ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢູ​ເຄ​ຣນ ບອ​ກ​ພົນ​ລະ​ເຮືອນ​ໃຫ້​ຫຼີກ​ລ່ຽງ ສາງ​ເກັບ​ລູກ​ປືນ​ຂອງ ຣັດ​ເຊຍ ຫຼັງ​ຈາ​ກ​ການ​ລະ​ເບີດ


ຄວັນ​ປິວ​ຂຶ້ນ​ເທິງ​ຟ້າ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ​ລະ​ເບີດ​ຢູ່​ສາງ​ເກັບ​ລູກ​ປືນ​ຂອງກ​ອງ​ທັບ​ບົກ ຣັດ​ເຊຍ​ໃນ​ບ້ານ ເມ​ສ​ໂກ​ເຢ, ແຫຼມ ໄຄ​ຣ​ເມຍ, 16 ສິງ​ຫາ 2022.
ຄວັນ​ປິວ​ຂຶ້ນ​ເທິງ​ຟ້າ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ​ລະ​ເບີດ​ຢູ່​ສາງ​ເກັບ​ລູກ​ປືນ​ຂອງກ​ອງ​ທັບ​ບົກ ຣັດ​ເຊຍ​ໃນ​ບ້ານ ເມ​ສ​ໂກ​ເຢ, ແຫຼມ ໄຄ​ຣ​ເມຍ, 16 ສິງ​ຫາ 2022.

ລຸນຫຼັງ​ການ​ລະ​ເບີດ​ຂະ​ໜາດ​ໃຫຍ່​ຢູ່​ສາງ​ທະ​ຫານ​ໃນ​ແຫຼມ​ໄຄ​ຣ​ເມຍ​ທີ່​ຖືກ​ຄອບ​ຄອງ​ໂດຍ ຣັດ​ເຊຍ ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ບອກ​ປະ​ຊາ​ຊົນ​ຢູ່​ທີ່​ນັ້ນ ແລະ ໃນ​ພາກ​ສ່ວນ​ອື່ນໆ​ຂອງ​ພາກ​ໃຕ້ ຢູ​ເຄ​ຣນ “ໃຫ້​ລະ​ວັງ​ຕົວຫຼາຍໆ” ແລະ ຫຼີກ​ລ່ຽງ​ເຂດ​ທີ່ກອງ​ກຳ​ລັງ ຣັດ​ເຊຍ ເກັບ​ລູກ​ປືນ ແລະ ອຸ​ປະ​ກອນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໃສ​ຄັ້ງຫຼ້າ​ສຸດ​ຂອງ​ທ່ານ​ວ່າ “ເຫດ​ຜົນ​ສຳ​ລັບ​ການ​ລະ​ເບີດ​ໃນ​ເຂດ​ແດນ​ທີ່​ຖືກ​ຄອບ​ຄອງ​ດັ່ງ​ກ່າວ​ອາດ​ມີ​ຄວາມ​ແຕກ​ຕ່າງ, ແຕກ​ຕ່າງຫຼາຍ, ໂດຍ​ສະ​ເພາະ, ຂ້າ​ພະ​ເຈົ້າ​ຂໍ​ຢ້ຳ​ຄຳ​ອະ​ທິ​ບາຍ​ຂອງ​ພວກ​ເຂົ້າ​ຄອບ​ຄອງ​ເອງວ່າ ເປັນຄວາມ​ລົ້ມ​ແຫຼວ. ແຕ່​ທຸກ​ຢ່າງ​ແມ່ນ​ມີ​ຄວາມ​ໝາຍ​ຄື​ກັນ: ຄື​ການ​ທຳ​ລາຍ​ການ​ສົ່ງ​ກຳ​ລັງ​ບຳ​ລຸງ​ທະ​ຫານ, ລູກ​ປືນ​ຂອງ​ພວກ​ເຂົາ, ທະ​ຫານ ແລະ ອຸ​ປະ​ກອນ​ອື່ນໆ, ກອງ​ບັນ​ຊາ​ການ​ຕ່າງໆ​ຈະ​ຊ່ວຍ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ພວກ​ເຮົາ​ໄວ້.”

ການ​ລະ​ເບີດ​ໃນ​ຂອບ​ເຂດ​ຂະ​ໜາດ​ໃຫຍ່​ເມື່ອ​ວັນ​ອັງ​ຄານ​ວານນີ້ ໄດ້​ເກີດ​ຂຶ້ນ​ຢູ່​ສາງ​ເກັບ​ລູກ​ປືນ​ໃນ​ບ້ານ ເມ​ສ​ໂກ​ເຢ, ເຊິ່ງ​ແມ່ນ​ຄັ້ງ​ທີ​ສອງ​ໃນ​ນຶ່ງ​ອາ​ທິດ​ທີ່​ການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ຢູ່​ດ່ານ​ແນວ​ໜ້າ​ໃນ​ດິນ​ແດນ​ທີ່​ພວກ​ເຂົາ​ໄດ້​ຍຶດ​ໃນ​ປີ 2014.

ຣັດ​ເຊຍ, ໂດຍ​ປາ​ສະ​ຈາກ​ການ​ຊອກ​ຫາ​ຜູ້​ປະ​ທຳ​ຜິດ​ນັ້ນ, ໄດ້​ເອີ້ນ​ການ​ລະ​ເບີດ​ຄັ້ງຫຼ້າ​ສຸດນີ້​ວ່າ​ເປັນ “ການ​ດຳ​ເນີນ​ການ​ລອບ​ທຳ​ລາຍ.” ມັນ​ໄດ້​ເກີດ​ຂຶ້ນ​ລຸນຫຼັງ​ການ​ໂຈມ​ຕີ​ຂອງ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່​ຖານ​ທັບ​ອາ​ກາດ ຊາ​ກີ ທີ່​ໄດ້​ທຳ​ລາຍ​ເຮືອ​ບິນ​ລົບ ຣັດ​ເຊຍ 9 ລຳ.

ຢູ​ເຄ​ຣນ ບໍ່​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອ​ບ​ສຳ​ລັບ​ເຫດ​ການ​ຢູ່​ບ້ານ ເມ​ສ​ໂກ​ເຢ, ແຕ່​ທີ່​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ມີ​ຄາຍ​ໂລ ໂປ​ໂດ​ລ​ຢັກ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ​: “ແຫຼມ​ໄຄ​ຣ​ເມຍ ທີ່​ຖືກ​ຄອບ​ຄອງ​ໂດຍ ຣັດ​ເຊຍ ແມ່ນ​ກ່ຽວ​ກັບ ສາງ​ເກັບ​ເຄື່ອງ, ການ​ລະ​ເບີດ ແລະ ຄວາມ​ສ່ຽງ​ເສຍ​ຊີ​ວິດ​ສູງ​ສຳ​ລັບ​ພວກ​ບຸກ​ລຸກ ແລະ ພວກ​ໂຈນ​ຂີ້​ລັກ. ການ​ປົດ​ທະ​ຫານ​ແມ່ນ​ກຳ​ລັງ​ດຳ​ເນີ​ການ.”

ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ໄດ້​ກ່າວ​ວ່າ ໄຟ​ໄໝ້​ຢູ່​ສາງ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໂຮງ​ໄຟ​ຟ້າ, ສາຍ​ໄຟ​ຟ້າ, ເສັ້ນ​ທາງ​ລົດ​ໄຟ ແລະ ຕຶກ​ອາ​ພາດ​ເມັ້ນ​ບາງ​ແຫ່ງ, ແຕ່ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ.

ການ​ຕໍ່​ສູ້​ເພື່ອ​ຄວບ​ຄຸມ​ແຫຼມ ໄຄ​ຣ​ເມຍ ແມ່ນ​ຍັງ​ດຸ​ເດືອດ, ດ້ວຍ ມົ​ສ​ກູ ຮຽກ​ຮ້ອງໃຫ້ ຢູ​ເຄ​ຣນ ຮັບ​ຮູ້​ມັນ​ດັ່ງ​ກັບ​ພາກ​ສ່ວນ​ຂອງ ຣັດ​ເຊຍ ແລະ ຢູ​ເຄ​ຣນ ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ສົ່ງ​ມັນ​ຄືນ​ໃຫ້​ລັດ​ຖະ​ບານ ກີ​ຢິບ ກ່ອນ​ການ​ເຈ​ລະ​ຈາ​ສິ້ນ​ສຸດ​ສົງ​ຄາມ​ໃນ​ທີ່​ສຸດ​ຈະ​ສາ​ມາດ​ເຈ​ລະ​ຈາ​ໄດ້.

ສາງ​ທະ​ຫານ​ບ່ອນ​ທີ່​ໄດ້​ມີ​ການ​ລະ​ເບີດ​ນັ້ນ ແມ່ນ​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ແຫຼມ​ດັ່ງ​ກ່າວ, ປະ​ມານ 50 ກິ​ໂລ​ແມັດ​ຫ່າງ​ຈາກ​ພາກ​ພື້ນ​ເຄີ​ສັນ​ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG