ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໗ ເມສາ ໒໐໒໕

ຢູເຄຣນ ຊະນະຫຼຽນລາງວັນຟຸຕຊອລ ຊິງແຊມໂລກຄັ້ງທໍາອິດ


ນັກເຕະຟູຕຊອລ ຊາວອັຟການິສຖານ ແຂ່ງກັບນັກເຕະຊາວຢູເຄຣນ
ນັກເຕະຟູຕຊອລ ຊາວອັຟການິສຖານ ແຂ່ງກັບນັກເຕະຊາວຢູເຄຣນ

ກິ​ລາຟຸດຊອລ ຖືກຄົ້ນຄິດ ຂຶ້ນໃນປະ​ເທດ ອູຣູກວາຍ ເມື່ອເກືອບສັດຕະວັດທີ່ຜ່ານ ມາ ເພື່ອໃຊ້ຫຼິ້ນກິ​ລາ​ເຕະ​ບານໃນຮົ່ມ ຫຼື ເຕະ​ບານໃນສະໜາມບາສເກັດບອລ. ມັນໄດ້ຮັບຄວາມນິຍົມຢ່າງລົ້ນເຫຼືອ ແລະໃນປີນີ້ນັກກິລາຊາວຢູເຄຣນ ກໍຍາດໄດ້ ຫຼຽນລາງວັນຈາກການແຂ່ງຂັນຟຸດຊອລຊິງແຊັ້ມນານາຊາດສໍາເລັດ.

ສະໜາມກິລາແຫ່ງນີ້ເປັນບ້ານຂອງສະໂມສອນຟຸດຊອລ ເອ​ເນີ​ເຈຍ ລະວີບ (Energia Lviv) ຊຶ່ງເປັນນຶ່ງໃນທິມຟຸດຊອລຊັ້ນນໍາຂອງຢູເຄຣນ. ມັນ​ຄ້າຍຄືກິ​ລາ​ເຕະ​ບານ ແຕ່ການແຂ່ງຂັນຈະຈັດຂຶ້ນໃນສະໜາມໃນຮົ່ມຂະຫນາດ 40X20 ແມັດ ກັບປະຕູຂະນາດ 3X2 ແມັດ.

ເປັນຄັ້ງທໍາອິດນັບຕັ້ງແຕ່ຢູເຄຣນໄດ້ຮັບເອກະລາດໃນເດືອນສິງຫາປີ 1991, ທີ່ທິມຟຸດຊອລແຫ່ງຊາດຂອງປະເທດຊຶ່ງມີຜູ້ຫຼິ້ນ ແລະໂຄຈ໌ຈາກ ເອ​ເນີ​ເຈຍ ລະວີບ ເປັນສະມາຊິກ ໄດ້ຮັບລາງວັນຫຼຽນຄຳຈາກການແຂ່ງຂັນຟຸດຊອລຊິງແຊັ້ມໂລກ ຟີຟາ (FIFA).

ທ່ານ ວາແລຣີ ເລັກຈານ໊ອບ, ຜູ້ຊ່ວຍໂຄຈ໌ທິມຊາດ ຢູເຄຣນ ກ່າວວ່າ "ສະໄໝເປັນເດັກນ້ອຍ, ການແຂ່ງຂັນເຕະ​ບານໃນລະດູຮ້ອນ ແລະ ຟຸດຊອລໃນລະດູ ໃບໄມ້ຫຼົ່ນ ແລະລະດູໃບໄມ້ປົ່ງເປັນເລື່ອງປົກະຕິ. ຂ້າພະເຈົ້າຕົກຫຼຸມຮັກຟຸດຊອລ ຕັ້ງແຕ່ຍັງເປັນເດັກນ້ອຍເພາະວ່າ ເປັນແນວຄິດດຽວກັບເຕະ​ບານຄືການຍິງປະຕູດ້ວຍ ຕີນ.”

ປີນີ້ທີມ​ດັ່ງ​ກ່າວສາມາດເອົາຊະນະຝຣັ່ງໄດ້ຢ່າງຂາດລອຍດ້ວຍຄະແນນ 7 ປະ​ຕູຕໍ່ 1 ໃນການແຂ່ງຂັນນີ້ ແລະຈົບອັນດັບທີ 3 ຕາມຫຼັງອາເຈນຕີນາ ແລະແຊັ້ມບຣາຊິລ.

ມີຄາຍໂລ ຊວາຣິຈ໌ໍ, ທິມຊາດຢູເຄຣນ ກ່າວວ່າ "ຂ້າພະເຈົ້າຄິດວ່າ​ພວກ​ເຮົາ​ສົມ​ຄວນ​ແລ້ວ​ທີ່ໄດ້ຫຼຽນລາງວັນມາ! ພວກເຮົາຫນ້າຈະ ຜ່ານເຂົ້າຮອບຊິງຊະນະເລີດໄດ້ ຖ້າໂຊກດີກວ່ານີ້ອີກຈັກໜ່ອຍເມືອພົບກັບ ບຣາຊິລ. ຕອນທີ່ພວກເຮົາສະເຫມີຢູ່ 2 ຕໍ່ 2, ພວກເຮົາມີໂອກາດດີໆຫຼາຍເທື່ອ, ຂ້າພະເຈົ້າຍິງ ຕໍາເສົາ ແລະ ໂຣສຕີສະລາບ ຊີເມັນເຈັນໂກ ຍິງໄປຕໍາຄານປະຕູ. ຖ້າໃຜຍິງປະຕູໄດ້ ກໍຈະເຮັດໃຫ້ຄະແນນເປັນ 3 ຕໍ່ 2 ຂ້າພະເຈົ້າຄິດວ່າພວກເຮົາຄົງເຂົ້າໃກ້ຮອບ​ຊິງ​ຊະ​ນະ​ເລີດ.”

ທິມຊາດຢູເຄຣນ ປະກອບມີຜູ້ຫຼິ້ນສ່ວນໃຫຍ່ຈາກສະໂມສອນໃນທ້ອງຖິ່ນທີ່ຝຶກຊ້ອມ ແລະ ແຂ່ງຂັນແມ່ນກະທັ້ງມີສົງຄາມກໍຍັງດໍາເນີນຢູ່.

ທ້າວ ຊວາຣິຈ໌ ໄດ້ຫຼິ້ນໃຫ້ກັບທິມ ເອັມເອັຟຊີ ໂປຣດີຊິມ ເຄີ​ສັນ, ເວ​ລາ​ທີ່ ຣັດເຊຍ ບຸກຍຶດບ້ານຂອງລາວໃນວັນທີ 24 ກຸມພາ 2022. ທິມຂອງລາວເດີນທາງກັບໄປ​ເມືອງ ເຄີ​ສັນ ທາງລົດບັສຫຼັງຈາກການ​ແຂ່ງຂັນນອກ​ບ້ານ.

ມີຄາຍໂລ ຊວາຣິຈ໌, ທິມຊາດຢູເຄຣນ ກ່າວວ່າ "ຂອບໃຈທີ່ຂ້າພະເຈົ້າລອດມາໄດ້, ໝູ່ຂອງຂ້າພະເຈົ້າ ​ທ້າວ ເປໂຕຣ ໂຊຕູຣ໌ມາ ກັບຕັນທິມຊາດໃນປັດຈຸບັນ ໄດ້ຢູ່ບ້ານກັບລູກນ້ອຍໆຂອງ​ລາວ, ຫຼົບ​ລີ້ຢູ່ໃນຫ້ອງ ໃຕ້ດິນ. ລູກຂອງລາວມີອາຍຸພຽງສາມເດືອນ, ພວກເຂົາໃຊ້ຊີວິດແບບນັ້ນຢູ່ນຶ່ງ ຫຼືສອງເດືອນໂດຍບໍ່ເຄີຍໄດ້ອອກຈາກຫ້ອງໃຕ້ດິນເລີຍ. ພວກເຂົາເຈົ້າສ່ຽງທຸກຢ່າງ ເພື່ອຫາສະບຽງອາຫານໃຫ້ພວກລູກໆຂອງລາວ. ໂຊກດີໃນທີ່ສຸດລາວກໍອອກມາ ໄດ້ຢ່າງປອດໄພ.”

ໃນປະ​ເທດ ອຸສເບກິສຖານ ຊຶ່ງເປັນສະຖານທີ່ຈັດການແຂ່ງຂັນຟຸດຊອລ ຊິງແຊັ້ມ ໂລກໃນປີ 2024 ທິມຊາດຢູເຄຣນໄດ້ຮັບແຮງບັນດານໃຈມາຈາກການຕົບແຕ່ງ ຫ້ອງແຕ່ງໂຕດ້ວຍທຸງຂອງບັນດາກອງພົນທະຫານຢູເຄຣນ... ແລະຈາກ ກອງເຊຍ​ຢູ່ທີ່ບ້ານ.

ທ່​ານ ວາແລຣິ ເລັກຈານອບ, ຜູ້ຊ່ວຍໂຄຈ໌ທິມຊາດຢູເຄຣນ ກ່າວວ່າ "ເມື່ອຜູ້ຈັດການທີມຂອງພວກເຮົາໄປຈັບສະ​ຫລາກໃນເດືອນມີນາ ມີປ້າຍໂຄສະນາ ໃນອຸສເບກິສຖານ ປະກາດການມາຢ້ຽມຢາມຂອງ [ປະທານາທິບໍດີ ຣັດ​ເຊຍ ວລາດີເມຍ ປູຕິນ], ພວກເຮົາຮູ້ເຖິງຄວາມສ່ຽງຂອງການຢູ່ໃນປະເທດຍຸກຫຼັງ ສະຫະພາບ ໂຊວຽດ. ແຕ່ເປັນເລື່ອງແປກໃຈຄືຄົນທ້ອງຖິ່ນໂດຍສະເພາະຄົນ ໜຸ່ມນ້ອຍເຂົ້າໃຈສະຖານນະການນີ້ດີ. ພວກເຂົາສະໜັບສະໜູນພວກເຮົາ, ພວກເຈົ້າຄົງເຫັນສິ່ງນີ້ໄດ້ໃນການແຂ່ງຂັນໃໝ່ແຕ່ລະຄັ້ງ - ບັນດາແຟນໆເຊຍ​ ຢູເຄຣນ ຫຼາຍຂຶ້ນເລື້ອຍໆ.”

ຫຼັງຈາກຍາດຫຼຽນທອງແດງມາໄດ້, ຢູເຄຣນ ໄດ້ໄຕ່ອັນດັບຂຶ້ນມາຢູ່ທີ 9 ໃນຟີຟາ (FIFA) ຊຶ່ງເປັນຄະນະບໍລິຫານລະດັບນານາຊາດສຳ​ລັບ​ການ​ຈັດ​ອັນ​ດັບກິ​ລາຟຸດຊອລ ແລະ ເຕະ​ບານຂອງໂລກ. ນັບເປັນອີກຈຸດທີ່ສົດໃສສໍາລັບປະເທດທີ່ກໍາລັງດີ້ນຮົນຕໍ່ສູ້ ໃນໄລຍະສົງຄາມ.

Futsal was invented in Uruguay almost a century ago to play indoor soccer or football on a basketball court. It’s become hugely popular and this year Ukrainian players medaled in the international Futsal championship. Omelyan Oshchudlyak has the story.

This Sports Palace is the home of the futsal club Energia Lviv – one of Ukraine’s leading futsal teams. It’s like football but games take place on a 40x20-meter indoor court with 3x2-meter goals.

For the first time since Ukraine became independent in August 1991,

the country’s national futsal team with players and coaches from Energia Lviv as its members, won a bronze medal at the FIFA Futsal World Cup.

Valeriy Legchanov, Ukraine National Team Assistant Coach

"Back in my childhood, it was common to play soccer in the summer and futsal in the fall and spring. I fell in love with futsal as a kid – it’s the same idea as soccer: scoring goals playing with your feet."

This year the team scored a decisive 7-1 victory over France in the match for third place finishing behind Argentina and the Brazilian champions.

Mykhailo Zvarych, Ukraine National Team

"I think we earned those medals! We could’ve made it to the finals with a bit more luck when against Brazil. At 2-2, we had great chances – I hit the post, and [Rostyslav] Semenchenko hit the crossbar. If one of those had gone in, making it 3-2, I think we would’ve been close to the

The Ukrainian national team consists mostly of players from local clubs who train and compete despite the ongoing war.

Zvarych was playing for the team, MFC Prodexim Kherson, when Russia invaded his home country. On February 24, 2022, his team was returning to Kherson by bus after an away game.

Mykhailo Zvarych, Ukraine National Team

"Thankfully, I made it out. My friend, Petro Shoturma, the current national team captain,

stayed behind with his young kids, hiding in basements. His children were just three months old. For a month or two, they lived like that, never leaving the basement. He risked everything to get supplies for his kids. Thankfully, he eventually got out safely."

In Uzbekistan, where the FIFA Futsal World Cup took place in 2024, the Ukrainian team found motivation by decorating their locker room with flags from different Ukrainian military brigades... and from fans back home.

Valeriy Legchanov, Ukraine National Team Assistant Coach

"When our manager went to the draw in March, there were billboards in Uzbekistan announcing a visit by [Russian President Vladimir] Putin. We knew the risks of being in a post-Soviet country. But surprisingly, locals, especially young people,

understood the situation. They supported us. You could see it with each new game –

more and more fans cheering for Ukraine."

After winning bronze, Ukraine rose to ninth place in FIFA, the international governing board for football and Futsal’s world rankings. Another bright spot for a country struggling during war time.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG