ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ເຢຍ​ຣະ​ມັນ ຖືກ​ກົດ​ດັນໃຫ້​ສົ່ງ​ລົດ​ຖັງ ​ໄປ ຢູ​ເຄ​ຣນ ຫຼັງ​ຈາກ ອັງ​ກິດ ຝ່າ​ຝືນ​​ທຳ​ນຽມ


ລົດ​ຖັງ Leopard 2 ທຳ​ການ​ສະ​ແດງ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຢາມ​ກອງ​ກຳ​ລັງ​ໂຈມ​ຕີ​ໃໝ່ "VJTF 2019" ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານນ​ນາງ ແອນ​ເຈີ​ລາ ເມີ​ໂກ, ເມືອງ ມຸນ​ສ​ເຕີ, 20 ພຶດ​ສະ​ພາ 2019.
ລົດ​ຖັງ Leopard 2 ທຳ​ການ​ສະ​ແດງ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຢາມ​ກອງ​ກຳ​ລັງ​ໂຈມ​ຕີ​ໃໝ່ "VJTF 2019" ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານນ​ນາງ ແອນ​ເຈີ​ລາ ເມີ​ໂກ, ເມືອງ ມຸນ​ສ​ເຕີ, 20 ພຶດ​ສະ​ພາ 2019.

ຢູ​ເຄ​ຣນ​ເວົ້າ​ວ່າ​ ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ຕ້ອງ​ເລັ່ງ​ການ​ນຳ​ສົ່ງ​ອາ​ວຸດ ໃນ​ຂະ​ນະ​ທີ່ກອງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ແມ່ນ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ຍິ່ງ​ຂຶ້ນ​ຈາກ ກອງ​ກຳ​ລັງ​ ຣັດ​ເຊຍ ທີ່​ທຳ​ການ​ບຸກ​ລຸກ, ກ່ອນກອງ​ປະ​ຊຸມ​ທີ່​ສຳ​ຄັນ​ຂອງ​ກຸ່ມ​ຕິດ​ຕໍ່​ການ​ປ້ອງ​ກັນ ຢູ​ເຄ​ຣນ​ ຂອງ​ບັນ​ດາ​ພັນ​ທະ​ມິດ​ອົງ​ການ NATO ໃນ​ເມືອງ ແຣມ​ສ​ໄຕ​ນ໌, ປະ​ເທດ ເຢຍ​ຣ​ະ​ມັນ ໃນ​ວັນ​ສຸກນີ້.

ພົນ​ລະ​ເຮືອນຫຼາຍ​ສິບ​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ​ຍ້ອນ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ. ການ​ໂຈມ​ຕີ​ໃສ່​ຕຶກ​ອາ​ພາດ​ເມັ້ນ​ໃນ​ເມືອງ ນິບ​ໂປ​ຣ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 44 ຄົນ, ລວມ​ທັງ​ເດັກ​ນ້ອຍຫຼາຍ​ຄົນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ໄດ້​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ​“ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນເມືອງ ນິບ​ໂປ​ຣ, ຂໍ້​ເທັດ​ຈິງ​ທີ່​ວ່າ ຣັດ​ເຊຍ ແມ່ນ​ກຳ​ລັງ​ກະ​ກຽມ​ການ​ພະ​ຍາ​ຍາມ​ຄັ້ງ​ໃໝ່​ເພື່ອ​ຄອບ​ງຳ​ຄວາ​ມ​ທະ​ເຍີ​ທະ​ຍານ​ໃນ​ສົງ​ຄາມ, ຂໍ້​ເທັດ​ຈິງ​ທີ່​ລັກ​ສະ​ນະ​ຂອງ​ສົງ​ຄາມ​ຢູ່​ແຖວ​ໜ້າ​ໄດ້​ຮຽກ​ຮ້ອງ​ການ​ຕັດ​ສິນ​ໃຈ​ໃໝ່​ໃນ​ການ​ສະ​ໜອງ​ອຸ​ປະ​ກອນ​ການ​ປ້ອງ​ກັນ, ທັງ​ໝົດ​ນີ້​ມີ​ແຕ່​ຈະ​ເນັ້ນ​ຢ້ຳ​ວ່າ​ມັນ​ສຳ​ຄັນ ຫຼາຍ​ຊ່ຳ​ໃດ​ເພື່ອ​ປະ​ສານຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ, ຄວາມ​ພະ​ຍາ​ຍາມ​ຂອງ​ທຸກ​ປະ​ເທດ​ສະ​ມາ​ຊິກ ຂອງ​ພັນ​ທະ​ມິດ​ເພື່ອ​ປ້ອງ​ກັນ ຢູ​ເຄ​ຣນ ແລະ ເສ​ລີ​ພາບ, ແລະ ເພື່ອ​ເລັ່ງ​ທຳ​ການ​ຕັດ​ສິນ​ໃຈ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ການ​ປະ​ຊຸມ​ປົກ​ກະ​ຕິ​ໃນ​ຮູບ​ແບບ​ຂອງກອງ​ປະ​ຊຸມ ແຣມ​ສ​ໄຕ​ນ໌ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ອາ​ທິດ. ພວກ​ເຮົາ​ຄາດ​ວ່າ​ຈະ​ມີ​ການ​ຕັດ​ສິນ​ໃຈ​ທີ່​ເປັນ​ພື້ນ​ຖານ​ຈາກ​ພັນ​ທະ​ມິດ​ຂອງ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ.”

ໃນ​ຂະ​ນະ​ດຽວ​ກັນ, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ, ໄດ້​ຍົກ​ຍ້ອງ​ການ​ປະ​ກາດ​ຂອງ​ອັງ​ກິດ ທີ່​ເຂົາ​ເຈົ້າ​ຈະ​ສະ​ໜອງ​ລົດ​ຖັງ Challenger 2 ຈຳ​ນວນ 14 ຄັນ​ໃຫ້ ກີ​ຢິບ. ທ່ານ​ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ນີ້​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການຢ່າງ​ແນ່ນອນ.”

ລົດ​ຖັງ Challenger 2 ແມ່ນ​ລົດ​ຖັງ​ຕໍ່​ສູ້ຫຼັກ​ຂອງ ອັງ​ກິດ. ກອງ​ລົດ​ຖັງ 14 ຄັນ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ໂຄງ​ການຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຂະ​ໜາດ​ໃຫຍ່, ເຊິ່ງ​ລວມ​ມີ​ປືນ​ໃຫຍ່ AS90 ​ທີ່​ຂັບ​ເຄື່ອນ​ດ້ວຍ​ຕົນ​ເອງ, ລົດ​ຫຸ້ມ​ເກາະ Bulldog, ລູກ​ປືນ, ລະ​ບົບ​ຍິງ​ຈະຫຼວດ​ນຳ​ວິ​ຖີຫຼາຍ​ລູກ, ລະ​ບົບ​ປ້ອງ​ກັນ​ອາ​ກາດ Starstreak ແລະ ລູກ​ສອນ​ໄຟ​ປ້ອງ​ກັນ​ອາ​ກາດ​ໄລ​ຍະ​ປານ​ກາງ.

ໂຄ​ສົກ​ວັງ ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປ​ສກອ​ຟ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ບໍ່​ໄດ້ໃຫ້​ຄວາມ​ສຳ​ຄັນ​ຕໍ່ການ​ສະ​ ໜອງ​ລົດ​ຖັງ​ຂອງ ອັງ​ກິດ ໃຫ້ ຢູ​ເຄ​ຣນ. ທ່ານ ເປ​ສກອ​ຟ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ວ່າ “​ປະ​ຕິ​ບັດການທະ​ຫານ​ພິ​ເສດ​ຈະ​ດຳ​ເນີນ​ຕໍ່​ໄປ, ລົດ​ຖັງ​ພວກນີ້..ຈະ​ໄໝ້, ຄື​ກັບ​ຄັນ​ອື່ນໆ. ເປົ້າ​ໝາຍ​ຂອງ​ປະ​ຕິ​ບັດ​ການ​ທະ​ຫາ​ນ​ພິ​ເສດ​ຈະ​ບັນ​ລຸ​ຄວາມ​ສຳ​ເລັດ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອັງ​ກິດ ທ່ານ ເບັນ​ ວອ​ລ​ເລ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ນີ້​ແມ່ນ​ໂຄງ​ການ​ທີ່​ສຳ​ຄັນ​ທີ່​ສຸ​ດ​ຂອງ​ອັງ​ກິດ ກ່ຽວ​ກັບ ​ອຳ​ນາດ​ໃນການ​ຕໍ່​ສູ້ ​ທີ່​ໄດ້​ສະ​ໜອງ​ໃຫ້ ຢູ​ເຄ​ຣນ ໃນ​ປັດ​ຈຸ​ບັນ​ນີ້.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG