ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ພວມດຳເນີນການ ເພື່ອຍົກຍ້າຍ ພວກທະຫານ ກຸ່ມສຸດທ້າຍ ທີ່ຍັງ​ຕົກຄ້າງຢູ່ໃນເມືອງ ມາຣີອູໂປລ


ທະຫານບ້ານຢູ່ໃນເຂດສາທາລະນະລັດ ປະຊາຊົນ ເຂດໂດເນັສຄ໌ ຍ່າງໄປບໍ່ໄກຈາກເຂດແນວໜ້າ ຢູ່ນອກຄຸ້ມບ້ານ ວາຊີລີບກາ ໃນເມືອງຢາຊີນູວາຕາ ເຂດດິນແດນພາຍໃຕ້ການປົກຄອງຂອງລັດຖະບານ ສາທາລະນະລັດ ປະຊາຊົນ ໂດເນັສຄ໌, ທາງກ້ຳຕາເວັນອອກຂອງຢູເຄຣນ, ວັນທີ 16 ພຶດສະພາ 2022. Photo: Associated Press
ທະຫານບ້ານຢູ່ໃນເຂດສາທາລະນະລັດ ປະຊາຊົນ ເຂດໂດເນັສຄ໌ ຍ່າງໄປບໍ່ໄກຈາກເຂດແນວໜ້າ ຢູ່ນອກຄຸ້ມບ້ານ ວາຊີລີບກາ ໃນເມືອງຢາຊີນູວາຕາ ເຂດດິນແດນພາຍໃຕ້ການປົກຄອງຂອງລັດຖະບານ ສາທາລະນະລັດ ປະຊາຊົນ ໂດເນັສຄ໌, ທາງກ້ຳຕາເວັນອອກຂອງຢູເຄຣນ, ວັນທີ 16 ພຶດສະພາ 2022. Photo: Associated Press

ກອງທັບຂອງຢູເຄຣນ ໃນວັນອັງຄານມື້ນີ້ ໄດ້ປະຕິບັດງານ ເພື່ອຍົກຍ້າຍພວກນັກລົບຂອງຕົນ ທີ່ຍັງເຫຼືອ ຢູ່ໃນໂຮງງານເຫຼັກອາຊອບສຕອລ (Azovstal) ຂອງເມືອງມາຣີອູໂປລ ບ່ອນທີ່ຖືກຍິງຖະຫລົ່ມໂດຍຣັດເຊຍ ມາໄດ້ສາມເດືອນ ເຮັດໃຫ້ເມືອງທ່າເຮືອແຫ່ງນີ້ພັງທະລາຍ.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ກ່າວວ່າ ພວກນັກລົບຫຼາຍກວ່າ 260 ຄົນ ໄດ້ຖືກຍົກຍ້າຍອອກໄປ ໃນວັນຈັນວານນີ້.

ພວກນັກລົບຫ້າສິບສາມຄົນ ທີ່ບາດເຈັບສາຫັດ ໄດ້ຖືກນຳສົ່ງໄປໂຮງໝໍຢູ່ໃນເມືອງໂນວາວຊອບຄ໌ (Novoazovsk) ຕັ້ງຢູ່ກ້ຳຕາເວັນອອກຂອງເມືອງມາຣີອູໂປລ ອີງຕາມການກ່າວຂອງຮອງລັດຖະມົນຕີປ້ອງກັນປະເທດ ທ່ານນາງ ອານນາ ມາລີຢາຣ. ເມືອງໂນວາວຊອບຄ໌ ແມ່ນຢູ່ພາຍໃຕ້ການຄວບຄຸມ ຂອງທະ ຫານຣັດເຊຍ ແລະພວກແບ່ງແຍກດິນແດນທີ່ສະໜັບສະໜຸນໂດຍຣັດເຊຍ.

ທ່ານນາງ ມາລີຢາຣ ໄດ້ກ່າວວ່າ ພວກນັກລົບອີກ 211 ຄົນ ໄດ້ຖືກນຳໄປເມືອງໂອເລນິບກາ (Olenivka) ຊຶ່ງເປັນພື້ນທີ່ຄວບຄຸມໂດຍພວກແບ່ງແຍກດິນແດນທີ່ສະໜັບສະໜຸນໂດຍຣັດເຊຍ ແລະກ່າວອີກວ່າ ພວກທີ່ໄດ້ຖືກຍົກ ຍ້າຍອອກໄປ ອາດເປັນໄປໄດ້ວ່າ ຈະມີການແລກປ່ຽນນັກໂທດກັບຣັດເຊຍ.

ໃນລະຫວ່າງການກ່າວຄຳປາໄສຕໍ່ປະເທດ ຜ່ານທາງວີດີໂອໃນຕອນ​ກາງຄືນນັ້ນ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ສົນທະນາກ່ຽວກັບການຍົກຍ້າຍພວກທະຫານອອກຈາກເມືອງມາຣີອູໂປລ.

ທ່ານເຊເລັນສກີ ໄດ້ເວົ້າວ່າ “ຂ້າພະເຈົ້າຢາກເນັ້ນຢ້ຳວ່າ ຢູເຄຣນ ຕ້ອງການພວກວິລະບຸລຸດຂອງຢູເຄຣນ ທີ່ມີຊີວິດຢູ່. ອັນນີ້ແມ່ນຫຼັກການຂອງພວກເຮົາ.” ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າຄຶດວ່າ ບຸກຄົນທັງຫຼາຍທີ່ດີພໍ ຄົງຈະເຂົ້າໃຈຄຳສັບເຫຼົ່ານີ້. ການປະຕິບັດງານເພື່ອກອບກູ້ພວກນັກລົບປ້ອງກັນເມືອງມາຣີອູໂປລໄດ້ຕັ້ງຕົ້ນຂຶ້ນໂດຍພວກນາຍທະຫານແລະເຈົ້າໜ້າທີ່ສືບລັບຂອງພວກເຮົາ. ເພື່ອທີ່ຈະນຳເອົາພວກເຂົາກັບຄືນບ້ານ ວຽກງານຍັງມີຢູ່ຕໍ່ເນື່ອງ ແລະວຽກງານນີ້ ຕ້ອງການຄວາມລະອຽດອ່ອນ ແລະໃຊ້ເວລາ.”

ທ່ານນາງມາລີຢາຣ ໄດ້ກ່າວວ່າ ໄດ້ທຳຄວາມພະຍາຍາມທີ່ຈະຊ່ອຍເຫຼືອພວກນັກລົບທີ່ຍັງເຫຼືອ ຢູ່ພາຍໃນໂຮງງານດັ່ງກ່າວ ຊຶ່ງເປັນທີ່ໝັ້ນແຫ່ງສຸດທ້າຍຂອງການຕໍ່ຕ້ານການບຸກລຸກ ໃນເມືອງທ່າເຮືອມາຣີອູໂປລ ຢູ່ທາງພາກໃຕ້.

ທ່ານນາງເວົ້າວ່າ “ຍ້ອນພວກນັກລົບປ້ອງກັນເມືອງມາຣີອູໂປລ ຢູເຄຣນ ຈຶ່ງສາມາດໄດ້ຮັບເວລາທີ່ສຳຄັນຍິ່ງ ແລະພວກເຂົາເຈົ້າໄດ້ປະຕິບັດໜ້າທີ່ຂອງພວກເຂົາຢ່າງເຕັມສ່ວນ. ແຕ່ມັນເປັນໄປບໍ່ໄດ້ ທີ່ຈະທະລຸການກີດກັ້ນໂຮງງານອາຊອບສຕອລ ໄດ້ ດ້ວຍວິທີດ້ານການທະຫານ.”

ໃນວັນຈັນວານນີ້ເຊັ່ນກັນ ຢູເຄຣນໄດ້ກ່າວວ່າ ກອງກຳລັງຂອງຕົນ ໄດ້ຕີກຳລັງທະຫານຂອງຣັດເຊຍ ໃຫ້ຖອຍໄປຢູ່ໃນຂົງເຂດເມືອງຄາຣກີບ ໃນການບຸກໂຈມຕີຕອບໂຕ້ ທີ່ໄດ້ອຳນວຍໃຫ້ຊາວຢູເຄຣນເດີນທາງໄປຮອດເຂດຊາຍແດນຂອງ ຣັດເຊຍ.

ກະຊວງປ້ອງກັນປະເທດຂອງຢູເຄຣນ ໄດ້ນຳເອົາວີດີໂອລົງໃນສື່ສັງຄົມ ທີ່ສະ ແດງໃຫ້ເຫັນ ສິ່ງທີ່ຕົນໄດ້ກ່າວວ່າ ເປັນກຳລັງທະຫານຂອງຕົນ ຢູ່ທີ່ເຂດຊາຍແດນ ໂດຍມີທະຫານຄົນນຶ່ງ ບອກປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ວ່າ “ພວກເຮົາຢູ່ທີ່ນີ້ແລ້ວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG