ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຊາວຢູເຄຣນ ສະຫຼອງວັນທຳອິດ ຂອງການເດີນທາງ ໂດຍບໍ່ຕ້ອງຂໍວີຊາເຂົ້າ ອີຢູ


Ukraine EU
please wait
Embed

No media source currently available

0:00 0:01:24 0:00

ຊາວຢູເຄຣນ ພາກັນສະເຫລີມສະຫລອງ ມື້ທຳອິດ ຂອງການບໍ່ຕ້ອງຂໍວີຊາ ເພື່ອເດີນ
ທາງໄປປະເທດໃນສະຫະພາບຢູໂຣບ ເມື່ອວັນອາທິດວານນີ້ ຊຶ່ງເປັນອັນທີ່ປະທານາ
ທິບໍດີ Petro Poroshenko ໄດ້ເອີ້ນວ່າ “ເປັນການຖອນໂຕອອກຈາກ ອານາຈັກ
ຂອງຣັດເຊຍ ຄັ້ງສຸດທ້າຍ.”

ທ່ານປະທານາທິບໍດີ ໄດ້ຂຽນຂໍ້ຄວາມລົງທາງ ທະວິດເຕີ້ ຈາກບັນຊີທາງການຂອງ
ທ່ານ ໃນຕອນເຊົ້າວັນອາທິດວານນີ້ ວ່າ “ກົດລະບຽບຂອງການບໍ່ຕ້ອງຂໍວີຊາ
ສຳລັບ ຢູເຄຣນ ໄດ້ເລີ້ມຕົ້ນແລ້ວ! ຢູໂຣບ ຈົ່ງຈະເລີນ! ຢູເຄຣນ ຈົ່ງຈະເລີນ!”

ການຈັດໃຫ້ມີລະບຽບດັ່ງກ່າວ ຈະອະນຸຍາດໃຫ້ຊາວຢູເຄຣນ ທີ່ມີໜັງສືເດີນທາງ
ລະບົບເກັບຂໍມູນໃນຄອມພິວເຕີ ສາມາດເຂົ້າ ທຸກປະເທດທີ່ເປັນສະມາຊິກ ຂອງ
ສະຫະພາບຢູໂຣບ ຍົກເວັ້ນແຕ່ອັງກິດ ແລະ ໄອຣ໌ແລນ ເປັນເວລາ 90 ວັນ ໃນທຸກໆ
6 ເດືອນ ເພື່ອການທ່ອງທ່ຽວ ຫຼື ການຢ້ຽມຢາມຄອບຄົວ ແລະ ເພື່ອມິດທັງຫຼາຍ.

ທ່ານ Poroshenko ໄດ້ພົບປະກັບ ຄູ່ຕຳແໜ່ງຈາກ ສະໂລວາເກຍ ທ່ານ Andrej
Kiska ໃນວັນເສົາມື້ກ່ອນ ຢູ່ທີ່ພິທີເປີດ ດ່ານຊາຍແດນລະຫວ່າງສອງປະເທດ ຊຶ່ງເປັນ
ສັນຍາລັກ ຂອງການ “ເປີດປະຕູສູ່ສະຫະພາບຢູໂຣບ.”

ທ່ານ Kiska ໄດ້ບອກພວກຝຸງຊົນ ວ່າ “ຍິນດີຕ້ອນຮັບ ເຂົ້າສູ່ຢູໂຣບ. ຂ້າພະເຈົ້າ
ຢາກຮຽກຮ້ອງໃຫ້ທ່ານ ສືບຕໍ່ຈັດຕັ້ງປະຕິບັດການປະຕິຮູບ.”

ຊາວຢູເຄຣນ ຫຼາຍພັນຄົນ ໄດ້ຂ້າມຊາຍແດນເຂົ້າໄປຍັງປະເທດຕ່າງໆ ໃນສະຫະ
ພາບຢູໂຣບ ພາຍໃນຕອນທ່ຽງ ອີງຕາມພະແນກກົງສຸນ ຂອງກະຊວງການຕ່າງ
ປະເທດຢູເຄຣນ.

ລັດຖະມົນຕີການຕ່າງປະເທດ ຢູເຄຣນ ທ່ານ Pavlo Klimkin ໄດ້ຂຽນລົງ Twitter
“#Bezviz ທີ່ໝາຍເຖິງບໍ່ມີວີຊາ ເປັນພຽງການເລີ້ມຕົ້ນເທົ່ານັ້ນ! ພ້ອມກັນກັບ
ຮູບພາບ ຂອງທານເອງ ກຳລັງຂ້າມຊາຍແດນເຂົ້າໄປຍັງ ຮັງກາຣີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG