ຢູເຄຣນກ່າວວ່າ ຕົນຈະສືບຕໍ່ທຳຄວາມກົດດັນ ໂດຍການ
ບຸກລຸກທາງທະຫານຂອງຕົນ ຕໍ່ພວກຫົວແບ່ງແຍກນິຍົມ
ຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນ ໃນຂະນະທີ່
ວັງ Kremlin ລາຍງານວ່າ ຕົນໄດ້ຮັບການຮ້ອງຂໍຄວາມ
ຊ່ອຍເຫຼືອຈາກປະຊາຊົນຫຼາຍພັນຄົນ ຈາກຂົງເຂດທີ່ປະ
ຊາຊົນ ປາກພາສາຣັດເຊຍນັ້ນ.
ລັດຖະມົນຕີກະຊວງພາຍໃນຢູເຄຣນ ທ່ານ Arsen Avakov
ກ່າວວ່າ ກອງທະຫານຂອງຢູເຄຣນໄດ້ຍຶດເອົາຫໍຄອຍໂທລະ
ພາບແຫ່ງນຶ່ງແລະພວກອາຄານຂອງລັດຖະບານຫຼາຍແຫ່ງ
ຄືນຈາກພວກກະບົດໃນເມືອງ Kramatorsk ທີ່ຕັ້ງຢູ່ໃກ້ໆກັບ
ເມືອງ Slovyansk ທີ່ໝັ້ນຂອງພວກຫົວນິຍົມຣັດເຊຍນັ້ນ.
ທ່ານ Andrily Parubiy ຫົວໜ້າສະພາຄວາມໝັ້ນຄົງແລະປ້ອງກັນຊາດຂອງຢູເຄຣນ
ກ່າວໃນວັນອາທິດມື້ນີ້ວ່າ ການອອກປະຕິບັດງານຕໍ່ຕ້ານພວກກໍ່ການຮ້າຍຈະດຳເນີນ
ໄປໃນຫົວເມືອງຕ່າງໆ ນອກຈາກເມືອງ Slovyansk ແລະເມືອງ Kramatorsk ນັ້ນ.
ທີ່ມົສກູ ໂຄສົກປະຈຳວັງ Kremlin ກ່າວວ່າ ປະທານາທິບໍດີ Vladimir Putin ຍັງບໍ່
ທັນໄດ້ຕັດສິນໃຈເທື່ອວ່າ ຈະເຮັດວິທີໃດເພື່ອຕອບໂຕ້ຕໍ່ການບຸກໂຈມຕີຂອງຢູເຄຣນ
ຫຼືຕໍ່ການຕາຍຂອງປະຊາຊົນ ຢ່າງໜ້ອຍ 42 ຄົນ ຊຶ່ງສ່ວນຫຼາຍເປັນພວກຫົວນິຍົມ
ຣັດເຊຍ ທີ່ໄດ້ເສຍຊີວິດໄປໃນການສູ້ລົບກັນ ໃນວັນສຸກຜ່ານມານີ້ ທີ່ເມືອງທ່າ Odessa ນັ້ນ.
ປັດຈຸບັນນີ້ ຣັດເຊຍໄດ້ລະດົມທະຫານຢ່າງໜ້ອຍ 40 ພັນຄົນ ແລະລົດຫຸ້ມເກາະ
ຢູ່ເລາະຕາມຊາຍແດນຂອງຕົນ ຕິດກັບຢູເຄຣນ ແລະວັງ Kremlin ກ່າວວ່າ ຕົນສະ
ຫງວນສິດທີ່ຈະເຂົ້າໄປໃນຢູເຄຣນ ເພື່ອປົກປ້ອງຊາວພື້ນເມືອງຣັດເຊຍ ໃນປະເທດ
ນັ້ນ.
ການປະຕິບັດການທາງທະຫານ ທາງພາກຕາເວັນອອກ ຂອງຢູເຄຣນ ພາໃຫ້ ຊາວນະຄອນ Kyiv ວິຕົກ ກ່ຽວກັບການເລືອກຕັ້ງ:

ພາບຫຼ້າສຸດ ຈາກ ຢູເຄຣນ
1/11
A protester walks past a burning pro-Russian tent camp near the trade union building in Odessa, Ukraine, May 2, 2014.
ເບິ່ງຕື່ມອີກ
Show less
2/11
An injured pro-Russian activist looks on during clashes with supporters of the Kyiv government in the streets of Odessa, Ukriane, May 2, 2014.
ເບິ່ງຕື່ມອີກ
Show less
3/11
People wait to be rescued on upper levels of a trade union building in Odessa, Ukraine, May 2, 2014.
ເບິ່ງຕື່ມອີກ
Show less
4/11
یمن میں حوثی باغی سعودی عرب کی فضائی کارروائیوں کے خلاف سراپا احتجاج ہیں۔
ເບິ່ງຕື່ມອີກ
Show less
5/11
Pro-Russian gunmen listen to instructions from their commander (center) behind barricades in Slovyansk, May 2, 2014.
ເບິ່ງຕື່ມອີກ
Show less
6/11
A pro-Russian rebel aims his rifle at a checkpoint near a Ukrainian airbase in Kramatorsk, eastern Ukraine, May 2, 2014.
ເບິ່ງຕື່ມອີກ
Show less
7/11
Ukrainian troops guard a checkpoint near the town of Slovyansk, May 2, 2014.
ເບິ່ງຕື່ມອີກ
Show less
8/11
Ukrainian soldiers sit on an armored personnel carrier at a Ukrainian checkpoint, Slovyansk, May 2, 2014.
ເບິ່ງຕື່ມອີກ
Show less
9/11
Ukrainian government troops guard a checkpoint just outside Slovyansk, May 2, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide