ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນວ່າ ພວກຜູ້ນຳ ທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດ ສະໜັບສະໜຸນ ແຜນສັນຕິພາບ (ສະໄດລ໌/ວີດີໂອ)


ຈາກຊ້າຍ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin, ປະທານາທິບໍດີເບລາຣຸສ ທ່ານ Alexander Lukashenko ແລະ ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ຢູ່ທີ່ນະຄອນຫລວງ Minsk ປະເທດເບລາຣຸສ, ວັນທີ 26 ສິງຫາ 2014.
ຈາກຊ້າຍ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin, ປະທານາທິບໍດີເບລາຣຸສ ທ່ານ Alexander Lukashenko ແລະ ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ຢູ່ທີ່ນະຄອນຫລວງ Minsk ປະເທດເບລາຣຸສ, ວັນທີ 26 ສິງຫາ 2014.

ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ກ່າວ​ວ່າ
ທ່ານ ​ແລະ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້
​ຕົກ​ລົງກັນ​ໃນທາງຫຼັກການ ກ່ຽວກັບແຜນສັນຕິ​ພາບ ​ເພື່ອ​ຍຸດຕິ​
ການ​ສູ້​ລົບ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ປະທານາທິບໍດີ Poroshenko ​ໄດ້​ຖະ​ແຫລ​ງ​ໃນ​ຕອນ​ເຊົ້າຂອງ
ວັນ​ພຸດມື້​ນີ້ ຫຼັງຈາກ​ທີ່ໄດ້​ມີ​ການ​ເຈລະຈາ ​ແບບເຊິ່ງ​ໜ້າ ກັບ​ທ່ານ
Putin ​ເປັນ​ເວລາ 2 ຊົວ​ໂມງ​ ຢູ່​ກອງ​ປະຊຸມສຸດ​ຍອດ ​ໃນ
Belarus ຊຶ່ງ​ມີບັນດາຜູ້ນຳໃນຂົງ​ເຂດ ​ເຂົ້າຮ່ວມ​ນຳ​ດ້ວຍ.

ທ່ານ Poroshenko ​ເວົ້າວ່າ “​ພວກ​ເຮົາ​ໄດ້​ຕົກລົງກັນ ທີ່​ຈະ​
ສະໜອງໂຄງການ​ຂອງການ​ປຶກສາ​ຫາ​ລື​ລະຫວ່າງ ຫົວໜ້າເສນາທິການຂອງ
ກອງບັນຊາການ ທະຫານຢູເຄຣນ ​ແລະ ​ຣັດ​ເຊຍ ຊຶ່ງ​ພວກ​ກ່ຽວຍັງ​ຈະ​ພະຍາຍາມ
ລິເລີ້ມ​ດຳເນີນຂັ້ນຕອນສັນຕິ​ພາບນຳດ້ວຍ. ພວກ​ເຮົາ ຈະ​ທຳ​ການ​ປຶກສາ​ຫາລື
​ຜ່ານກຸ່ມ​ຕິດ​ຕໍ່ປະສານງານສາມ​ຝ່າຍ ​ເພື່ອ​ເຮັດ​ໃຫ້ ຂັ້ນຕອນການ​ຢຸດ​ຍິງ​ຂອ​ງທັງ​
ສອງ​ຝ່າຍ​ໄວ​ຂຶ້ນຊຶ່ງ​ການ​ຄວບ​ຄຸມ ຈະດຳເນີນໂດຍບັນດາຜູ້​ແທນ ຂອງອົງການ​
ວ່າດ້ວຍຄວາມ​ໝັ້ນຄົງ ​ແລະ​ການ​ຮ່ວມ​ມືໃນ​ຢູ​ໂຣບ ຫຼື OSCE.”

UKRAINE VOSOT
please wait
Embed

No media source currently available

0:00 0:03:22 0:00



ແຕ່​ມັນ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອວ່າ ​ແຜນ​ສັນຕິພາບ​ດັ່ງກ່າວ​ ຈະ​ມີ​ຜົນ​ແບບໃດ​ ໃນທັນທີຕໍ່​ການ​ສູ້​ລົບ​ກັນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ລະຫວ່າງ​ພວກແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ແລະ​ກອງ​ກຳລັງ​ຢູ​ເຄຣນນັ້ນ.

ຫຼັງຈາກ​ການ​ເຈລະຈາແລ້ວ ປະທານາທິບໍດີ Putin ​ໄດ້ກ່າວວ່າ ມົສກູ ຈະ “ທຳ​ທຸກ​ສິ່ງ​ທຸກ​
ຢ່າງ”
​ ເພື່ອ​ສະໜັບສະໜຸນ ​ແຜນ​ສັນຕິ​ພາບ​ນີ້. ​ແຕ່ ທ່າ​ນຍັງ​ເວົ້າວ່າ ມັນ​ກໍຂຶ້ນກັບ​ລັດຖະບານ Kyiv ທີ່​ຈະ​ເຈລະຈາ ເລື້ອງ ເງື່ອນໄຂ​ຕ່າງໆຂອງການ​ຢຸດ​ຍິງ ກັບ​ພວກ​ກະບົດ.

Ukraine: Captured Troops Proof of Russian Role in Separatist Fight
please wait

No media source currently available

0:00 0:02:26 0:00

XS
SM
MD
LG