ສະຫະລັດໄດ້ອະນຸມັດການຂາຍອາວຸດປ້ອງກັນທີ່ຮ້າຍແຮງໃຫ້ແກ່ຢູເຄຣນ ໃນການທີ່
ພະຍາຍາມຊ່ວຍປະເທດດັ່ງກ່າວ ຕໍ່ສູ້ກັບພວກແບ່ງແຍກດິນແດນທີ່ສະໜັບສະໜູນ
ໂດຍຣັດເຊຍ ຢູທາງພາກຕາເວັນອອກຂອງປະເທດນັ້ນ.
ກະຊວງການຕ່າງປະເທດສະຫະລັດ ກ່າວຢູ່ໃນຖະແຫລງການສະບັບນຶ່ງໃນວັນສຸກວານ
ນີ້ວ່າ ການຕັດສິນໃຈທີ່ຈະຊ່ວຍເຮັດໃຫ້ຢູເຄຣນ “ມີຄວາມສາມາດໃນການປ້ອງກັນປະ
ເທດທີ່ມີສະມັດຕະພາບເພີ້ມຂຶ້ນ” ກໍແມ່ນເພື່ອຮັກສາ “ຄວາມພະຍາຍາມໃນການໃຫ້
ການຊ່ວຍເຫລືອແກ່ຢູເຄຣນສ້າງຄວາມສາມາດໃນການປ້ອງກັນປະເທດໃນໄລຍະ
ຍາວເພື່ອປ້ອງກັນອະທິປະໄຕ ແລະຄວາມຊອບທໍາໃນການຮັກສາດິນແດນຂອງຕົນ”
ໃຫ້ຢູ່ໃນລະດັບເດີມ.
ຖະແຫລງການສະບັບດັ່ງກ່າວຍັງເວົ້າເພີ້ມອີກວ່າ “ການຊ່ວຍເຫລືອຂອງສະຫະລັດ
ແມ່ນມີລັກສະນະເພື່ອໃຫ້ມີການປ້ອງກັນຕົວໄດ້ທັງນັ້ນ.”
ລາຍງານຂ່າວໂທລະພາບ ABC ທີ່ໄດ້ຖະແຫລງອອກມາກ່ອນການປະກາດ ການອະ
ນຸຍາດນີ້ໄດ້ເວົ້າວ່າ “ມູນຄ່າຂອງຊຸດອຸປະກອນທີ່ໃຊ້ໃນດ້ານການປ້ອງກັນປະເທດ
ແມ່ນມີມູນຄ່າ 47 ລ້ານໂດລາ ຊຶ່ງລວມມີການຂາຍລູກສອນໄຟຍິງຕ້ານລົດຖັງ 210 ລູກ
ແລະເຄື່ອງຍິງລູກສອນໄຟດັ່ງກ່າວນັ້ນ 35 ເຄື່ອງ.” ກະຊວງຕ່າງປະເທດສະຫະລັດ ບໍ່
ໄດ້ຢືນຢັນວ່າ ບັນດາອາວຸດເຫລົ່ານັ້ນໄດ້ຮວມຢູ່ໃນການສະໜອງອາວຸດທີ່ອະນຸຍາດ
ໃຫ້ດັ່ງກ່າວນັ້ນ ຫລືບໍ່.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ຮ້ອງໃຫ້ມີຄວາມສຳພັນໃຫ້ດີ ຂຶ້ນກັບມົສກູ ແຕ່ຂໍ້ຕົກລົງອັນນີ້ ອາດຈະເປັນໄພຂົ່ມຂູ່ຕໍ່ແຜນການດັ່ງກ່າວ.
ໃນຕົ້ນເດືອນນີ້ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານເຣັກສ໌ ທີລເລີສັນ ໄດ້ເຕືອນຣັດເຊຍວ່າ ຄວາມເຄັ່ງຕືງກ່ຽວກັບຢູເຄຣນເປັນອຸປະສັກ ສຳຄັນທີ່ສຸດອັນນຶ່ງ ແລະອັນດຽວ ທີ່ກີດຂວາງຄວາມສຳພັນອົບອຸ່ນລະຫວ່າງສອງປະເທດ.