ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ເຕືອນວ່າ ບັນຫາ ພວກປະທ້ວງ ຕ້ອງໄດ້ແກ້ໄຂ ພາຍໃນ 48 ຊົ່ວໂມງ (ສະໄລດ໌/ວີດີໂອ)


ພວກປະທ້ວງ ທີ່ສະໜັບສະໜູນ ຣັດເຊຍ ພາກັນເຕົ້າໂຮມ ກີດກັ້ນ ຢູ່ນອນກຕຶກຂອງ ລັດຖະບານ.
ພວກປະທ້ວງ ທີ່ສະໜັບສະໜູນ ຣັດເຊຍ ພາກັນເຕົ້າໂຮມ ກີດກັ້ນ ຢູ່ນອນກຕຶກຂອງ ລັດຖະບານ.
ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ຢູ​ເຄຣນ​ເຕືອນວ່າ ການ
​ປະ​ເຊີນ​ໜ້າ​ກັນ ​ກັບ​ພວກ​ປະ​ທ້ວງ ທີ່​ນິຍົມຣັດ​ເຊຍ ຢູ່​ໃນ
​ສາມ​ເຂດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນັ້ນຈະ​ຕ້ອງ​
ແກ້​ໄຂ​ໃຫ້​ໄດ້ພາຍ​ໃນ 48 ຊົ່ວ​ໂມງ​ຕໍ່ໜ້າ​ນີ້ ​ໂດຍ​ຜ່ານ​ການ
​ເຈລະຈາ​ ຫລື​ວ່າການ​ໃຊ້​ກຳລັງ ກໍ​ດີ.

ທ່ານ Arsen Avakov ​ໄດ້​ບອກ​ພວກ​ນັກ​ຂ່າວ​ ໃນ​ວັນ​ພຸດ
​ມື້​ນີ້​ວ່າ “ການ​ແກ້​ໄຂ​ໃນ​ທາງ​ການ​ເມືອງ” ນັ້ນຍັງ​ເປັນ​ໄປ​ໄດ້​
ຢູ່ ​ແຕ່​ທ່ານ​ກໍ​ກ່າວ​ເຊັ່ນ​ກັນ​ວ່າ ພວກ​ປະ​ທ້ວງ ທີ່​ຕ້ອງ​ການ
ການ​ຂັດ​ແຍ້​ງກັນ​ນັ້ນ “ກໍ​ແມ່ນ​ຈະ​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ເຕັມ
​ກຳລັງ ຈາກ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ.”

ໃນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ການ​ເພີ້​ມທະວີຂຶ້ນ​ຢ່າງໃຫຍ່ ​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະ
ບານຊົ່ວຄາວຂອງ​ປະ​ເທດ ທີ່​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ ພວກ​ກຸ່ມ​ທີ່ ສະໜັບສະໜຸນຣັດ
​ເຊ​ຍ​ ໄດ້​ເຂົ້າ​ຍຶດ​ເອົາ​ຕຶກ​ໂຮງການ​ລັດຖະບານ​ຫລາຍໆ​ແຫ່ງ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນ ​ແລະ​ທວງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ ​ກ່ຽວ​ກັບ​ການແຍກ​ອອກ​ໄປ​ເຂົ້າ​ຮ່ວມ​ກັບ
ຣັດ​ເຊຍ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ໄດ້​ມີ​ການ​ຍິງ​ປືນ ​ແລະ​ພວກ​ປະ​ທ້ວງ​ຢ່າງ​ໜ້ອຍ 60 ຄົນ​ໄດ້​
ຖື​ກຈັບ​ໃນ ​ເມືອງ Kharkiv ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ທີ່ຢູ່ເມືອງ Donetsk ນັ້ນ
ພວກ​ປະ​ທ້ວງ​ຍັງ​ສືບ​ຕໍ່ຄອບ​ຄອງ​ ​ຫ້ອງການຕ່າງໆ​ຂອງ​ລັດຖະ ບານ ​ທີ່​ເຂົາ​ເຈົ້າ​ເຂົ້າ​ຍຶດ
​ເອົາ​ ​ໃນ​ວັນ​ອາທິດຜ່ານ​ມາ​.
CN-Russia and West in Chess Match Over Ukraine
please wait

No media source currently available

0:00 0:03:16 0:00

​ໃນ​ເມືອງ Luhansk ບັນດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ ກ່າວ​ວ່າ ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ຫລາຍ​
ກວ່າ 50 ຄົນ​ໄດ້ຮັບ​ອະນຸຍາດ​ໃຫ້​ ​ອອກໄປຈາກກອງ​ບັນຊາ​ການ​ຮັກ​ສາ​ຄວາມ​ປອດ​ໄພ
​ຂອງ​ລັດ ບ່ອນ​ທີ່​ມີ​ການກ່າວ​ຫາກັນ​ວ່າ ພວກ​ປະ​ທ້ວງທີ່ ສະໜັບສະໜຸນຣັດ​ເຊຍ ​ໄດ້ກັກ
60 ຄົນ​ໄວ້ ​ເປັນໂຕ​ປະກັນ. ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ປະ​ທ້ວງ ​ໄດ້​ພາກັນ​ວາງ​ສາຍ​ລະ​
ເບີດ ​ອ້ອມ​ຕຶກ.
UKRAINE VOSOT
please wait
Embed

No media source currently available

0:00 0:01:36 0:00


ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ຫາ ນັກ​ສືບແລະ​ກຳ
ລັງ​ພິ​ເສດ​ຂອງຣັດ​ເຊຍ ວ່າຍຸ​ແຍ່ໃຫ້ພວກ​ຢາກ​ແບ່ງ​ແຍກ​ດິນ​ແດນ ກໍ່ຄວາມ​ບໍ່​ສະຫງົບ
ຢູ່​ພາກ​ພາກ​ຕາ​ເວັນ​ອອກ ​ຂອງຢູ​ເຄຣນ. ທ່ານ​ຮ້ອງ​ພຶດຕິ​ກຳ​ດັ່ງກ່າວຂອງ ຣັດ​ເຊຍ​ວ່າ
“​ເປັນ​ຂໍ້​ອ້າງ​ທີ່​ອອກກົນອຸບາຍ​ຂຶ້ນ​ມາ ເພື່ອ​ສົ່ງທະຫານ ​ເຂົ້າ​ໄປ​ແຊກ​ແຊງດັ່ງ​ທີ່​ເຮົາໄດ້
ເຫັນ​ຢູ່ໃນ Crimea.”

ທ່ານ Kerry ​ໄດ້ໃຫ້ການ​ຕໍ່ ຄະນະ​ກຳມະການ​ສະພາ​ສູງຄະນະ​ນຶ່ງ ​ໃນ​ວັນ​ອັງ​ຄານວານ​
ນີ້​ວ່າ ການ​ພົວພັນ​ຂອງມົສກູ ຢູ່​ໃນຢູ​ເຄຣນ “​ແມ່ນ​ເປັນ​ທີ່​ແຈ້ງ​ຂາວ ​ແລະ​ແນ່ນອນ.”
ທ່ານ ກ່າວ​ວ່າ ປະທານາທິບໍດີ Barack Obama ກຳລັງ​ຕຽມ​ການ​ລົງ​ໂທດ​ໜັກ​ຂື້ນຕໍ່
ຣັດ​ເຊຍ ຖ້າ​ຫາກ​ຮັດ​ເຊຍຍັງ​ສືບ​ຕໍ່ທຳລາຍສະຖຽນ​ລະ​ພາບ​ ໃນຢູ​ເຄຣນ.
XS
SM
MD
LG