ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸບັດຕິເຫດລົດໄຟ ຕໍາລົດເມ ໃນຢູເຄຣນ


ອຸບັດຕິເຫດ ລົດເມຕຳກັນກັບລົດໄຟ ຢູ່ປະເທດຢູເຄຣນ (12 ຕຸລາ 2010)
ອຸບັດຕິເຫດ ລົດເມຕຳກັນກັບລົດໄຟ ຢູ່ປະເທດຢູເຄຣນ (12 ຕຸລາ 2010)

ເຈົ້າໜ້າທີ່ຢູເຄຣນກ່າວວ່າ ລົດເມຄັນນຶ່ງໄດ້ເກີດອຸບັດຕິເຫດ ຕຳກັນກັບລົດໄຟ ໃນເຂດພາກກາງ ທາງກໍ້າຕາເວັນອອກ ຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ 38 ຄົນ ແລະໄດ້ຮັບ ບາດເຈັບອີກ 12 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ອຸບັດຕິເຫດດັ່ງກ່າວ ເກີດຂຶ້ນໃນວັນອັງ ຄານມື້ນີ້ ເວລາລົດເມ​ແລ່ນຂ້າມທາງລົດໄຟທີ່ບໍ່ມີຄົນຄວບ ຄຸມ ຫຼັງຈາກບໍ່ເອົາຫົວຊາຕໍ່ສັນຍານ ທີ່ເຕືອນກ່ຽວກັບລົດ ໄຟກຳລັງມາ. ທາງຂ້າມລາງລົດໄຟ ທີ່ວ່ານີ້ ແມ່ນຕັ້ງຢູ່ ນອກເມືອງ Marhanets ໃນເຂດ Dnipropetrovsk ຂອງຢູເຄຣນ.

ປະທານາທິບໍດີຢູເຄຣນ ທ່ານ Viktor Yanukovych
ໄດ້ສະແດງຄວາມເສົ້າສະລົດໃຈ ຕໍ່ພວກຍາດພີ່ນ້ອງຂອງ
ຂອງຜູ້ເຄາະຮ້າຍ. ນອກນັ້ນທ່ານຍັງໄດ້ສັ່ງໃຫ້ເຈົ້າໜ້າທີ່
ພະແນກການກ່ຽວຂ້ອງຕ່າງໆ ທໍາການສືບສວນກ່ຽວກັບ
ອຸບັດຕິເຫດໃນຄັ້ງນີ້ ແລະລະບຸໂຕພວກທີ່ຮັບຜິດຊອບ.

XS
SM
MD
LG