ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ຮຽກ​ຮ້ອງ​ໃຫ້​ພັນ​ທະ​ມິດ​ຕາ​ເວັນ​ຕົກ ສົ່ງ​ລົດ​ຖັງ​ໄປ​ໃຫ້ ໃນ​ຂະ​ນະ​ທີ່ ​ສະ​ຫະ​ລັດ ປະ​ກາດ​ການ​ຊ່ວຍ​ເຫຼືອ​ຮອບ​ຫຼ້າ​ສຸດ


ທະ​ຫານ​ອັງ​ກິດ​ນັ່ງ​ຢູ່​ເທິງ​ລົດ​ຫຸ້ມ​ເກາະ ທີ່​ຄ້າຍ​ຕາ​ປາ ໃນ​ປະ​ເທດ​ແອັສ​ທົວ​ເນຍ ເມື່ອ​ວັນ​ທີ 19 ມັງ​ກອນ 2023.
ທະ​ຫານ​ອັງ​ກິດ​ນັ່ງ​ຢູ່​ເທິງ​ລົດ​ຫຸ້ມ​ເກາະ ທີ່​ຄ້າຍ​ຕາ​ປາ ໃນ​ປະ​ເທດ​ແອັສ​ທົວ​ເນຍ ເມື່ອ​ວັນ​ທີ 19 ມັງ​ກອນ 2023.

ຜູ້​ຕາງ​ໜ້າ​ຈາກ 50 ກວ່າ​ປະ​ເທດ ຮວມ​ທັງ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້​ໄປ​ເຕົ້າ​ໂຮມ​ກັນ​ທີ່​ຖານ​ທັບ​ອາ​ກາດ​ແ​ຣມ​ສ​ໄຕ​ນ໌ ​ຂອງ​ສະ​ຫະ​ລັດ ໃນ​ປະ​ເທດ​ເຢຍ​ຣະ​ມັນ ເພື່ອ​ປຶກ​ສາ​ຫາ​ລື​ກັນ​ໃນ​ວັນ​ສຸກມື້ນີ້ ຊອກ​ຫາ​ຊ່ອງ​ທາງ​ທີ່​ດີ​ທີ່​ສຸດ​ເພື່ອ​ຊ່ວຍ​ຢູ​ເຄ​ຣນ​ຕ້ານ​ຢັນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ທີ່​ດຳ​ເນີນ​ມາ​ໄດ້​ເກືອບ​ນຶ່ງ​ປີ​ແລ້ວນັ້ນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ​ ມີ​ກຳ​ນົດ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງຂອງ​ທ່ານ ຊຶ່ງ​ເປັນ​ການ​ພົບ​ປະ​ທີ່​ມີ​ມາ​ເປັນ​ລຳ​ດັບ​ເທື່ອ​ຫຼ້າ​ສຸດກັບ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ນັບ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ບ່ອນ​ທີ່​ການ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ​ຈະ​ມີ​ການ​ປ​ະ​ກາດ​ໂດຍ​ປະ​ເທດ​ຕ່າງໆ. ມາ​ຮອດ​ປັດ​ຈຸ​ບັນ ເຢຍ​ຣະ​ມັນ ​ແລະ​ສະ​ຫະ​ລັດ ຍັງ​ບໍ່​ຍອມ​ສະ​ໜອງ​ລົດ​ຖັງ​ ລຽວ​ປາດ 2 ແລະ ​ເອ ບ​ຣາມ ຕາມ​ທີ່​ຢູ​ເຄ​ຣນ​ຮ້ອງ​ຂໍ​ເທື່ອ.

ທ່ານອອ​ສ​ຕິນ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ຮື້​ຟື້ນ​ຄືນ​ອີກ​ ຕໍ່​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ທີ່​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ການ​ປ້ອງ​ກັນ​ໂຕ​ໃນ​ໄລ​ຍະ​ຍາວ​ຂອງ​ຢູ​ເຄ​ຣນ” ທີ່ກອງ​ປະ​ຊຸມ​ແຣມ​ສ​ໄຕ​ນ໌ ແຕ່​ກໍ​ບໍ່​ໄດ້​ເວົ້າ​ເຖິງ​ອຸບ​ປະ​ກອນ​ໃໝ່​ທີ່​ສະ​ເພາະ​ເຈາະ​ຈົງ​ແຕ່​ປະ​ການ​ໃດ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ ​ສິ່ງ​ທີ່ຢູ​ເຄ​ຣນ​ຕ້ອງ​ການ​ກໍ​ແມ່ນ​ການ​ສະ​ໜ​ອງ​ລົດ​ຖັງ​ທີ່​ທັນ​ສະ​ໄໝ. ໃນ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ວີ​ດີ​ໂອ​ໃນ​ແລງວັນ​ພະ​ຫັດ​ວານນີ້ ທ່ານ​ເວົ້າ​ວ່າ ປະ​ເທດ​ຂອງ​ທ່ານ​ຄາດ​ວ່າ​ຈະ​ມີ “ການ​ຕັດ​ສິນ​ໃຈ​ທີ່​ເຂັ້ມ​ແຂງ” ແລະ “ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ທີ່​ສຳ​ຄັນ​ຈາກ​ສະ​ຫະ​ລັດ.”

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ຢູ​ເຄ​ຣນ​ໄດ້​ທຳ​ການ​ຮ້ອງ​ຂໍ​ຈາກ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ເພື່ອ​ໃຫ້​ສົ່ງ​ລົດ​ຖັງ​ໄປ​ຊ່ວຍ​ກຳ​ລັງ​ຂອງ​ທ່ານ​ ເອົາ​ຊະ​ນະ​ຣັດ​ເຊຍ ສະ​ຫະ​ລັດ​ໃນ​ວັນ​ພະ​ຫັດ​ວານນີ້​ກໍ​ໄດ້​ປະ​ກາດ​ການ​ຊ່ວຍ​ເຫຼືອທາງ​ທະ​ຫານ​ໃນ​ມູນ​ຄ່າ​ຫຼາຍກວ່າ 2 ພັນ 500 ລ້ານ​ໂດ​ລາ ແຕ່​ໃນ​ນັ້ນ ບໍ່​ມີ​ລົດ​ຖັງ.

ການ​ຊ່ວຍ​ເຫຼື​ອາ​ວຸດ​ຮອບ​ຫຼ້າ​ສຸດນີ້ ແມ່ນ​ຮວມ​ທັງ​ ລົດ​ຫຸ້ມ​ເກາະ​ສູ້​ລົບ ແບ​ຣັດ​ລີ 59 ຄັນແລະ​ລົດ​ຫຸ້ມ​ເກາະ​ລຳ​ລຽງ​ພົນ​ ສ​ໄຕ​ຣ​ເກີ 90 ຄັນ. ລົດ​ຫຸ້ມ​ເກາະ​ເຫຼົ່າ​ນີ້​ແມ່ນຕິດລູກ​ສອນ​ໄຟ 3 ຊະ​ນິດ​ດ້ວຍ​ກັນ ​ພ້ອມ​ທັງ​ລູກປືນ​ໃຫຍ່ ແລະ​ປືນ​ຄົກ ​ຫຼາຍ​ສິບ​ພັນ​ລູກ ແລະ​ລະ​ບົບ​ຈະ​ຫຼວດ​ຄວາມ​ແມ່ນ​ຍຳ​ສູງ HIMARS ແລະ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ ​ອີກ​ຈຳ​ນວນ​ນຶ່ງ.

ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຮອບ​ໃໝ່​ນີ້ຈະ​ເຮັດ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຂອງ​ສະ​ຫະ​ລັດ​ຕໍ່​ຢູ​ເຄ​ຣນ​ເພີ້ມ​ຂຶ້ນ​ເປັນ​ທັງ​ໝົດ​ເກື​ອບ 27 ຕື້​ໂດ​ລານັບ​ແຕ່​ຣັດ​ເຊຍ​ໄດ້​ຮຸກ​ຮານ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ເມື່ອ​ເກືອບ​ນຶ່ງ​ປີ​ຜ່ານ​ມາ​ແລ້ວນັ້ນ.

ຖະ​ແຫຼງ​ການ​ຮ່ວມ​ທີ່​ອອກ​ໃນ​ວັນ​ພະ​ຫັດ​ວານນີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດີ​ມີ​ໂຕ​ຣ ຄູ​ເລ​ບາ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທ່ານ​ໂອ​ເລັກ​ຊີ ເຣັ​ສ​ນີ​ກັອບ ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ 50 ປະ​ເທດ ທີ່​ໄດ້​ຊ່ວຍ​ເສີມ​ຂະ​ຫຍາຍ​ຄວາມ​ເຂັ້ມ​ແຂງ ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ໃຫ້​ແກ່​ຢູ​ເຄ​ຣນ ແຕ່​ກໍ​ກ່າ​ວວ່າ ​ກອງ​ທັບ​ຣັດ​ເຊຍ “ມີ​ຄວາມ​ໄດ້​ປຽບ​ຢ່າງ​ຫຼວງ​ຫຼາຍ ​ໃນ​ດ້ານກຳ​ລັງພົນ​ ອາ​ວຸດ ແລະ​ອຸບ​ປະ​ກອນ​ທາງ​ທະ​ຫານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG