄດ້ເສຍຊີວິດຊຶ່ງ 2 ຄົນໃນຈຳນວນນີ້ແມ່ນຕາຍ
ຍ້ອນຖືກຍິງ.

ການເຈລະຈາທີ່ຍັງດຳເນີນຢູ່ຕໍ່ມາລະຫວ່າງປະທານາທິບໍດີແລະພວກຜູ້ນຳຝ່າຍຄ້ານຄາດ ວ່າ ຈະດຳເນີນຕໍ່ໄປຕະຫຼອດໄລຍະວັນສຸດສັບປະດາ ແຕ່ຍັງບໍ່ທັນເປັນ ທີ່ຈະແຈ້ງເທື່ອວ່າ ຄວາມວຸ້ນວາຍຮອບໃໝ່ນີ້ ຈະມີຜົນກະທົບແນວໃດຕໍ່ເຈລະຈາດັ່ງກ່າວ.

ພວກຜູ້ນຳຝ່າຍຄ້ານ ທວງໃຫ້ລັດຖະບານ ຂອງນາຍົກລັດຖະມົນຕີ Mykola Azarov ລາ ອອກ ຈັດການເລືອກຕັ້ງປະທານາທິບໍດີກ່ອນກຳນົດ ແລະຍົກເລີກຂໍ້ຈຳກັດຮັດແຄບຕ່າງໆ ກ່ຽວກັບການປະທ້ວງທີ່ປະກາດໃຊ້ເມື່ອບໍ່ດົນມານີ້.

Ukraine
please wait
Embed

No media source currently available

0:00 0:01:45 0:00
XS
SM
MD
LG