ອະດີດນາຍົກລັດຖະມົນຕີຢູເຄຣນພວມຖືກດຳເນີນຄະດີຍ້ອນຖືກກ່າວຫາວ່າ ໃຊ້ອຳນາດໄປ
ໃນທາງທີ່ບໍ່ຖືກຕ້ອງ.
ທ່ານນາງ Yulia Tymoshenko ຊຶ່ງໃນເວລານີ້ເປັນຜູ້ນຳພັກຝ່າຍຄ້ານໃນຢູເຄຣນ ໄດ້ຖືກ
ນຳໂຕຂຶ້ນສານໃນວັນສຸກມື້ນີ້ ທີ່ນະຄອນຫຼວງ Kiev.
ທ່ານນາງຖືກກ່າວຫາວ່າ ໃຊ້ຕຳແໜ່ງໄປໃນທາງຜິດ ໂດຍໄດ້ລົງນາມໃນຂໍ້ຕົກລົງສະບັບນຶ່ງ
ກັບມົສກູເພື່ອຊື້ແກັສທຳມະຊາດຈາກຣັດເຊຍໃນລາຄາທີ່ຄະນະສືບສວນເວົ້າວ່າ ສູງເກີນໄປ.
ທ່ານນາງ Tymoshenko ຍັງສືບຕໍ່ຢືນຢັດວ່າ ທ່ານນາງບໍ່ມີຄວາມຜິດ ແລະເວົ້າວ່າຂໍ້ຫາຕໍ່
ທ່ານນາງນັ້ນ ແມ່ນເປັນສ່ວນນຶ່ງໃນການປຸກລະດົມທີ່ມີຈຸດປະສົງທາງດ້ານການເມືອງຂອງ
ປະທານາທິບໍດີຢູເຄຣນທ່ານ Viktor Yanukovych ເພື່ອທັບມ້າງພັກຝ່າຍຄ້ານ. ເຈົ້າໜ້າ
ທີ່ຫຼາຍໆຄົນທີ່ເຄີຍຮັບໃຊ້ໃນລັດຖະບານຂອງທ່ານນາງໄດ້ຖືກຄຸກແລ້ວໃນເວລານີ້.
ທ່ານ Yanukovych ໄດ້ຊະນະທ່ານນາງ Tymoshenko ຢ່າງຫວຸດຫວິດ ໃນການເລືອກ ຕັ້ງປະທານາທິບໍດີຢູເຄຣນໃນປີກາຍນີ້.