ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ຄົນ​ງານຊາວ​ຢູ​ເຄ​ຣນ ພວມ​ເຮັດ​ວຽກຢ່າງ​ຂຸ້​ນ​ຂ້ຽວ ເພື່ອ​ຟື້ນ​ຟູ​ຕາ​ຂ່​າຍ ​ສາຍ​ສົ່ງ​ໄຟ​ຟ້າຂ​ອງ​ປະ​ເທດ

ຄົນ​ຜູ້​ນຶ່ງ​ກຳ​ລັງ​ຍ່າງ​ຢູ່​ໃນ​ເຂດ​ໃຈ​ກາງ​ເມືອງ ທີ່​ບໍ່​ມີ​ໄຟ​ຟ້າ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟຂອງ​ຣັດ​ເຊຍ​ໃນ​ມື້​ກ່ອນ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 24 ພະ​ຈິກ 2022.
ຄົນ​ຜູ້​ນຶ່ງ​ກຳ​ລັງ​ຍ່າງ​ຢູ່​ໃນ​ເຂດ​ໃຈ​ກາງ​ເມືອງ ທີ່​ບໍ່​ມີ​ໄຟ​ຟ້າ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟຂອງ​ຣັດ​ເຊຍ​ໃນ​ມື້​ກ່ອນ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 24 ພະ​ຈິກ 2022.

ພວກ​ຄົນ​ງານ​ຢູ​ເຄ​ຣນ​ເຮັດ​ວຽກ​ໝົດ​ມື້​ໃນ​ວັນ​ພະ​ຫັດ​ວານນີ້​ເພື່ອ​ຫາ​ທາງ​ຟື້ນ​ຟູ​ການ​ບໍ​ລິ​ການ​ໄຟ​ຟ້າ​ແລະ​ນ້ຳ​ປະ​ປາ​ໃຫ້​ແກ່​ປະ​ຊາ​ຊົນ​ຫຼາຍໆ​ລ້ານ​ຄົນ ຍ້ອນ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ.

ມີການ​ຍິງ​ລູກ​ສອນ​ໄຟຈຳ​ນວນ​ນຶ່ງໂຈມ​ຕີ​ຫົວ​ເມືອງ​ສຳ​ຄັນໆໃນ​ຢູ​ເຄ​ຣນ ຮວມ​ທັງ​ນະ​ຄອນ​ຫຼວງ​ກີ​ຢິບ​ແລະ​ເມືອງ​ລີ​ວິບ. ມາ​ຮອດ​ຕອນ​ກາງ​ຄືນ​ວັນ​ພະ​ຫັດ ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ກີ​ຢິບ ທ່ານ​ວີ​ຕາ​ລີ ກ​ຣິ​ສ​ໂກກ່າວ​ວ່າ 60 ເປີ​ເຊັນ​ຂອງ​ບ້ານ​ເຮືອນ​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຈ​າກ​ໄຟ​ຟ້າ​ມອດ. ທ່ານ​ໄດ້​ກ່າວ​ຜ່ານ​ທາງ​ເຕ​ເລກ​ຣາມ​ວ່າ ພວກ​ນາຍ​ຊ່າງ​ໄຟ​ຟ້າ “ພວມ​ເຮັດ​ວຽກ​ເປັນ​ຢ່າງ​ດີ​ທີ່​ສຸດ” ເພື່ອ​ຟື້ນ​ຟູ​ການ​ບໍ​ລິ​ການ​ໄຟ​ຟ້າ.

ພວກ​ເຈົ້າ​ໜ້າ​ທີ່​ເທດ​ສະ​ບານ ກ່າວ​ຕໍ່​ອົງ​ການ​ຂ່າວ AFP ຂອງ​ຝ​ຣັ່ງ​ວ່າ ການ​ບໍ​ລິ​ການ​ນ້ຳ​ປະ​ປາ​ແມ່ນ​ໄດ້​ຮັບ​ການ​ຟື້ນ​ຟູຢ່າງ​ເຕັມ​ອັດ​ຕາ​ແລ້ວ.

ປະ​ຊາ​ຊົນ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຢືນ​ຢູ່​ໃກ້​ລົດ​ໂຮງໝໍ ກ່ອນ​ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນ​ປົວ ທີ່​ໂຮງ​ພະ​ຍາ​ບານ​ເມືອງ​ເຄີ​ຊອນ ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 24 ພະ​ຈິກ 2022.

​ແຕ່​ແນວ​ໃດ​ກໍ​ຕາມ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ​ໄດ້ ກ່າວໃນ​ຄຳ​ປາ​ໄສ​ທາງວີ​ດີ​ໂອ​ເມື່ອ​ແລງວັນ​ພະ​ຫັດ​ນີ​ວ່າ “ມາ​ຈົນ​ຮອດ​ຕອນ​ແລງນີ້ ຍັງ​ມີ​ບັນ​ຫາ​ຢູ່​ກ່ຽວ​ກັບ​ນ້ຳ​ປະ​ປາ ຢູ່​ໃນ 15 ເຂດ.

ທ່ານ​ເຊ​ເລນ​ສ​ກີ ກ່າ​ວ​ວ່າ “ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ ​ແມ່ນ​ຢູ່ໃນ​ເຂດ​ນະ​ຄອນ​ກີ​ຢິບ ກີ​ໂຮ​ໂວ​ແຣດ ນິບ​ໂປ​ຣ​ປີ​ຕ​ຣອບ ລີ​ວິບ ປອດ​ຕາ​ວາ ແລະ ​ຄາ​ກີບ. ແຕ່​ເມື່ອ​ຮວມ​ກັນກັບ​ການ​ສະ​ໜອງ​ໄຟ​ຟ້າ​ ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນໆ​ແລ້ວ ພວກ​ເຮົາ​ຍັງ​ສະ​ໜອງ​ນ້ຳ ແລະ​ອາຍ​ອຸ່ນ​ນຳ​ດ້ວຍ.”

ທ່ານ​ກ່າວ​ຕື່ມ​ວ່າ ສະ​ຖາ​ນະ​ການ​ໃນ​ດ້ານ​ໄຟ​ຟ້າຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຢູ່ ໃນ​ເກືອບ​ທຸກໆ​ເຂດ. ແຕ່​ແນ​ວ​ໃດ​ກໍ​ຕາມ ພວກ​ເຮົາ​ພວມ​ເຄື່ອນ​ຍ້າຍ ​ອອກ​ຈາກ​ຄວາມ​ມືດ​ເທື່ອ​ລະ​ກ້າ​ວ​ໆ.”

ສະ​ພາບ​ອາ​ກາດ​ຢູ່​ໃນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ຢູ​ເຄ​ຣນ​ເມື່ອ​ວັນ​ພະ​ຫັດ​ວານນີ້ແມ່ນ​ຕ່ຳ​ກວ່າ 10 ອົງ​ສາ​ແຊ​ລ​ຊຽ​ສ ໂດຍ​ມີການ​ພະ​ຍາ​ກອນ​ອາ​ກາດ​ວ່າ ຈະ​ມີຝົນ​ແລະ​ຫິ​ມະ​ຕົກ​ພາຍ​ໃນ​ສອງ​ສາມມື້​ຂ້າງ​ໜ້ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG