ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ຊອກ​ຫາ​ຊ່ອງ​ທາງ ໃຫ້ບັນດາປະເທດພັນທະມິດ ເພີ້ມທະວີການຜະລິດທາງດ້ານປ້ອງ​ກັນ​ປະ​ເທດ


ລັດຖະມົນຕີການຕ່າງປະເທດຂອງເຢຍຣະມັນ ທ່ານນາງອັນນາເລນາ ແບບັອກ (Annalena Baerbock), ເລຂາທິການໃຫຍ່ຂອງອົງການ NATO ທ່ານເຈັນ ສໂຕລເຕັນເບີກ ແລະລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ທ່ານດິມິໂທຣ ກູເລບາ ເຂົ້າຮ່ວມກອງປະຊຸມ ຂອງສະພາ NATO-Ukraine ພ້ອມດ້ວຍສະວີເດັນ ຢູ່ທີ່ສໍານັກງານໃຫຍ່ຂອງກຸ່ມ.
ລັດຖະມົນຕີການຕ່າງປະເທດຂອງເຢຍຣະມັນ ທ່ານນາງອັນນາເລນາ ແບບັອກ (Annalena Baerbock), ເລຂາທິການໃຫຍ່ຂອງອົງການ NATO ທ່ານເຈັນ ສໂຕລເຕັນເບີກ ແລະລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ທ່ານດິມິໂທຣ ກູເລບາ ເຂົ້າຮ່ວມກອງປະຊຸມ ຂອງສະພາ NATO-Ukraine ພ້ອມດ້ວຍສະວີເດັນ ຢູ່ທີ່ສໍານັກງານໃຫຍ່ຂອງກຸ່ມ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງຢູເຄຣນ ທ່ານດີມິໂທຣ ກູເລບາ (Dmytro Kuleba) ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ພັນທະ​ມິດຕາ​ເວັນ​ຕົກ ​ເພີ່ມ​ທະວີ​ການ​ຜະລິດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ຮັບປະກັນ​ໃຫ້ກອງ​ກຳລັງ ຂອງ​ຢູ​ເຄຣນ ມີ​ສິ່ງ​ທີ່ພວກເຂົາເຈົ້າ​ຕ້ອງການ ​ສໍາລັບ​ຕໍ່ສູ້ກັບ​ການ​ຮຸກ​ຮານ​ຂອງ​ລັດ​ເຊຍ.

ໂດຍກ່າວຄໍາປາໄສ ​ກ່ອນ​ການ​ພົບ​ປະ​ກັບບັນດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງອົງການ NATO ຢູ່ນະຄອນຫຼວງບຣັສເຊີລສ໌, ທ່ານກູເລບາ ກ່າວ​ວ່າ ມັນ “ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ເຊື່ອ​ວ່າ ​ປະ​ເທດ​ຕາ​ເວັນ​ຕົກ​ຂາດ​ຄວາມ​ມຸ່ງ​ໝັ້ນ​ທາງດ້ານ​ການ​ເມືອງ” ເພື່ອ​ຂະ​ຫຍາຍ​ກຳ​ລັງ​ການ​ຜະ​ລິດ, ແຕ່​ວ່າ ​ມີ​ວຽກ​ງານທາງ​ດ້ານ​ເຕັກ​ນິກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ປະຕິບັດ ​ເພື່ອ​ຕອບ​ສະ​ໜອງ​ໃຫ້​ໄດ້ຕາມເປົ້າໝາຍ.

ທ່ານກູເລບາ ກ່າວ​ວ່າ ມັນ​ບໍ່​ພຽງ​ແຕ່​ຄວາມ​ປອດ​ໄພ​ຂອງ​ຢູ​ເຄຣນ​ເທົ່າ​ນັ້ນ ​ທີ່​ມີ​ຄວາມ​ສ່ຽງຢູ່​ໃນ​ສົງ​ຄາມ, ແຕ່​ຍັງ​ມີຄວາມໝັ້ນຄົງ ​ແລະ​ຄວາມ​ປອດ​ໄພ​ຂອງ​ພາກພື້ນ ຢູໂຣບແອັດແລນຕິກ (EuroAtlantic) ທັງ​ໝົດ. ທ່ານ​ຍັງ​ໄດ້​ກ່າວອີກ​ວ່າ “ບໍ່​ມີ​ຫຍັງ​ຈະ​ຢຸດ​ພວກ​ເຮົາໄດ້” ເນື່ອງຈາກ ຢູເຄຣນ ຍັງຄົງແນເປົ້າ​ໝາຍ​ໃສ່ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ ຂອງ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ.

ທ່ານກູເລບາ ກ່າວວ່າ "ພວກເຮົາຕ້ອງດໍາເນີນການຕໍ່ໄປ ພວກເຮົາຕ້ອງສູ້ຕໍ່ໄປ, ຢູເຄຣນຈະບໍ່ຖອຍຫລັງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG