ຢູເຄຣນຖິ້ມໂທດໃສ່ຣັດເຊຍ ທີ່ບໍ່ມີການແລກປ່ຽນຊະເລີຍເສິກ ລະຫວ່າງປະເທດຄູ່ສົງຄາມທັງສອງ ໃນໄລຍະຫຼາຍເດືອນທີ່ຜ່ານມານີ້.
ນັບແຕ່ຕົ້ນຊຸມເດືອນຕົ້ນໆຂອງສົງຄາມ ລະຫວ່າງຢູເຄຣນ ແລະຣັດເຊຍ ກີຢິບແລະມົສກູໄດ້ທຳການແລກປ່ຽນຊະເລີຍ ຫຼາຍໆເທື່ອ ແຕ່ຄວາມຖີ່ໄດ້ຫຼຸດລົງ ໃນປີນີ້ ໂດຍບໍ່ມີການແລກປ່ຽນຊະເລີຍເສິກເລີຍ ນັບແຕ່ເດືອນສິງຫາເປັນຕົ້ນມາ.
“ການແລກປ່ຽນບໍ່ໄດ້ມີຂຶ້ນຍ້ອນຣັດເຊຍບໍ່ຕ້ອງການຢາກໃຫ້ມັນມີ” ກຳມາທິການສິດທິມະນຸດຂອງຢູເຄຣນ ທ່ານດມີໂຕຣ ລູບີແນັດສ໌ ກ່າວໃນວັນພະຫັດວານນີ້.
“ຂໍ້ລິເລີ້ມທັງໝົດ ຄວາມປະສົງແລະການເຄື່ອນໄຫວຂອງຢູເຄຣນ ກ່ຽວກັບການສົ່ງມອບພວກນັກລົບເຮົາກັບຄືນຈາກການຖືກຈັບ ແມ່ນປະເຊີນກັບຄວາມບໍ່ເຕັມໃຈຂອງຣັດເຊຍ ທີ່ຈະຮັບປະຊາຊົນຂອງຕົນກັບຄືນ” ທ່ານລູບີແນັດສ໌ກ່າວຕື່ມຜ່ານທາງເຕເລກຣາມ.
ນອກນັ້ນ ທ່ານລູບີແນັດສ໌ ຍັງເວົ້າວ່າ ພວກຊະເລີຍເສິກຂອງຣັດເຊຍ ທີ່ຖືກຢູເຄຣນຈັບໂຕໄວ້ ກ່າວວ່າ ພວກເຂົາຢາກໃຫ້ມີການແລກປ່ຽນຊະເລີຍ ແຕ່ “ບໍ່ມີໃຜຈາກຝ່າຍຣັດເຊຍຕ້ອງການຢາກໃຫ້ພວກເຂົາເຈົ້າກັບຄືນໄປ” ເຈົ້າໜ້າທີ່ຢູເຄຣນກ່າວເພີ້ມຕື່ມ.
ຂະນະດຽວກັນ ຣັດເຊຍໄດ້ຍິງລູກສອນໄຟໂຈມຕີເຂດໂດແນັດຂອງຢູເຄຣນເມື່ອຄືນທີ່ແລ້ວ ໃນຂະນະທີ່ມີຄວາມເປັນຫ່ວງກັງວົນຕື່ມຂຶ້ນກ່ຽວກັບການໂຈມຕີເພີ້ມ ຂຶ້ນຂອງຝ່າຍຣັດເຊຍ ຂະນະທີ່ສະພາບຂອງອາກາດດີຂຶ້ນ.