ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ນາຍົກຢູເກຣນ ຈະຢຸດ ອົດອາຫານປະທ້ວງ


ທ່ານນາງ Yulia Tymoshenko ອະດີດນາຍົກລັດຖະມົນຕີ ຢູເກຣນ.
ວັນທີ 9 ພຶດສະພາ 2012.
ທ່ານນາງ Yulia Tymoshenko ອະດີດນາຍົກລັດຖະມົນຕີ ຢູເກຣນ. ວັນທີ 9 ພຶດສະພາ 2012.

ລູກ​ສາວ​ຂອງ​ອະດີດ​ນາຍົກລັດຖະມົນຕີ Yulia Tymoshenko ແຫ່ງ​ຢູ​ເກຣນທີ່​ກໍາລັງຖືກ​ຂັງ​ຄຸກ​ຢູ່​ນັ້ນກ່າວ​ວ່າ ຍາ​ແມ່​ຂອງ​ນາງຈະ​ຍຸດຕິ​ການ​ອົດ​ອາຫານ​ເພື່ອ​ເປັນ​ການ​ປະ​ທ້ວງຫຼັງ​ຈາກທ່ານ​ນາງຕົກລົງ​ທີ່​ຈະ​ໄປ​ເຂົ້າ​ໂຮງໝໍ​ແລະ​ໄດ້​ຮັບ​ການ​ປິ່ນປົວ​ຈາກ​ນາຍ​ແພດເຢຍຣະ​ມັນ​ນັ້ນ.

ນາງ Yevgenia Tymoshenko ກ່າວ​ວ່າ ​ຍາ​ແມ່​ຂອງ​ລາວ​ຈະຖືກ​ສົ່ງ​ໄປໂຮງໝໍ​ໃນ​ວັນ​ພຸດ​ມື້​ນີ້​ຢູ່​ໃນ​ເມືອງ Kharkiv ບ່ອນ​ທີ່ທ່ານ​ນາງ​ກໍາລັງ​ຖືກ​ຂັງ​ຢູ່​ໃນ​ຄຸກນັ້ນ.

ທ່ານນາງ Tymoshenko ​ໄດ້​ອົດ​ອາຫານ​ເພື່ອ​ເປັນ​ການ​ປະ​ທ້ວງ​ມາ ເປັນ​ເວລາ​ປະມານ 2 ສັບປະດາ ຫຼັງ​ຈາກ​ທ່ານນາງ​ກ່າວ​ວ່າ ​ໄດ້​ຖື​ກພວກ​ຍາມ​ຄຸກ​ທຸບ​ຕີ​.

ທ່ານ​ນາງ​ໄດ້​ປວດ​ຫຼັງ ທີ່​ພວກ​ທ່ານໝໍ​ເຢຍຣະມັນ​ໄດ້​ກວດ​ເຫັນ​ພະຍາດ ນັ້ນ ​ແຕ່​ຢູ​ເກຣນບໍ່​
ຍອມ​ອະ​ນຸຍາດ​ໃຫ້​ທ່ານ​ນາງ​ໄປ​ປິ່ນປົວ​ຢູ່​ໃນ​ເຢຍຣະມັນ ​ແຕ່​ໄດ້​ຕົກລົງ​ໃຫ້​ທ່ານໝໍ​ເຢຍຣະ
ມັນມາ​ປິ່ນປົວ​ທ່ານ​ນາງ​ໄດ້​ທີ່ໂຮງໝໍ​ໃນ​ຢູ​ເກຣນ.

​ໃນວັນອັງ​ວານ​ນີ້​ເຊ່ນ​ກັນ ຢູ​ເກຣນໄດ້​ເລື່ອນ​ກໍານົດເວລາ​ເປີດ​ກອງ​ປະ ຊຸມສຸດ​ຍອດ​ຂອງ​ບັນ
ດາ​ຜູ້​ນໍາ​ປະ​ເທດໃນ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ອອກຂອງ​ຢູ​ໂຣບອອກ​ໄປ ຫຼັງ​ຈາກ​ພວກ​ຜູ້​
ນໍາ​ບາງ​ຄົນ​ ຖອນ​ໂຕ​ອອກເພື່ອທໍາ​ການ​ປະ​ທ້ວງ​ຕໍ່​ການ​ປິ່ນປົວ​ທ່ານ​ນາງ Tymoshenko
ນັ້ນ.​

ກະຊວງ​ການ​ຕ່າງປະ​ເທດ​ຢູ​ເກຣນ ກ່າວ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ຈະ​ໄຂ​ຂຶ້ນ​ໃນ​ເວລາ​ຕໍ່​ໄປ.
ກ່ອນ​ໜ້າ​ນີ້ ກອງ​ປະຊຸມດັ່ງກ່າວ ໄດ້​ກໍານົດ​ຈະ ມີ​ຂຶ້ນ​ທີ່​ເມືອງ Yalta ​ໃນ​ວັນ​ສຸກ​ແລະ​ວັນ​ເສົາ
​ສັບປະດາ​ນີ້. ​

XS
SM
MD
LG