ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢູ​ເຄ​ຣນຈະ​ດຳ​ເນີນ​ຄະ​ດີ​ອາດ​ຊະ​ຍາ​ກຳ ​ສົງ​ຄາມ​ຕໍ່ທະ​ຫານ​ ຣັດ​ເຊຍ​ທີ່​ ຖືກ​ຈັບ​ໄດ້ເປັນ​ຄັ້ງ​ທຳ​ອິດ


ນັກ​ສືບ​ສວນ​ໃນ​ການ​ສັນ​ລະ​ສູດ​ສົບຊາວ​ຝ​ຣັ່ງ​ທີ່​ໄປ​ຢູ​ເຄ​ຣນເພື່ອ​ສືບ​ສວນ​ອາດ​ຊະ​ຍາ​ກຳ​ສົງ​ຄາມ​ທ່າມ​ກາງ​ການ​ບຸ​ລຸກ​ຂອງ​ຣັດ​ເຊຍຢືນ​ຢູ່​ຂ້າງ​ຂຸມ​ຝັງ​ສົບ​ລວມ​ໝູ່​ຂະ​ໜາດ​ໃຫຍ່​ຢູ່​ເມືອງ Bucha ໃນ​ເຂດ​ໃກ້​ກັບ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 12 ເມ​ສາ, 2022.
ນັກ​ສືບ​ສວນ​ໃນ​ການ​ສັນ​ລະ​ສູດ​ສົບຊາວ​ຝ​ຣັ່ງ​ທີ່​ໄປ​ຢູ​ເຄ​ຣນເພື່ອ​ສືບ​ສວນ​ອາດ​ຊະ​ຍາ​ກຳ​ສົງ​ຄາມ​ທ່າມ​ກາງ​ການ​ບຸ​ລຸກ​ຂອງ​ຣັດ​ເຊຍຢືນ​ຢູ່​ຂ້າງ​ຂຸມ​ຝັງ​ສົບ​ລວມ​ໝູ່​ຂະ​ໜາດ​ໃຫຍ່​ຢູ່​ເມືອງ Bucha ໃນ​ເຂດ​ໃກ້​ກັບ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 12 ເມ​ສາ, 2022.

ໄອຍະການສູງສຸດຂອງຢູເຄຣນ ເປີດເຜີຍແຜນການ ໃນວັນພຸດວານນີ້ ສຳລັບ ການດຳເນີນຄະດີອາດຊະຍາກຳສົງຄາມ ຄັ້ງທຳອິດຕໍ່ທະຫານຣັດເຊຍທີ່ຖືກຈັບ ໄດ້ໃນຂະນະທີ່ການສູ້ລົບກັນໄດ້ແຜ່ລາມໄປຢູ່ໃນພາກຕາເວັນອອກ ແລະພາກ ໃຕ້ຂອງ​ປະ​ເທດ ແລະວັງເຄ​ຣັມ​ລິນໄດ້ເປີດໂອກາດທີ່ຈະເອົາແຈນຶ່ງ ຂອງ ປະ ເທດທີ່ຕົນຍຶດໄດ້ ໃນຕອນຕົ້ນ​ນັ້ນ ເຂົ້າ​ມາ​ເປັນ​ດິນ​ແດນ​ຂອງ​ຕົນ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ໄອຍະການໃຫຍ່, ທ່ານ​ນາງ​ອີ​ຣີ​ນາ ເວ​ເນ​ດິກ​ຕັອ​ຟ​ວາ (Iryna Venediktova) ກ່າວວ່າ ຫ້ອງການຂອງທ່ານນາງ ໄດ້ກ່າວຫາສິບ​ໂທ ວາ​ດິນ ຊິ​ສ​ຊີ​ມາ​ຣິນ (Vadin Shyshimarin), ອາ​ຍຸ 21 ປີ ໃນການສັງຫານພົນລະເຮືອນທີ່ບໍ່ມີ ອາວຸດ ອາຍຸ 62 ປີທີ່ຖືກຍິງຕາຍ ໃນຂະນະທີ່ຂີ່ລົດຖີບໄປ ໃນເດືອນກຸມພາ ຜ່ານ​ມາ, ສີ່ມື້ຫລັງ​ຈາກສົງຄາມໄດ້​ເລີ້ມ​ຂຶ້ນ.

ທ້າວຊິ​ສ​ຊີ​ມາ​ຣິນ ທີ່ປະ​ຈຳຢູ່​ໃນຫນ່ວຍລົດຖັງ ຖືກກ່າວຫາວ່າ ໄດ້ຍິງຜ່ານປ່ອງ ຢ້ຽມລົດໃສ່ຜູ້ຊາຍຄົນ​ນັ້ນຢູ່ໃນບ້ານຈູ​ພາກ​ຄີບ​ກາ (Chupakhivka) ທາງພາກ ຕາເວັນອອກສຽງເຫນືອຂອງ​ປະ​ເທດ. ທ່ານ​ນາງເວເນດິກຕັອຟວາກ່າວ​ວ່າ ທະ ຫານ​ຄົນ​ນີ້ ອາດຖືກ​ຕິດ​ຄຸກ​ໄດ້ນານ​ເຖິງ 15 ປີ. ທ່ານນາງບໍ່ໄດ້ບອກວ່າ ການໄຕ່​ສວນ​ຄະ​ດີຈະເລີ່ມຕົ້ນຂຶ້ນເມື່ອໃດ.

ຫ້ອງການຂອງທ່ານ​ນາງເວເນດິກຕັອຟວາ ກ່າວວ່າ ຕົນໄດ້ສືບສວນຄະດີອາດ​ຊະ​ຍາ​ກຳສົງຄາມ ທີ່ຖືກກ່າວຫາຕໍ່​ທະ​ຫານ​ຣັດເຊຍຫຼາຍກວ່າ 10,700 ຄະ​ດີ ແລະໄດ້ລະ​ບຸຜູ້ຕ້ອງສົງໄສຫຼາຍກວ່າ 600 ຄົນ.

ຄວາມ​ໂຫດຮ້າຍ​ທີ່​ຖືກ​ກ່າວ​ຫາ​ຫຼາຍ​ຄັ້ງ ​ໄດ້​ມີ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້ ຫຼັງຈາກ​ກອງ​ກຳລັງທະ​ຫານ​ຂອງ​ມົສກູ​ໄດ້​ເລີກລົ້ມ​ຄວາມຕັ້ງ​ໃຈທີ່​ຈະ​ຍຶດ​ເອົາ​ກີ​ຢິບ ​ແລະ​ຖອນອອກ​ຈາກ​ການ​ຍຶດ​ຄອງ​ຢູ່​ອ້ອມ​ຮອບນະຄອນຫຼວງແຫ່ງນັ້ນ ​ໂດຍ​ໄດ້​ເປີດໃຫ້​ເຫັນ​ຂຸມ​ຝັງ​ສົບໝູ່​ຂະ​ໜາດໃຫຍ່ ​ແລະ​ຖະໜົນ​ຫົນທາງ ​ແລະ​ເດີ່ນທີ່ເຕັມ​ໄປ​ດ້ວຍ​ຊາກ​ສົບ ​ໃນ​ເມືອງ​ຕ່າງໆ ​ເຊັ່ນບູ​ຊາ (Bucha). ພວກ​ອາ​ໄສຢູ່​ເມືອງ​ນັ້ນ​ໄດ້ເລົ່າ​ກ່ຽວ​ກັບ​ການ​ສັງຫານ, ການ​ຈູດ​ເຜົາ, ການ​ຂົ່ມຂືນ, ການ​ທໍລະມານ ​ແລະ​ການ​ຕັດ​ຫັ່ນ​ສົບ​ອອກ​ເປັນ​ຊິ້ນໆ ໃຫ້​ຟັງ.

ທ່ານໂວ​ໂລ​ດິ​ເມຍ ຢາ​ວໍ​ສ​ກີ (Volodymyr Yavorskyy) ຈາກ​ສູນ​ກາງ​ເພື່ອ​ເສ ລີພາບ​ພົນລະ​ເຮືອນ ກ່າວ​ວ່າ ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ຢູ​ເຄຣນຈະ​ຕິດຕາມການ​ດຳ​ເນີນ​ຄະດີ​ຂອງ​ທ້າວຊິ​ສ​ຊີ​ມາ​ຣິນ (Shyshimarin) ຢ່າງ​ໃກ້​ຊິດ ​ເພື່ອ​ເບິ່ງ​ວ່າ​ມັນ​ມີຄວາມ​ຍຸຕິ​ທຳ​ຫຼືບໍ່. ທ່ານກ່າວວ່າ "ມັນເປັນການຍາກຫຼາຍ ທີ່ຈະປະຕິບັດຕາມກົດລະບຽບ, ມາດຕະຖານແລະຄວາມທ່ຽງ​ທຳໃນການດໍາເນີນຄະດີຂອງສານ ໃນຂະ​ນະ​ທີ່ສົງຄາ ມດຳ​ເນີນ​ໄປ​ຢູ່."

ກ່ຽວກັບດ້ານເສດຖະກິດນັ້ນ ຢູເຄຣນໄດ້ປິດທໍ່ສົ່ງອາຍແກັສຂອງຣັດເຊຍທີ່​ເນັ່ງຜ່ານປະເທດຂ້າ​ມ​ໄປ​ຫາບ້ານເຮືອນ ແລະອຸດສາຫະກໍາຕ່າງໆ ໃນຢູ​ໂຣບຕາ ເວັນຕົກ ຊຶ່ງ​ເປັນ​ຂີດ​ໝາຍອັນທໍາອິດນັບຕັ້ງແຕ່ສົງຄາມເລີ່ມຕົ້ນມາ ທີ່ກີ​ຢິບໄດ້ ຂັດຂວາງການໄຫຼຂອງ​ອາຍ​ແກັ​ສໄປທາງທິດຕາເວັນຕົກ ຊຶ່ງ​ເປັນ​ສິນ​ຄ້າ​ຂາ​ອອກ ອັນ​ນຶ່ງທີ່ນຳລາຍໄດ້ສູງ​ມາ​ໃຫ້​ມົ​ສ​ກູ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG