ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ ຢູ​ເຄ​ຣນ ບຸກກວດ​ຄົ້ນ​​ໂຮງ​ຮຽນ​ສອນ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ນິ​ກາຍອໍ​ໂຕ​ດັອກ​ສ໌ ທີ່​ເຊື່ອມ​ໂຍງ​ກັບ ຣັດ​ເຊຍ


ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ຢູ​ເຄ​ຣນ ຢືນ​ຢູ່​ໃກ້​ທາງ​ເຂົ້າ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ນິ​ກາຍ​ອໍ​ໂຕ​ດັອກ​ສ໌ ເປ​ເຊ​ີ​ສ໌ ລາວ​ຣາ ກີ​ຢິບ, ທ່າມ​ກາງ​ການ​ໂຈມ​ຕີ​ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ. 22 ພະ​ຈິກ 2022.
ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ຢູ​ເຄ​ຣນ ຢືນ​ຢູ່​ໃກ້​ທາງ​ເຂົ້າ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ນິ​ກາຍ​ອໍ​ໂຕ​ດັອກ​ສ໌ ເປ​ເຊ​ີ​ສ໌ ລາວ​ຣາ ກີ​ຢິບ, ທ່າມ​ກາງ​ການ​ໂຈມ​ຕີ​ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ. 22 ພະ​ຈິກ 2022.

ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ​ເຂົາ​ເຈົ້າ​ໄດ້​ທຳ​ການ​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ນິ​ກາຍອໍ​ໂຕ​ດັອກ​ສ໌ ທີ່​ມີ​ຄວາມ​ສຳ​ຄັນ​ປະ​ຫວັດ​ສາດຂອງ ຣັດ​ເຊຍ ໃນ​ນະ​ຄອນຫຼວງ ກີ​ຢິບ ​ເ​ພື່ອ​ທີ່​ຈະ​ຕອບ​ໂຕ້​ຕໍ່ “ກິດ​ຈະ​ກຳ​ທີ່​ຖືກ​ສົງ​ໄສວ່າ ​ເປັນບ່ອນສ້າງ​ຄວາມ​ວຸ້ນ​ວາຍໂດຍອົງ​ການ​ສືບ​ລັບ​ຂອງ ຣັດ​ເຊຍ.”

ການ​ບຸກກວດ​ຄົ້ນ​ ທີ່ບໍ່​ປົກ​ກະ​ຕິ​ເປັນ​ຢ່າງ​ສູງ​ນັ້ນ ​ໄດ້​ເກີດ​ຂຶ້ນ ​ໃນ​ເມືອງ ເປ​ເຊີ​ສ໌ ລາວ​ຣາ (Pechersk Lavra) ຂອງ​ນະ​ຄອນຫຼວງ ກີ​ຢິບ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ມໍ​ລະ​ດົກ​ໂລກຂອງ​ອົງ​ການ UNESCO, ຫຼັງ​ຈາກພະ​ສົງ​ອົງ​ນຶ່ງ​ທີ່ນັ້ນ ໄດ້​ເວົ້າທີ່​ເປັນ​ການ​ສະ​ໜັບ​ສະ​ໜູນ ຣັດ​ເຊຍ, ທີ່​ເປັນ​ຜູ້​ບຸກ​ລຸກ ຢູ​ເຄ​ຣນ ໃນ​ພິ​ທີ​ສູດ​ມົນ​ເມື່ອບໍ່​ດົນ​ມານີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ ການກວດ​ຄົ້ນ​ດັ່ງ​ກ່າວ​ແມ່ນ​ຖືກ​ກະ​ຕຸ້ນ​ໂດຍ​ຄວາມ​ສົງ​ໄສ ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ປິດ​ບັງ ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ ຣັດ​ເຊຍ. ໂບດ​ອໍ​ໂຕ​ດັອກ​ສ໌ ຣັດ​ເຊຍ ແມ່ນ​ໄດ້​ສະ​ໜັບ​ສະ​ໜູນຕໍ່​ກາ​ນ​ບຸກ​ລຸກ​ ຢູ​ເຄ​ຣນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ຢ່າງ​ແຮງ, ໃນ​ຂະ​ນະ​ທີ່​ໂບດ​ອໍ​ໂຕ​ດັອກ​ສ໌​ຂອງ ຢູ​ເຄ​ຣນ ໄດ້​ຕັດ​ສາຍ​ພົວ​ພັນ​ກັບ​ສາ​ຂາ​ຂອງ​ໂບດ​ທີ່​ຖືກ​ຄວບ​ຄຸມ​ໂດຍ ມົ​ສ​ກູ.

ໜ່ວຍ​ຕໍ່​ຕ້ານ​ການ​ສືບ​ລັບ ແລະ ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ເຈົ້າ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ ​ໄດ້​ກວດ​ຄົ້ນ​ຕຶກ​ຕ່າງໆ​ສຳ​ລັບ​ອາ​ວຸດ​ທີ່​ຖືກ​ເຊື່ອງ​ໄວ ຫຼື ຄົນ​ຕ່າງ​ປະ​ເທດ ແລະ ການ​ສືບ​ລັບ​ທີ່​ອາດ​ເປັນ​ໄປ​ໄດ້.

ໃນນະ​ຄອນຫຼວງ ມົ​ສ​ກູ, ໂຄ​ສົກ​ວັງ ເຄ​ຣັມ​ລິນ ທ່ານ ດ​ມິ​ທ​ຣີ ເປັ​ສກອ​ຟ ໄດ້​ກ່າວ​ຫາ​ ພວກ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ກ່ຽວ​ກັບ “ການ​ເຮັດ​ສົງ​ຄາມ ​ກັບ​ໂບດ​ອໍ​ໂຕ​ດັອກ​ສ໌ ຣັດ​ເຊຍ.” ທ່ານ​ໄດ້​ກ່າວ​ວ່າ​ການກວດ​ຄົ້ນ​ແມ່ນ “ການ​ເຊື່ອມ​ໂຍງ​ອີກ​ອັນ​ນຶ່ງ​ໃນ​ຕ່ອງ​ໂສ້​ຂອງ​ການ​ກະ​ທຳ​ທີ່​ດຸ​ຮ້າຍ​ພວກ​ນີ້​ຕໍ່​ໂບດ ອໍ​ໂຕ​ດັອກ​ສ໌ ຣັດ​ເຊຍ.”

ພະ​ສັງ​ຄະ​ລາດ ຄີ​ຣິ​ລ໌ ແຫ່ງ ມົ​ສ​ກູ, ຜູ້​ທີ່​ເປັນ​ຫົວ​ໜ້າ ​ຂອງ​ໂບດ ອໍ​ໂຕ​ດັອກ​ສ໌ ຣັດ​ເຊຍ ນັ້ນ, ໄດ້​ອະ​ທິ​ບາຍ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ​ວ່າເປັນ “ຄວາມ​ດີ້ນ​ຮົນ​ທີ່​ເລື່ອນ​ລອຍ” ລະ​ຫວ່າງ ມົ​ສ​ກູ ກັບ ຕ​າ​ເວັນ​ຕົກ. ​ເພິ່ນ​ໄດ້​ກ່າວ​ປະ​ນາມ​ການກວດ​ຄົ້ນ ໃນນ​ອັງ​ຄານ​ວານນີ້​ວ່າ ເປັນ “ການ​ກະ​ທຳ​ຂົ່ມ​ຂູ່.”

ການກວດ​ຄົ້ນ​ຂອງ​ຢູ​ເຄ​ຣນ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ສູດ​ມົນ​ເມື່ອ​ວັນ​ທີ 12 ພ​ະ​ຈິກ​ຢູ່ທີ່​ໂບດ ເປ​ເຊີ​ສ໌ ລາວ​ຣາ ບ່ອນ​ທີ່ພະ​ສົງ​ອົງ​ນຶ່ງ ຖືກ​ຖ່າຍ​ວິ​ດີ​ໂອ​ເວົ້າ ກ່ຽວ​ກັບ “ການ​ຕື່ນ​ຂຶ້ນມາ” ຂອງ ຣັດ​ເຊຍ. ມີ​ການ​ຮ້ອງ​ເພງ (Russian World) ເພື່ອ​ຍົກ​ຍ້ອງ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG