ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ​ຝຶກ​ຊ້ອມໃນການຮັບ​ມື ​ໃກ້ກັບຊາຍແດນເບລາຣຸສ ທ່າມ​ກາງ​ການ​ເວົ້າ​ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ


​ທະ​ຫານ​ຂອງ​ຢູ​ເຄ​ຣນ​ທຳ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ລະ​ຫວ່າງກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ, ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຢູ​ເຄ​ຣນ (SBU) ໃກ້​ກັບ​ຊາຍ​ແດນເບ​ລາ​ຣຸ​ສ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ຕໍ່ຢູ​ເຄ​ຣນ, ໃນ​ເຂດ Rivne ຂອງ​ຢູ​ເຄ​ຣນ, ວັນ​ທີ 11 ມັງ​ກອນ, 2023
​ທະ​ຫານ​ຂອງ​ຢູ​ເຄ​ຣນ​ທຳ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ລະ​ຫວ່າງກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ, ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຢູ​ເຄ​ຣນ (SBU) ໃກ້​ກັບ​ຊາຍ​ແດນເບ​ລາ​ຣຸ​ສ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ຕໍ່ຢູ​ເຄ​ຣນ, ໃນ​ເຂດ Rivne ຂອງ​ຢູ​ເຄ​ຣນ, ວັນ​ທີ 11 ມັງ​ກອນ, 2023

ສຽງປືນ ແລະສຽງນັນນອງຂອງລົດຫຸ້ມເກາະໄດ້ດັງກ້ອງໄປທົ່ວບັນດາເມືອງຕ່າງໆ ໃນ​ພາກຕາເວັນຕົກຂອງຢູເຄຣນທີ່ງຽບ​ສະ​ຫງົບຢູ່ໃກ້ຊາຍແດນເບລາຣຸ​ສ ໃນວັນພຸດວານນີ້ ໃນຂະນະທີ່ກຳລັງ​ທະ​ຫານຂອງກີ​ຢິບ ຝຶກຊ້ອມເພື່ອຮັບມືກັບໄພຂົ່ມຂູ່ຂອງ ການໂຈມຕີຄັ້ງໃໝ່ ໃນທົ່ວແນວໜ້າແຫ່ງໃໝ່ ຢູ່ພາກເໜືອຂອງ​ປະ​ເທດ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters)

ຢູເຄຣນຢ້ານວ່າ ຣັດເຊຍ ອາດສາມາດເສີມກຳລັງທະ​ຫານ ຢູ່ໃນດິນແດນຂອງເບລາຣຸສ, ປະ​ເທດພັນທະມິດຂອງ​ຣັດ​ເຊຍ ກ່ອນທີ່ຈະບຸກໂຈມຕີທາງຕາເວັນຕົກສຽງເໜືອ ຫຼືແມ່ນແຕ່ພະຍາຍາມບຸກໄປຮອດ​ກີ​ຢິບ ຄືດັ່ງທີ່ຣັດ​ເຊຍໄດ້ເຮັດ​ໃນ​ຕອນບຸກລຸກ​ເຂົ້າ​ໄປ ເມື່ອເດືອນກຸມພາຜ່ານມາ.

ໂດຍ​ການ​ເປີດ​ແນວ​ໜ້າ​ຢູ່ທາງ​ພາກ​ເໜືອ​ຄືນ​ໃໝ່, ຣັດ​ເຊຍ​ເຮັດ​ໃຫ້ກຳ​ລັງທະ​ຫານ​ຂອງ ກີ​ຢິບທີ່ສຸມ​ໃສ່​ການ​ສູ້​ລົບ​ເປັນ​ເວ​ລາ​ຫລາຍ​ເດືອນ ​ຢູ່​ພາກ​ຕາ​ເວັນ​ອອກ ແລະ ພາກໃຕ້ ນັ້ນແຈກ​ຈ່ານກັນ​ອອກ​ໄປ ຊຶ່ງບັງ​ຄັບ​ໃຫ້​ຕ້ອງ​ຫັນເອົາ​ທະ​ຫານເຄື່ອນ​ໄປ​ທາງ​ທິດ​ເໜືອ.

ພັນ​ໂທ ໂຣ​ແມນ ໂວ​ລົ​ສ​ຊັກ ຂອງກອງພັນປ້ອງກັນດິນແດນທີ 104 ໄດ້ພະຍາຍາມ ສ້າງຄວາມເຂັ້ມແຂງຢູ່ຂ້າງນອກ ຂອງການຊ້ອມລົບທາງທະຫານ ຢູ່ໃນສະຖານທີ່ລັບ 3 ແຫ່ງ ໃນພາກຕາເວັນຕົກສຽງເຫນືອຂອງຢູ​ເຄ​ຣນ.

"ພວກເຂົາສາມາດພະຍາຍາມເຮັດ, ແຕ່ວ່າ ພວກເຮົາກໍກຽມພ້ອມສໍາລັບພວກເຂົາ ແລ້ວ. ພວກເຮົາໄດ້ກະກຽມ, ທຸກໆ ບ່ອນລ້ຽວ ແລະທຸກໆທາງແຍກໄດ້ຖືກຂຸດ. ມັນຈະມີການຕໍ່ຕ້ານຢ່າງໃຫຍ່ຫຼວງຈາກທຸກໆ ອາຄານ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌.

ທະ​ຫານ​ຢູ​ເຄ​ຣນ​ທຳການ​ຊ້ອມ​ລົບຮ່ວມ​ກັນ​ລະ​ຫວ່າງກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະໜ່ວຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ​ຄວາມ​ໝັ້ນ​ຄົງຂອງ​ຢູ​ເຄ​ຣນ (SBU) ໃກ້​ກັບ​ຊາຍ​ແດນ Belarus ໃນ​ຢູ​ເຄ​ຣນ, ວັນ​ທີ 11 ມັງ​ກອນ, 2023
ທະ​ຫານ​ຢູ​ເຄ​ຣນ​ທຳການ​ຊ້ອມ​ລົບຮ່ວມ​ກັນ​ລະ​ຫວ່າງກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະໜ່ວຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ​ຄວາມ​ໝັ້ນ​ຄົງຂອງ​ຢູ​ເຄ​ຣນ (SBU) ໃກ້​ກັບ​ຊາຍ​ແດນ Belarus ໃນ​ຢູ​ເຄ​ຣນ, ວັນ​ທີ 11 ມັງ​ກອນ, 2023

ພວກທະຫານຈາກກອງດ​ກຳ​ລັງປ້ອງກັນດິນແດນຂອງທ່ານ ເຊິ່ງເປັນນຶ່ງ​ໃນທະຫານບ້ານ ຫຼາຍຮ້ອຍກອງ ທີ່ລຸກ​ຂຶ້ນ ເມື່ອບໍ່ດົນກ່ອນການຮຸກຮານຂອງຣັດເຊຍ ໃນວັນທີ 24 ກຸມພາ ກ່າວວ່າ ພວກເຂົາເຈົ້າໄດ້ກຽມພ້ອມແລ້ວທີ່ຈະຮັບມືກັບໄພຂົ່ມຂູ່ອັນໃໝ່.

"ພວກເຂົາຈະໄດ້ຮັບການລົງ​ໂທດ​ ... ພວກເຮົາກຳ​ລັງລໍຖ້າພວກເຂົາຢູ່ບ່ອນນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ້າວ ອາ​ເທີ ໂຮ​ຣອດ​ນຶກ (Artur Horodniuk), ມືປືນກົນອາຍຸ 28 ປີ

ໂດຍຄາດໄວ້ວ່າ ​ຢູ​ເຄຣນ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ໂຈມ​ຕີ​ແບບ​ໃດ​, ກອງ​ທັບ​ຂອງກີ​ຢິບ ໃນ​ວັນ​ພຸດ​ວານ​ນີ້ ​ໄດ້ຝຶກ​ຊ້ອ​ມ​ການ​ລົບ​ສົງ​ຄາມຢູ່ໃນ​ຕົວ​ເມືອງ, ຍິງ​ປືນ​ໃຫຍ່​, ຂັບ​ລົດ​ຫຸ້ມ​ເກາະ ແລະ​ປ່ອຍ​ຕົວປະກັນ.

ໃນ​ການ​ຊ້ອມ​ລົບ​ອີກ​ອັນ​ນຶ່ງ ຢູ່​ໃນ​ເຂດ​ຊົນນະບົດ​ທີ່​ມີ​ຫິມະ​ຕົກ, ທະຫານ​ໄດ້​ຝຶກການຈອບ​ຍິງ ​ແລະ​ທຳລາຍ​ກຸ່ມລາດ​ຕະ​ເວນ​ສອດ​ແນມ, ​ເຊິ່ງ​ເປັນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ຂອງຣັດ​ເຊຍ​ມາຈາກ​ເບ​ລາຣຸສ ທີ່​ມົສກູ​ໄດ້ປະຖິ້ມ ​ໃນ​ຕົ້ນ​ເດືອນ​ເມສາ​ທີ່​ຜ່ານ​ມາ.

ທ່ານໂວ​ລົ​ສ​ຊັກ ກ່າວ​ວ່າ ລະດູ​ໜາວ​ທີ່​ໜາວ​ເຢັນ​ມາ​ຮອດ​ປັດຈຸ​ບັນ ​ຈະ​ຊ່ວຍໃນ​ຄວາມ​ພະຍາຍາມ​ປ້ອງ​ກັນ​ປະ​ເທດ ​ເພາະ​ມັນ​ເຮັດ​ໃຫ້​ລະດັບ​ນ້ຳ​ສູງ​ກວ່າ​ປົກກະຕິ ​ແລະ​ທະ ຫານ​ຂອງ​ທ່ານ​ຫລາຍ​ຄົນ​ ໄດ້​ມີ​ຄວາມ​ສາ​ມາດ​ຕໍ່​ສູ້​ອັນ​ແຂງ​ຂັນ ​ຈາກ​ການ​ສູ້​ລົບ​ໃນ​ປີ​ກາຍ​ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG