ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ກຳນົດ ຈະພົບປະກັບ ປະທານາທິບໍດີ ຂອງ ຢູເຄຣນ (ສະ​ໄລ​ດ໌/ວີດີໂອ)


ເບິ່ງວີດີໂອເລື້ອງນີ້
ເບິ່ງວີດີໂອເລື້ອງນີ້

ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ກຳລັງ​ຢູ່
​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ຶອ​ໂອ້​ລົມສົນ
ທະນາ​ກັບປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​
ແລະ​ກ່າວ​ປາ​ໄສ​ຕໍ່ບັນດາ​ສະມາຊິກ​ສະພາ​ຂອງ​ສະຫະລັດ.

ທ່ານ Poroshenko ທີ່​ໄດ້​ປະກາດ​ຢຸດ​ຍິງ​ ກັບ​ພວກ​ກະບົດ
​ນິຍົມຣັດ​ເຊຍ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ໃນ​ວັນ​ທີ 5ເດືອນ​ນີ້ ມີ​ການຄາດ​ກັນ​ຢ່າງ​ກວ້າງຂວາງ​ວ່າ ຈະ​ກົດ​ດັນ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໃຫ້ການ​ຊ່ອຍ​ເຫຼືອ​ດ້ານ​ອຸບປະ
ກອນທາງທະຫານ​ໂດຍ​ກົງ ນອກຈາກ​ເງິນ​ຊ່ອຍເຫຼືອ 70 ລ້ານ​ດອນ​ລາ ທີ່​ທາງ​ວໍ​ຊິງ​ຕັນ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້​ໃນ​ທ້າຍ​ເດືອນ​ແລ້ວ​ນີ້.

ມາ​ຮອດ​ປັດຈຸບັນ​ນີ້ ລັດຖະບານທ່ານ​ໂອ​ບາ​ມາ ບໍ່​ໄດ້​ໃຫ້ການ​ຊ່ອຍ​ເຫຼືອອຸບປະກອນ​ທາງ​ທະຫານ​ ແກ່​ລັດຖະບານ Kyiv ​ແຕ່​ໄດ້​ເພ່ງ​ເລັງ​ໃສ່​ການລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຢ່າງ​ກວ້າງຂວາງ​ຕໍ່​ມົສກູ ທີ່​ໃຫ້ການ ສະໜັບສະໜຸນ​ແກ່​ຂະ​ບວນການ​ກຸ່ມ​ກະບົດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ​ເກືອບ 3 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປໃນ​ການ​ສູ້​ລົບ​ກັນ
ຊຶ່ງ​ໄດ້​ເຮັດ​ໃຫ້​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ໃນ​ພາກ ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຕົກ​ຢູ່​ໃນ​ສະພາບ​ເປ້ຍ​ລ່ອຍ ​ແລະ​ຊຸກ​ຍູ້​ໃຫ້ ພວກ​ລັດຖະບານ​ປະ​ເທດຕາ​ເວັນ​ຕົກ​ທຳ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະ ກິດ​ຢ່າງ​ກວ້າງຂວາງ​ຕໍ່ຣັດ​ເຊຍ.

ຂະນະ​ດຽວ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກຳລັງ​ຮຽກຮ້ອງໃຫ້
ສະຫະລັດ ​ຊັກ​ຊວນ​ໃຫ້​ຢູ​ເຄຣນຢຸດ​ການລະ​ເມີດ​ສິດທິ​ມະນຸດ​ຕ່າງໆ ​ໂດຍ​ພວກ​ກຳລັງ
​ຂອງ​ຕົນ​ເອງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງກ່າວ ​ໄດ້​ກ່າວ​ຫາ​ທັງ​ສອງ​ຝ່າຍ ​ໃນ​ວິ​ກິດ​ການ ວ່າ​ດຳ​ເນີນ​ພຶດ
ຕິ​ກຳ​ຕ່າງໆ​ຕາມ​ອຳ​ເພີ​ໃຈ ທີ່​ໄດ້​ເຂັ່ນຂ້າ ​ແລະ​ເຮັດໃຫ້​ພວກ​ພົນລະ​ເຮືອນ​ບາດ​ເຈັບ ​ແລະ​ທຳລາຍ​ຊັບ​ສິນ​ຂອງ​ພວກ​ພົນລະ​ເຮືອນນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ຢູ​ເຄຣນ​ໄດ້​ສັ່ງ​ໃຫ້​ກຳລັງ​ທັບ​ຂອງ​ຕົນ​ສືບຕໍ່​ຢູ່ “​ໃນ​ທ່າຕຽມ​ພ້ອມ​ເພື່ອ​
ການ​ສູ້​ລົບ​ໂດຍ​ເຕັມ” ​ໃກ້​ກັບ​ຊາຍ​ແດນຣັດ​ເຊຍ ຫຼັງ​ຈາກ​ມີ​ການ​ສູ້​ລົບ​ກັນ​ຄືນ​ໃໝ່ ​ແລະ​ມີ​ລາຍ​ງານ​ວ່າ ປະຊາຊົນ​ຢ່າງ​ໜ້ອຍ 12 ຄົນ​ເສຍ​ຊີວິດ ຊຶ່ງ​ເຮັດ​ໃຫ້ການ​ຢຸດ​ຍິງ ກັບ​ພວກ​ຫົວ​ແບ່ງ​ແຍກ​ທີ່​ນິຍົມຣັດ​ເຊຍ ​ທີ່ຢູ່​ໃນ​ສະພາບ​ບໍ່​ໝັ້ນຄົງ​ຢູ່​ແລ້ວ​ນັ້ນ ​ຍິ່ງ​ເຄັ່ງ​ຕຶງຕື່ມ​ຂຶ້ນ.

ukraine18september14
please wait
Embed

No media source currently available

0:00 0:00:33 0:00

Ukrainian President Petro Poroshenko is in Washington Thursday for talks with U.S. President Barack Obama and to give an address to lawmakers.

Mr. Poroshenko, who declared a cease-fire with pro-Russian rebels in eastern Ukriane on September 5, is widely expected to press U.S. officials for direct military supplies, beyond the $70 million promised by Washington late last month.

The Obama administration has so far stopped short of supplying lethal aid to the Kyiv government, choosing instead to focus on punishing Moscow with wide-raging economic sanctions for supporting the rebel movement.

Authorities say nearly 3,000 people have died in the fighting, which has paralyzed daily life in eastern Ukraine and pushed Western governments to impose wide-ranging economic sanctions on Russia.

Meanwhile, the international watchdog Human Rights Watch is calling on the United States to urge Ukraine to stop human rights violations by its forces in the country's east.

The rights group has accused both sides in the conflict of carrying out indiscriminate acts that have killed and injured civilians and destroyed civilian property.

On Wednesday, Ukraine ordered its armed forces to maintain "full combat readiness" near the Russian border, after new fighting and reports of at least 12 more fatalities further strained an already-shaky cease-fire with pro-Russian separatists.

The casualties were the first reported since Ukraine's parliament voted Tuesday to grant rebels temporary self-rule in the parts of the Donetsk and Luhansk regions already under rebel control.

That temporary rule concession and a broad amnesty for many rebel fighters were Ukraine's strongest public peace overtures since separatists launched their rebellion against Kyiv's rule five months ago.

XS
SM
MD
LG