ຢູເຄຣນ ໄດ້ຮ້ອງຂໍໃນວັນພະຫັດວານນີ້ ໃຫ້ບັນດາປະເທດພັນທະມິດຕາເວັນຕົກ ສົ່ງລົດຖັງໄປຊ່ວຍກຳລັງທະຫານຢູເຄຣນ ສູ້ລົບກັບທະຫານຣັດເຊຍ ທີ່ປະເທດນັ້ນກ່າວວ່າ ມີ “ຄວາມໄດ້ປຽບດ້ານປະລິມານຂອງທະຫານ, ອາວຸດ ແລະຍຸດໂທປະກອນຢ່າງຫຼວງຫຼາຍນັ້ນ.”
ຢູ່ໃນຖະແຫຼງການຮ່ວມສະບັບນຶ່ງນັ້ນ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານດີມີໂຕຣ ກູລີບາ (Dmytro Kuleba) ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານໂອເລັກຊີ ເຣຊນິກອຟ (Oleksii Reznikov) ໄດ້ສະແດງຄວາມຂອບໃຈຕໍ່ 50 ປະເທດ ທີ່ໄດ້ຊ່ວຍເຮັດໃຫ້ການປ້ອງກັນປະເທດຂອງຢູເຄຣນເຂັ້ມແຂງຂຶ້ນ.
ແຕ່ຢ່າງໃດກໍຕາມ, ເຂົາເຈົ້າກ່າວວ່າ ຄວາມຕ້ອງການອັນຮີບດ່ວນອັນນຶ່ງ ໃນການຕໍ່ສູ້ຕ້ານການບຸກລຸກຂອງຣັດເຊຍ ທີ່ໄດ້ເລີ່ມຕົ້ນຂຶ້ນ ເກືອບນຶ່ງປີກ່ອນນັ້ນ ແມ່ນການສະ ໜອງລົດຫຸ້ມເກາະທີ່ທັນສະໄໝ ແລະເອົາຄວາມສາມາດໃນການຍິງໄດ້ດີຂຶ້ນ ແລະ ຄວາມສາມາດຈັດກົນລະວິທີ ໂດຍໃຊ້ລົດຖັງຂອງຝ່າຍຕາເວັນຕົກນັ້ນ ໄປໃຫ້ທະຫານຢູເຄຣນ.
ທ່ານດີມີໂຕຣ ກູລີບາ ແລະ ທ່ານເຣຊນິກອຟ ໄດ້ຊົມເຊີຍການເຄື່ອນໄຫວຂອງອັງກິດ ທີ່ສົ່ງລົດຖັງຊາເລນເຈີ (Challenger) 2 ໄປໃຫ້ຢູເຄຣນ ໃນຂະນະທີ່ຮຽກຮ້ອງໃຫ້ບັນດາປະເທດທີ່ມີລົດຖັງລຽວປາດ (Leopard) 2 ຂອງເຢຍຣະມັນ ສະໜອງລົດຖັງນັ້ນ ແກ່ກຳລັງທະຫານຢູເຄຣນ.
ທ່ານລັດຖະມົນຕີເຫຼົ່ານັ້ນກ່າວວ່າ "ພວກເຮົາຮັບປະກັນວ່າ ພວກເຮົາຈະນໍາໃຊ້ອາວຸດ ເຫຼົ່ານີ້ຢ່າງມີຄວາມຮັບຜິດຊອບ ແລະຈະໃຊ້ສໍາລັບຈຸດປະສົງຂອງການປົກປ້ອງດິນ ແດນຂອງຢູເຄຣນ ໃນເຂດຊາຍແດນທີ່ໄດ້ຮັບການຮັບຮູ້ຈາກສາກົນເທົ່ານັ້ນ."
ເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ທີ່ໄດ້ກ່າວຕໍ່ສຳນັກຂ່າວເອພີ (AP) ແລະເຈົ້າໜ້າທີ່ເຢຍຣະມັນທີ່ກ່າວຕໍ່ອົງການຂ່າວຣອຍເຕີສ໌ (Reuters) ເວົ້າວ່າ ເຢຍຣະມັນຈະອະນຸຍາດໃຫ້ລົດຖັງລຽວປາດ (Leopard) 2 ສົ່ງໄປໃຫ້ຢູເຄຣນ ຖ້າສະຫະລັດເຫັນດີ ທີ່ຈະສົ່ງລົດຖັງເອແບຣມສ໌ (Abrams) ຂອງຕົນໄປໃຫ້ຢູເຄຣນ.
ໃນຖະແຫຼງການສະບັບນຶ່ງມາຈາກຢູເຄຣນ ໃນວັນພະຫັດມື້ນີ້ ແມ່ນມີຂຶ້ນໃນຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານລອຍ ອອສຕິນ (Lloyd Austin) ໄດ້ໄປຢ້ຽມຢາມເຢຍຣະມັນເພື່ອພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຂອງເຢຍຣະມັນ, ທ່ານບໍຣິສ ພິສໂຕຣຽສ (Boris Pistorius) ແລະຈະຈັດກອງປະຊຸມໃນວັນສຸກມື້ອື່ນ ກັບກຸ່ມຕິດຕໍ່ກັບກະຊວງປ້ອງກັນປະເທດຢູເຄຣນ ທີ່ນຳພາໂດຍສະຫະລັດ ເພື່ອປຶກສາຫາລືກ່ຽວກັບຄວາມຕ້ອງການດ້ານປ້ອງກັນປະເທດຂອງຢູເຄຣນ.
ຄາດວ່າສະຫະລັດ ຈະປະກາດການຊ່ວຍເຫລືອຊຸດໃຫມ່ ທີ່ມີມູນຄ່າຫຼາຍກວ່າ 2 ຕື້ ໂດລາ ເຊິ່ງລວມມີລົດຫຸ້ມເກາະສໄຕເຄີ (Styker) ແຕ່ບໍ່ແມ່ນລົດຖັງເອແບຣມສ໌ (Abrams).