ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ຢູ​ເຄ​ຣນ​ກ່າວ​ວ່າ ນ່ານ​ຟ້າ​ຂອງ​ຕົນ​ປອດ​ໄພ ຂະ​ນະ​ທີ່​ບາງ​ປະ​ເທດ ສັ່ງ​ໂຈະ​ຖ້ຽວ​ບິນ


ເຮືອ​ບິນ​ຂອງ​ສາຍ​ການ​ບິນ​ລູ​ຟ​ທານ​ຊາ ຂອງ​ເຢຍ​ຣະ​ມັນ ຈອດ​ຢູ່​ທີ່​ສະ​ໜາມ​ບິນ ​ນະ​ຄອນ​ແຟ​ຣງ​ເຟີດ ປະ​ເທດ​ເຢຍ​ຣະ​ມັນໃນ​ວັນ​ທີ 4 ພຶດ​ສະ​ພາ 2020. ​ເມື່ອວັນ​ທີ 21 ກຸມ​ພາ 2022 ຖ້ຽວ​ບິນຂອງສາຍ​ການ​ບິນ ​ລູ​ຟ​ທານ​ຊາ ​ໄດ້​ໂຈະ​ຖ້ຽວ​ບິນ ໄປ​ຍັງ​ຢູ​ເຄ​ຣນ.
ເຮືອ​ບິນ​ຂອງ​ສາຍ​ການ​ບິນ​ລູ​ຟ​ທານ​ຊາ ຂອງ​ເຢຍ​ຣະ​ມັນ ຈອດ​ຢູ່​ທີ່​ສະ​ໜາມ​ບິນ ​ນະ​ຄອນ​ແຟ​ຣງ​ເຟີດ ປະ​ເທດ​ເຢຍ​ຣະ​ມັນໃນ​ວັນ​ທີ 4 ພຶດ​ສະ​ພາ 2020. ​ເມື່ອວັນ​ທີ 21 ກຸມ​ພາ 2022 ຖ້ຽວ​ບິນຂອງສາຍ​ການ​ບິນ ​ລູ​ຟ​ທານ​ຊາ ​ໄດ້​ໂຈະ​ຖ້ຽວ​ບິນ ໄປ​ຍັງ​ຢູ​ເຄ​ຣນ.

ຢູ​ເຄ​ຣນ​ກ່າວໃນ​ວັນ​ຈັນ​ວານນີ້​ວ່າ ​ມີ​ປະ​ມານ 10 ສາຍ​ການ​ບິນໄດ້ຢຸດ​ເຊົາ​ການ​ບິນ​ໄປ​ປະ​ເທດ​ຢູ​ເຄ​ຣນ ທ່າມ​ກາງ​ການ​ເຕືອນ​ຂອງ​ສະ​ຫະ​ລັດ ​ກ່ຽວ​ກັບ​ການ​ໂຈມ ​ຕີ​ຂອງກຳ​ລັງ​ຣັດ​ເຊຍທີ່​ເຕົ້າ​ໂຮມ​ກຳ​ລັງ​ຢູ່​ໃນ​ເຂດ​ຊາຍ​ແດນ ແຕ່​ກໍ​ຢືນ​ຢັດ​ວ່າ​ເສັ້ນທາງ​ສຳ​ລັບ​ເຮືອ​ບິນ​ແມ່ນ​ຍິງ​ເປີດ​ຢູ່ ແລະ​ການ​ບິນ​ໄປ​ຍັງປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ຢູ​ໂຣບຕາ​ເວັນ​ອອກ​ດັ່ງ​ກ່າວ.

ສາຍ​ການ​ບິນ​ລູ​ຟ​ທານ​ຊາ​ ຂອງ​ເຢຍ​ຣະ​ມັນ ກ່າວ​ວ່າ ຖ້ຽວ​ບິນ​ໄປ​ຍັງ​ຢູ​ເຄ​ຣນ​ໄດ້ຢຸດ​ເຊົາ ເລີ້ມ​ແຕ່​ວັນ​ຈັ​ນ​ວານນີ້ ຮ່ວມ​ກັບສາຍ​ການ​ບິນ KLM ​ຊຶ່ງ​ໄດ້​ຢຸດ​ເຊົາ​ບິນໄປ​ຢູ​ເຄ​ຣນ​ແລ້ວນັ້ນ.

ສາຍ​ການ​ບິນ SAS ຂອງ​ສ​ແກນ​ດີ​ເນ​ເວຍ ກໍ​ໄດ້​ໂຈະ​ຖ້ຽວ​ບິນ​ປະ​ຈຳ​ອາ​ທິດ ໃນ​ຂະ​ນະ​ທີ່​ສາຍ​ການ​ບິນ​ແອ​ຟ​ຣັງ ໄດ້​ຕັດ​ສິນ​ໃຈ​ຍົກ​ເລີກ​ຖ້ຽວ​ບິນລະ​ຫວ່າງ​ປາ​ຣີ​ ຫາກີ​ຢິບ ໃນ​ວັນ​ອັງ​ຄານມື້ນີ້ ເພື່ອ “ເອົາ​ມາດ​ຕະ​ການ​ລະ​ມັດ​ລະ​ວັງ​ໄວ້.”

ລັດ​ຖະ​ມົນ​ຕີ​ພື້ນ​ຖານ​ໂຄງ​ລ່າງ ທ່ານ​ໂອ​ເລັກ​ຊານ​ເດີ ກູບ​ຣາ​ກັອບ ກ່າວໃນ​ການຖະ​ແຫຼງ​ຂ່າວ​ວ່າ “ການ​ຍົກ​ເລີກ​ຖ້ຽວ​ບິນໂດຍ​ສາຍ​ການ​ບິນ​ຕ່າງ​ປະ​ເທດ​ຈຳ​ນວນນຶ່ງ​ ໃນ​ເວ​ລານີ້ ແມ່ນ​ເນື່ອງ​ມາ​ຈາກ​ຂໍ້​ມູນ​ກ່ຽວ​ກັບ​ສະ​ຖາ​ນະ​ການທີ່​ພວມ​ຊຸດ​ໂຊມລົງແລະ​ບໍ່​ແມ່ນ​ຍ້ອນ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຖ້ຽວ​ບິນ.”

ທ່ານ​ບໍ່​ໄດ້​ບົ່ງ​ຊື່​ສາຍ​ການ​ບິນແລະ​ກ່າວ​ວ່າ “ລັດ​ຖະ​ບານ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ທົດແທນ​ຖ້ຽວ​ບິນ​ທີ່​ຍົກ​ເລີກ​ໄປ​ນັ້ນ.”

ທ່ານກູບ​ຣາ​ກັອບ ກ່າວ​ວ່າ ສາຍ​ການ​ບິນ​ລະ​ຫວ່າງ​ປະ​ເທດ​ຂອງ​ຢູ​ເຄ​ຣນ (UIA) ໄດ້​ເລີ້ມ​ຂາຍ​ປີ້​ແລ້ວ​ແລະ​ເພີ້ມ​ຄວາມ​ສາ​ມາດ​ຂອງ​ເຮືອ​ບິນ ໂດຍ​ຕື່ມ​ຖ້ຽວ​ບິນ​ແຕ່​ກີ​ຢິບ​ໄປ​ຫາ​ມິວ​ນິກ​ສ໌ ແລະ​ເຈ​ນີ​ວາ ຊຶ່ງ​ສາຍ​ການ​ບິນ​ລູ​ຟ​ທານ​ຊາ ບໍ່​ສາ​ມາດ​ປະ​ຕິ​ບັດງານ​ໄດ້​ນັ້ນ.

ສາຍ​ການ​ບິນ UIA ກ່າວ​ວ່າ ຕົນ​ຍິງ​ມີ​ເຮືອ​ບິນ ທີ່​ບິນ​ຮັບ​ສົ່ງ​ຜູ້​ໂດຍ​ສານ​ຢູ່ 13 ລຳ. ສາຍ​ການ​ບິນ​ດັ່ງ​ກ່າວ ມີ​ເຮືອ​ບິນ​ທັງ​ໝົດ 26 ລຳ ແຕ່ 9 ລຳໃນຈຳ​ນວນ​ນັ້ນ ໄດ້​ບິນ​ອອກ​ຈາກ​ປະ​ເທດ​ໃນ​ອາ​ທິດ​ແລ້ວ ເພື່ອ​ໄປ​ເກັບ​ຮັກ​ສາ​ໄວ້ ຢູ່​ຕາມ​ສະຖານ​ທີ່​ແຫ່ງ​ອື່ນໆ​ໃນ​ຢູ​ໂຣບ​ ຮວມ​ທັງ 7 ລຳ​ ເມື່ອ​ວັນ​ທີ 14 ກຸມ​ພາ​ພຽງ​ມື້​ດຽວ ອີງ​ຕາມ​ຂໍ້​ມູນ​ຂອງອົງ​ການ Flightradar24.

ການ​ບິນ​ອອກ​ໄປ​ຕ່າງ​ປະ​ເທດ​ດັ່ງ​ກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ສາຍ​ການ​ບິນ​ຂອງ​ຢູ​ເຄ​ຣນ​ເປີດ​ເຜີຍ​ໃຫ້​ຮູ້​ກ່ຽວ​ກັບ​ບັນ​ຫາ​ໃນ​ການ​ຊື້​ປະ​ກັນ​ໄພສຳ​ລັບ​ຖ້ຽວ​ບິນ​ຕ່າງໆ​ຂອງ​ຕົນໃນ​ຂະ​ນະ​ທີ່​ຣັດ​ເຊຍ​ເຕົ້າ​ໂຮມ​ກຳ​ລັງ​ຂະ​ໜາດ​ໃຫຍ່ ​ຢູ່​ຕາມ​ເຂດ​ຊາຍ​ແດນ​ຂອງ​ຢູ​ເຄ​ຣນນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG