ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ທຳ​ລາຍ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຮອບ​ໃໝ່ ຂອງ​ຣັດ​ເຊຍ


ຮູບພາບໃນເອກະສານນີ້ ຖ່າຍ ແລະເຜີຍແຜ່ໂດຍໜ່ວຍງານສຸກເສີນຂອງຢູເຄຣນ ໃນວັນທີ 25 ພະຈິກ 2023, ເຊິ່ງໄດ້ສະແດງໃຫ້ເຫັນພະນັກງານກູ້ໄພ ກຳລັງປະຕິບັດການຢູ່ສະຖານທີ່ທີ່ມີການໂຈມຕີຈາກໂດຣນ ໃນນະຄອນຫຼວງກີຢິບ. (ຮູບຈາກເອກະສານແຈກ/ ໜ່ວຍງານສຸກເສີນຂອງຢູເຄຣນ /ອົງການຂາວ AFP)
ຮູບພາບໃນເອກະສານນີ້ ຖ່າຍ ແລະເຜີຍແຜ່ໂດຍໜ່ວຍງານສຸກເສີນຂອງຢູເຄຣນ ໃນວັນທີ 25 ພະຈິກ 2023, ເຊິ່ງໄດ້ສະແດງໃຫ້ເຫັນພະນັກງານກູ້ໄພ ກຳລັງປະຕິບັດການຢູ່ສະຖານທີ່ທີ່ມີການໂຈມຕີຈາກໂດຣນ ໃນນະຄອນຫຼວງກີຢິບ. (ຮູບຈາກເອກະສານແຈກ/ ໜ່ວຍງານສຸກເສີນຂອງຢູເຄຣນ /ອົງການຂາວ AFP)

ກອງທັບ​ຢູ​ເຄຣນ​ໄດ້​ທຳລາຍ​ໂດຣນໂຈມ​ຕີ 8 ລຳ​ໃນ​ຈຳນວນທັງໝົດ 9 ລຳ ​ທີ່​ ຣັດ​ເຊຍສົ່ງ​ມາໃນຊ່ວງຂ້າມຄືນ, ກອງທັບອາກາດກ່າວໃນວັນອາທິດວານນີ້, ນຶ່ງ​ມື້​ຫຼັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ກ່າວ​ວ່າ ​ເປັນ​ການ​ໂຈມ​ຕີ​ດ້ວຍ​ໂດຣນ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງຣັດ​ເຊຍ ​ໃນ​ສົງຄາມ.

ບໍ່ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ ​ຫຼື​ກ່ຽວ​ກັບ​ຈຸດ​ທີ່ ໂດຣນ ທີ່​ຍັງ​ເຫຼືອຢູ່ ໂຈມຕີ.

ກີຢິບ ສັ່ນສະເທືອນ ​ໃນ​ວັນ​ເສົາ​ ​ໂດຍ​ການ​ໂຈມ​ຕີ​ດ້ວຍໂດຣນ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງຣັດ​ເຊຍ ນັບ​ຕັ້ງ​ແຕ່​ການ​ຮຸກຮານ​ຢູ​ເຄຣນ​ໃນ​ເດືອນ​ກຸມພາ​ປີ​ກາຍ​ນີ້. ຢູ​ເຄ​ຣນ ກ່າວ​ວ່າ ຕົນ​ໄດ້​ຍິງໂດຣນຊາເຮດທີ່ອອກແບບໂດຍອີຣ່ານ ຕົກ 74 ລຳ​ຈາກຈຳ​ນວນທັງໝົດ 75 ລຳ​ ທີ່​ຣັດ​ເຊຍ​ໄດ້​ສົ່ງ​ມາ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ເປັນ​ເວ​ລາ 6 ຊົ່ວ​ໂມງ.

ຫ້າຄົນ, ລວມທັງເດັກນ້ອຍ, ໄດ້ຮັບບາດເຈັບໃນການໂຈມຕີດັ່ງກ່າວ, ອີງຕາມການປະກາດໃນແອັບສົ່ງຂໍ້ຄວາມ Telegram ຂອງຜູ້ປົກຄອນນະຄອນຫຼວງກີຢິບ ທ່ານວິທາລີ ກລິຈໂກ (Vitali Klitschko). ໂດ​ຣນ 66 ລຳ​ ​ຖືກ​ຍິງ​ຕົກ​ຢູ່ ເໜືອນະຄອນຫຼວງ ກີຢິບ, ກອງທັບ​ອາກາດ​ຢູ​ເຄຣນ ກ່າວ​. ສ່ວນ​ເຈົ້າ​ໜ້າ​ທີ່​ເມືອງ​ກ່າວ​ວ່າ ຄວາມ​ເສຍ​ຫາຍ​ດັ່ງກ່າວ​ ໄດ້​ເຮັດ​ໃຫ້​ໄຟຟ້າ ຂອງປະຊາຊົນ 17,000 ຄົນ ດັບ.

ຢູເຄຣນ ໄດ້ເຕືອນໃນອາທິດທີ່ຜ່ານມາວ່າ ຣັດເຊຍ ຈະແນເປົ້າໝາຍໃສ່ພື້ນ ຖານໂຄງລ່າງທີ່ສຳຄັນ ໃນການໂຈມ​ຕີທາງອາກາດໃນລະດູໜາວ, ຄືທີ່ພວກເຂົາໄດ້ເຮັດໃນປີກາຍນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG