ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ເຕັມໃຈ ທີ່ຈະພິຈາລະນາ 'ຢ່າງຈິງໃຈ' ຕໍ່ການເຈລະຈາກັບຣັດເຊຍ


ແຟ້ມພາບ - ໃນພາບນີ້ທີ່ໄດ້ຖືກເປີດເຜີຍ ໂດຍສຳນັກງານການຂ່າວຂອງປະທານາທິບໍດີ ຢູເຄຣນ, ສະແດງໃຫ້ເຫັນ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ນຳພາກອງປະຊຸມ ສະພາຄວາມໝັ້ນຄົງແລະການປ້ອງກັນແຫ່ງຊາດ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ເມື່ອວັນສຸກ ທີ 30 ກັນຍາ 2022.
ແຟ້ມພາບ - ໃນພາບນີ້ທີ່ໄດ້ຖືກເປີດເຜີຍ ໂດຍສຳນັກງານການຂ່າວຂອງປະທານາທິບໍດີ ຢູເຄຣນ, ສະແດງໃຫ້ເຫັນ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ນຳພາກອງປະຊຸມ ສະພາຄວາມໝັ້ນຄົງແລະການປ້ອງກັນແຫ່ງຊາດ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ເມື່ອວັນສຸກ ທີ 30 ກັນຍາ 2022.

ກ່ອນໜ້າການກ່າວຖະແຫລງຂອງທ່ານ ຕໍ່ບັນດາຜູ້ນຳຂອງໂລກຢູ່ທີ່ກອງປະຊຸມ ສຸດຍອດດ້ານດິນຟ້າອາກາດຂອງໂລກ ໃນວັນອັງຄານວານນີ້ ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າ ປະເທດຂອງທ່ານ ຍິນດີ ທີ່ຈະພິຈາລະນາ “ຢ່າງຈິງໃຈ” ໃນການເຈລະຈາກັບຣັດເຊຍ.

ທ່ານເຊເລັນສກີ ໄດ້ກ່າວວ່າ ຢູເຄຣນ ຈະເປີດໃຈເພື່ອສົນທະນາກັບມົສກູ ຖ້າເຂດແດນຂອງຢູເຄຣນໄດ້ຮັບການຟື້ນຟູຄືເກົ່າ ພວກຜູ້ເຄາະຮ້າຍຈາກການຮຸກຮານຂອງຣັດເຊຍ ແລະການໂຈມຕີທັງຫຼາຍ ໄດ້ຮັບການຊົດເຊີຍ ແລະມີຄວາມພະຍາຍາມເພື່ອນຳເອົາພວກຜູ້ກະທຳຄວາມຜິດມາຮັບຜິດຊອບ.

ຄຳເຫັນຂອງທ່ານປະທານາທິບໍດີນັ້ນ ຫຼັງຈາກລາຍງານຂອງໜັງສືພິມວໍຊິງຕັນໂພສ (Washington Post) ທີ່ໄດ້ກ່າວວ່າ ສະຫະລັດຢາກໃຫ້ຢູເຄຣນ ສະ ແດງອອກເຖິງຄວາມຕັ້ງໃຈຂອງຕົນ ທີ່ຈະພົວພັນໃນການເຈລະຈາສັນຕິພາບ. ຄວາມຕັ້ງໃຈນັ້ນ ອີງຕາມບົດລາຍງານ ຈະເສີມສ້າງການສະໜັບສະໜູນຂອງ ນາໆຊາດສຳລັບກີຢິບ.

“ທ່າທີຂອງພວກເຮົາ ບໍ່ແມ່ນການຊຸກຍູ້ໃຫ້ຢູເຄຣນເຂົ້າໃນເຈລະຈາກ ກ່ອນທີ່ພວກເຂົ້າເຈົ້າມີຄວາມພ້ອມ ແຕ່ແທນທີ່ວ່າ ຈະໃຫ້ພວກເຂົາເຈົ້າເອງຢູ່ໃນທ່າທີ ເຊັ່ນວ່າ ເມື່ອໃດ ແລະຖ້າພວກເຂົາເຈົ້າ ແມ່ນພ້ອມແລ້ວ ພວກເຂົາເຈົ້າ ເຮັດ ເຊັ່ນນັ້ນຈາກທ່າທີຂອງຄວາມແຂງແກັ່ນ. ແລະຂ້າພະເຈົ້າຄິດວ່າ ຢ່າງເປີດອົກ ທ່ານຮູ້ດີ ສິ່ງຕ່າງໆກ່ຽວກັບພາກພື້ນດິນແມ່ນມີແນວໂນ້ມໃນທິດທາງຂອງພວກເຂົາເຈົ້າ” ທ່ານຄໍລິນ ແຄລ (Colin Kahl) ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຂອງທຳນຽບຫ້າແຈ ຮັບຜິດຊອບດ້ານນະໂຍບາຍ ໄດ້ກ່າວຕໍ່ບັນດານັກຂ່າວ ໂດຍການສົນທະນາຜ່ານທາງອິນເຕີເນັດ ໃນວັນອັງຄານວານນີ້.

“ເງື່ອນໄຂຫຼັກ” ສຳລັບການພິຈາລະນາເຊັ່ນນັ້ນ ຈະເປັນ “ການຟື້ນຟູຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນ” ອີງຕາມຫົວໜ້າສະພາຄວາມໝັ້ນຄົງແລະການປ້ອງກັນແຫ່ງຊາດຂອງຢູເຄຣນ ທ່ານໂອເລັກຊີ ດານີລອຟ (Oleksiy Danilov).

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງລິນດາ ທອມມັສ-ກຣິນຟີລໄດ້ກ່າວຢ້ຳເຖິງ “ຄວາມ​ແນ່ວ​ແນ່!” ​ຂອງສະຫະລັດ ​ຕໍ່ສະໜັບສະໜູນຢູເຄຣນ ເມື່ອວັນອັງຄານວານນີ້ ໃນລະຫວ່າງການເຈລະຈາກັບປະທານາທິບໍດີຂອງຢູເຄຣນ ແລະບັນດາເຈົ້າໜ້າທີ່ຂັ້ນສູງ ໃນກີຢິບ ຄື ທ່ານເນຕ ແອແວນສ໌ (Nate Evans) ໂຄສົກຂອງຄະນະປະຕິງານສະຫະລັດ ປະຈຳອົງການສະຫະປະຊາຊາດ ໄດ້ກ່າວໃນຖະແຫລງການສະບັບນຶ່ງ. ພວກເຈົ້າໜ້າທີ່ ໄດ້ປຶກສາຫາລືກ່ຽວກັບຄວາມພະຍາຍາມຂອງນາໆຊາດ ເພື່ອໃຫ້ຜົນກະທົບຈາກການບຸກລຸກຂອງຣັດເຊຍ ຕໍ່ຄວາມໝັ້ນຄົງດ້ານອາຫານຂອງໂລກ ໜ້ອຍທີສຸດ ແລະຮັບປະກັນວ່າ ຄວາມຮັບຜິດຊອບຕໍ່ອາຊະຍາກຳສົງຄາມແລະ ການກໍ່ຄວາມໂຮດຮ້າຍທາລຸນແກ່ປະຊາຊົນຊາວຢູເຄຣນ.

ໃນຂະນະດຽວກັນ ທຳນຽບຫ້າແຈ ໃນວັນອັງຄານໄດ້ຍ້ອງຍໍ ການໄປເຖິງຂອງລະບົບປ້ອງກັນທາງອາກາດຊຸດໃໝ່ ໃນຢູເຄຣນ ເພື່ອປົກປ້ອງປະເທດນີ້ຕໍ່ການໂຈມຕີຈາກພວກລູກສອນໄຟນຳວິຖີ ໂດຣນ ແລະເຮືອບິນລົບທີ່ມີຄົນຂັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG