ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຢູເຄຣນ ປະ​ຕິ​ເສດ ບໍ່ໃຫ້ ຂະບວນລົດ ​ຂົນ​ສົ່ງ ຈາກຣັດເຊຍ ເຂົ້າປະເທດ (ສະໄລດ໌)


ຂະບວນລົດລົດ​ຂົນ​ສົ່ງ ຣັດເຊຍ 280 ຄັນ ​ທີ່​ນຳ​ເອົ​າການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ໄປ​ໃຫ້ ແຕ່ວ່າ ສະພາກາແດງ ບໍ່ໄດ້ຮັບລາຍລະອຽດ.
ຂະບວນລົດລົດ​ຂົນ​ສົ່ງ ຣັດເຊຍ 280 ຄັນ ​ທີ່​ນຳ​ເອົ​າການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ໄປ​ໃຫ້ ແຕ່ວ່າ ສະພາກາແດງ ບໍ່ໄດ້ຮັບລາຍລະອຽດ.

ຢູເຄຣນກ່າວ​ວ່າ ຕົນຈະບໍ່ອະນຸຍາດໃຫ້ຂະ​ບວນລົດ​ຂົນ​ສົ່ງ
280 ຄັນ ​ທີ່​ນຳ​ເອົ​າ ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ
ຈາກຣັດເຊຍ ເຂົ້າໄປໃນປະເທດຂອງຕົນ. ​

ເຈົ້າໜ້າທີ່ຢູເຄຣນກ່າວໃນວັນອັງຄານ​ມື້ນີ້ວ່າ ​ການຊ່ວຍ
​ເຫລືອດັ່ງກ່າວຈະໄດ້ຮັບ ການປະຕິເສດກໍຍ້ອນວ່າ ບໍ່ໄດ້
ຮັບການປະສານງານຈາກສະພາກາແດງແລະອາດຈະ
ໃຊ້ເປັນຂໍ້ອ້າງໂດຍຣັດເຊຍເພື່ອສົ່ງທະຫານເຂົ້າໄປໃນ
ເຂດຄວບຄຸມຂອງພວກແບ່ງແຍກດິນແດນນັ້ນ.

ໂທລະພາບຣັດເຊຍລາຍງານໃນວັນອັງຄານມື້ນີ້ວ່າ ການ
ໃຫ້ຄວາມຊ່ວຍເຫລືອດັ່ງກ່າວມີຂຶ້ນ ໂດຍໄດ້ຮັບຄວາມຮ່ວມມືຈາກຄະນະກຳມະການ
ສະພາກາແດງ ສາກົນ.

ແຕ່​ໃນ​ຖະ​ແຫລ​ງການສະບັບນຶ່ງ ທີ່ນຳອອກເຜີຍແຜ່່ໃນ​ວັນ​ຈັນວານ​ນີ້​ ສະພາກາແດງ
ເວົ້າວ່າ ບໍ່​ມີ​ຂໍ້​ຕົກລົງໃດໆ​ ກັບຣັດ​ເຊຍ ​ໃນ​ການ​ເຂົ້າ​ຮ່ວ​ມການປະຕິບັດງານ ​ເວລານີ້
ແລະ​ກ່າວ​ຕື່ມວ່າ “ລາຍ​ລະ​ອຽດຕ່າງໆ ຕ້ອງ​ໄດ້​ມີການໃຫ້ຄວາມ​ແຈ່ມແຈ້ງເພີ້ມຕື່ມ"
ກ່ອນທີ່​ການ​ປະຕິບັດ​ງານ​ຈະ​ດຳເນີນ​ຕໍ່​ໄປ.

ມີລາຍງານວ່າ ຫລາຍ​ພັນ​ຄົນ ຢູ່​ໃນເຂດພາກຕາເວັນອອກຂອງຢູ​ເຄຣນ ທີ່​ປາກ​ພາສາ
ຣັດ​ເຊຍ ​ຂາດ​ນໍ້າ ດື່ມ ຢາ​ປົວ​ພະຍາດ ​ແລະ​ໄຟຟ້າ​ໃຊ້ ​ໃນ​ຂະນະ​ທີ່​ກຳລັງ​ຢູ​ເຄຣນ ພວມທຳ
ການສູ້ລົບກັບພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ທີ່ພະຍາ ຍາມຈະສ້າງ​ຕັ້ງເຂ​ດ​ປົກ
ຄອງ​ຕົນເອງຂຶ້ນ ​ໃກ້​ກັບ​ຊາຍ​ແດນ​ຂອ​ງຣັດ​ເຊຍ.

ການ​ປະກາດໃຫ້ການ​ຊ່ວຍ​ເຫລືອບັນເທົາທຸກຂອງຣັດ​ເຊຍ ​ໄດ້​ກໍ່ໃຫ້​ເກີດ​ມີການ ສະແດງ
ຄວາມ​ເຫັນຢ່າງລະ​ມັດ​ລະວັງ​ ​ຈາກ​ລັດຖະບານປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້​ເຕືອນ​ມົສກູ ບໍ່​
ໃຫ້ໃຊ້ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທໍ​າ ​ເປັນຂໍ້ແກ້ຕົວ​ເພື່ອ ທຳການລຸກ​ລານ​ທາງ
​ທະຫານ.

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີສະຫະລັດ ທ່ານ Barack Obama ​ແລະ​ຄູ່
​ຕຳ​ແໜ່​ງຝ່າຍຢູ​ເຄຣນທ່ານ Petro Proshenko ​ໄດ້​ໂອ້ລົມ​ກັນ​ທາງ​ໂທ ລະ​ສັບ ​ແລະ​
ໄດ້ ​ເຫັນ​ດີນຳກັນ​ວ່າ ການ​ມີໜ້າໃດໆກໍຕາມຂອງຣັດ​ເຊຍ ຢູ່​ໃນ ຢູ​ເຄຣນໂດຍ​ປາດ​ສະ​ຈາກ​ການ​ເຫັນ​ດີ​ຂອງ Kyiv ນັ້ນ ຈະ​ເປັນ​ການ​ລະເມີດ​ຕໍ່​ກົດ ໝາຍ​ສາກົນ.

ເວັບໄຊທ໌ຂອງປະທານາທິບໍດີຢູ​ເຄຣນ ຕໍ່​ມາ​ໄດ້​ກ່າວ​ວ່າ ​ແຜນການ​ປະຕິບັດ​ງານໃຫ້
ຄວາມຊ່ວຍ​ເຫລືອ ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການເຂົ້າ​ຮ່ວມ ​ຂອງສະຫະພາບ​ຢູ​ໂຣບ ຣັດ​ເຊຍ
​ເຢຍຣະ​ມັນ ​ແລະ “ປະເທດພາຄີ​ອື່ນໆ.”

XS
SM
MD
LG