ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກປະທ້ວງ ຢູເຄຣນ ຂະຫຍາຍຄ້າຍ ຫຼັງຈາກ ເຈລະຈາ ລົ້ມແຫຼວ (ສະໄລດ໌/ວີດີໂອ)


ພວກປະທ້ວງຝ່າຍຄ້ານໃນຢູເຄຣນ ພາກັນສ້າງເຄື່ອງກີດຂວາງ
ຂຶ້ນຕື່ມໃນບໍລິເວນຈະຕຸລັດໃຈກາງນະຄອນຫຼວງ Kyiv ໃນຕອນ
ເຊົ້າຂອງວັນສຸກມື້ນີ້ ລຸນຫລັງທີ່ໄດ້ມີການເຈລະຈາກັນ ໃນຕອນ
ເດິກຂອງຄືນທີ່ແລ້ວກັບລັດຖະບານແຕ່ບໍ່ໄດ້ຮັບຄວາມກ້າວໜ້າ
ແຕ່ຢ່າງໃດ.

ທ່ານ Vitaly Klitschko ຜູ້ນຳຝ່າຍຄ້ານ ພ້ອມທັງເປັນອະດີດນັກ
ມວຍອາຊີບ ກ່າວວ່າ ການເຈລະຈາເປັນເວລາຫຼາຍໆຊົ່ວໂມງລະ
ຫວ່າງທ່ານເອງແລະພວກຜູ້ນຳຝ່າຍຄ້ານຄົນອື່ນໆ ກັບປະທານາ
ທິບໍດີ Viktor Yanukovych ແມ່ນບໍ່ເກີດຜົນຫຍັງເລີຍ.

ທ່ານ Klitschko ເວົ້າວ່າ “ການໂອ້ລົມກັນເປັນເວລາຫຼາຍໆຊົ່ວໂມງ ການໂອ້ລົມກັນຫຼາຍໆ ຊົ່ວໂມງແມ່ນກ່ຽວກັບເລື່ອງ ທີ່ບໍ່ມີສາລະຫຍັງເລີຍ. ເວລານີ້ ຂ້າພະເຈົ້າເຂົ້າໃຈດີແລ້ວ ການ ນັ່ງລົງຮ່ວມໂຕະດຽວກັນ ກັບບຸກຄົນ ທີ່ໄດ້ຕັດສິນໃຈໄປແລ້ວວ່າ ຈະຕົວະທ່ານນັ້ນ ແມ່ນໄຮ້ ຄວາມໝາຍ.”

ສຳລັບພວກທີ່ຕັ້ງຄ້າຍ ຢູ່ໃນບໍລິເວນ ຈະຕຸລັດເອກກະລາດ ຂອງນະຄອນ Kyiv ນັ້ນ ໄດ້ຂະ ຫຍາຍບ່ອນປະທ້ວງ ຂອງພວກເຂົາເຈົ້າອອກໄປຕື່ມອີກ ໃນຕອນເຊົ້າຂອງວັນສຸກມື້ນີ້ ທັງໆ
ທີ່ການຢຸດປະທະກັນແບບແຕກຫັກງ່າຍທີ່ຮຽກຮ້ອງໃຫ້ມີ ຂຶ້ນເມື່ອນຶ່ງມື້ກ່ອນນັ້ນ ຍັງດຳເນີນ ຢູ່ຕໍ່ມາ.

ຜູ້ປະທ້ວງຄົນນຶ່ງທີ່ມີຊື່ Alexader ກ່າວວ່າ ເຄື່ອງກີດຂວາງໃໝ່ແມ່ນມີຄວາມຈຳເປັນ ຫລັງ ຈາກທີ່ໄດ້ເກີດຄວາມຮຸນແຮງ ມາເປັນເວລາຫຼາຍໆມື້. ມີພວກປະທ້ວງຢ່າງໜ້ອຍ 3 ຄົນໄດ້ ເສຍຊີວິດ ໃນມື້ວັນພຸດແລ້ວ ໃນລະຫວ່າງການປະທະກັນ ກັບຕຳຫຼວດປາບຈະລາຈົນ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວໃນວັນສຸກມື້ນີ້ວ່າ ບໍ່ມີເຫດຜົນອັນ ໃດທີ່ຈະນຳເອົາມາອ້າງໄດ້ ໃນການທຸບຕີຢ່າງຮ້າຍແຮງ ແລະການທໍລະມານທີ່ຕຳຫຼວດໄດ້ ກະທຳໄປແລະກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທຳການສືບສວນເບິ່ງເຫດ ຮ້າຍນີ້.

ຂະນະດຽວກັນໃນວັນພະຫັດວານນີ້ການເດີນຂະບວນປະທ້ວງໄດ້ແຜ່ລາມແຕ່ນະຄອນຫຼວງ ອອກໄປສູ່ຫຼາຍໆເຂດ ໃນພາກຕາເວັນຕົກຂອງຢູເຄຣນ ໂດຍທີ່ພວກປະທ້ວງໄດ້ບຸກເຂົ້າໄປ ໃນໂຮງການລັດຖະບານ ທີ່ເມືອງ Cherkasy ແລະເມືອງ Lviv.

Ukraine Crisis Deepens As Protesters Shot Dead
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG