ການເຈລະຈາສັນຕິພາບລະຫວ່າງຢູເຄຣນ ແລະພວກຫົວແບ່ງ
ແຍກນິຍົມຣັດເຊຍ ຕົກຢູ່ໃນສະພາບບໍ່ໄປບໍ່ມາ ໃນວັນເສົາວານ
ນີ້ ໃນຂະນະທີ່ການສູ້ລົບກັນລະເບີດຂຶ້ນ ໃນພາກຕາເວັນອອກ
ຂອງປະເທດ ໂດຍເຮັດໃຫ້ທັງ ທະຫານແລະພົນລະເຮືອນຫລາຍ
ຄົນເສຍຊີວິດ.
ການພົບປະເຈລະຈາກັນທີ່ນະຄອນ Minsk ໄດ້ຖືກເລື່ອນເວລາ
ອອກໄປ ຫຼັງຈາກທຳການເຈລະຈາກັນເປັນເວລາຫຼາຍຊົ່ວໂມງ.
ຖະແຫຼງ ການສະບັບນຶ່ງຈາກກຸ່ມຕິດຕໍ່ສາມຝ່າຍ ທີ່ປະກອບດ້ວຍ
ຣັດເຊຍ ຢູເຄຣນ ແລະອົງການເພື່ອຄວາມປອດໄພແລະການ
ຮ່ວມມືໃນຢູໂຣບ ຫຼື OECE ກ່າວວ່າ ພວກຜູ້ຕາງໜ້າຈາກບັນ
ດາເຂດທີ່ຢູ່ພາຍໃຕ້ການຄວບຄຸມຂອງຝ່າຍກະບົດຂອງຢູເຄຣນ
ບໍ່ໄດ້ມາຮ່ວມການເຈລະຈາທີ່ກະກຽມໄວ້ ເພື່ອທຳການສົນທະນາ
ເລື້ອງການຈັດຕັ້ງປະຕິບັດສັນຍາຢຸດຍິງ ແລະຖອນພວກອາວຸດ
ຍຸດໂທປະກອນຂະໜາດໜັກອອກໄປ. ກຸ່ມຕິດຕໍ່ເວົ້າວ່າ ພວກກະ
ບົດຢາກກັບຄືນໄປຫາສັນຍາຢຸດຍິງທີ່ໄດ້ລົງນາມກັນທີ່ນະຄອນ
Minsk ທີ່ວາງພື້ນຖານໄວ້ ສຳລັບການຢຸດເຊົາການສູ້ລົບກັນນັ້ນ.
ການຢຸດຍິງທີ່ທຸກພັກຝ່າຍໄດ້ຕົກລົງກັນໃນເດືອນກັນຍາປີແລ້ວ
ນີ້ ໄດ້ຖືກລະເມີດ ຊ້ຳແລ້ວຊ້ຳອີກ ແລະໄດ້ພັງທະລາຍລົງຢ່າງສິ້ນເຊີງ ໃນສັບປະດາແລ້ວນີ້ ເວລາພວກກະບົດປະກາດການເລີ້ມຕົ້ນການບຸກລຸກຄັ້ງໃໝ່ ທີ່ມີວັດຖຸປະສົງເພື່ອຂະ
ຫຍາຍເຂດແດນຂອງຕົນອອກອີກນັ້ນ.
ການລະດົມຍິງປືນໃຫຍ່ໃສ່ສູນກາງຂົນສົ່ງທາງດ້ານຍຸດທະສາດທີ່ເມືອງ Debaltseve
ໄດ້ສັງຫານພວກພົນລະເຮືອນໄປ 12 ຄົນໃນວັນເສົາວານນີ້ ອີງຕາມຄຳເວົ້າຂອງຫົວໜ້າຕຳຫຼວດໃນເຂດເມືອງ Donetsk ທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກກະບົດ. ເມືອງ Debaltseve ຕັ້ງຢູ່ທາງກ້ຳຕາເວັນອອກສຽງເໜືອຂອງເມືອງ Donetsk ເຊື່ອມໂຍງ
ເມືອງ Donetsk ໃສ່ກັບເມືອງ Luhansk ທີ່ໝັ້ນສຳຄັນອີກແຫ່ງນຶ່ງຂອງພວກກະບົດ.
ການຂັດແຍ້ງກັນ ສ້າງຄວາມແຕກແຍກ ລະຫວ່າງເພື່ອນບ້ານ:
ລັດຖະບານຍັງຄວບຄຸມ ທາງເຊື່ອມໂຍງທາງລົດໄຟແລະຫົນທາງ ທີ່ສຳຄັນຢູ່ ຊຶ່ງຂາດນຳໃຊ້ນ້ຳດື່ມ ພ້ອມທັງຂາດໄຟຟ້າແລະແກສ ມາເປັນເວລາຫຼາຍມື້ແລ້ວ.
ນອກຈາກການເສຍຊີວິດຂອງພວກພົນລະເຮືອນນີ້ແລ້ວ ລັດຖະມົນຕີປ້ອງກັນປະເທດ
ຂອງຢູເຄຣນ ທ່ານ Stepan Poltorak ໄດ້ປະກາດຂ່າວການເສຍຊີວິດຂອງ ທະຫານ
15 ຄົນໃນທົ່ວພາກຕາເວັນອອກ ໃນການສູ້ລົບກັນໃນມື້ຜ່ານມາ ກັບພວກຫົວແບ່ງແຍກ
ທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍນັ້ນ.
ວິກິດການໃນຢູເຄຣນ ໄດ້ສັງຫານປະຊາຊົນໄປຫຼາຍກວ່າ 5100 ຄົນແລ້ວ ນັບແຕ່ການສູ້ລົບໄດ້ເກີດຂຶ້ນໃນເດືອນເມສາປີກາຍນີ້ ຫລັງຈາກຣັດເຊຍຍຶດເອົາແຫລມໄຄຣເມຍ ມາເປັນຂອງຕົນ.
ປະທານາທິບໍດີ Petro Poshenko ແຫ່ງຢູເຄຣນ ໄດ້ຮຽກຮ້ອງໃຫ້ຈັດການເຈລະຈາສັນຕິພາບຮອບໃໝ່ຂຶ້ນ ເພື່ອຕອບສະໜອງຕໍ່ການເພີ້ມທະວີຂຶ້ນຂອງການສູ້ລົບກັນ ໃນຫວ່າງໄວໆຜ່ານມານີ້.
ບັນດາ ລມຕ ຕ່າງປະເທດ ສຫລ ກັບຣັດເຊຍ ມີກຳນົດຈະຫາລືກັນ ເລື້ອງຢູເຄຣນ: