ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ​ລູກ​ສອນ​ໄຟ ຣັ​ດ​ເຊຍ ຕົກ​ຢູ່​ໃກ້​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ


ພາບ​ແຈກ​ຢາຍ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ເມື່ອ​ວັນ​ທີ 19 ກັນ​ຍາ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ​ຢູ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ປິບ​ເດັນ​ນູ​ເຄ​ຣນ, ໃນ​ພາກ​ພື້ນ ມິ​ໂຄ​ລາ​ອິບ, ປະ​ເທດ ຢູ​ເຄ​ຣນ.
ພາບ​ແຈກ​ຢາຍ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ເມື່ອ​ວັນ​ທີ 19 ກັນ​ຍາ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ​ຢູ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ປິບ​ເດັນ​ນູ​ເຄ​ຣນ, ໃນ​ພາກ​ພື້ນ ມິ​ໂຄ​ລາ​ອິບ, ປະ​ເທດ ຢູ​ເຄ​ຣນ.

ຜູ້​ປະ​ຕິ​ບັດ​ການດ້ານ​ພະ​ລັງ​ງານ​ນິ​ວ​ເຄ​ລຍ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໄດ້​ຕົກ​ຢູ່​ໃກ້​ກັບ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ.

ອົງ​ການ ເອ​ເນີ​ໂກ​ອາ​ຕອມ (Energoatom) ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ລູກ​ສອນ​ໄຟ​ໄດ້​ຕົກ 300 ແມັດ​ຫ່າງ​ຈາກ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ປິບ​ເດັນ​ນູ​ເຄ​ຣນ (Pivdennoukrainsk) ແຕ່ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຕົາ​ປະ​ຕິ​ກອນ​ຂອງ​ມັນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ ເທ​ເລ​ແກ​ຣມ ເພື່ອ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ວ່າ “ຣັດ​ເຊຍ ໄດ້​ກໍ່​ໃຫ້​ທົ່ວ​ໂລກ​ເກີດ​ອັນ​ຕະ​ລາຍ. ພວກ​ເຮົາ​ຕ້ອງ​ຢຸດ​ມັນ​ກ່ອນ​ທີ່​ມັນ​ຈະ​ຊ້າ​ເກີນ​ໄປ.”

ໂຮງ​ໄຟ​ຟ້າ ປິບ​ເດັນ​ນູ​ເຄ​ຣນ ແມ່ນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ ຢູ​ເຄ​ຣນ. ໃຫຍ່​ທີ່​ສຸດ​ແມ່ນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ, ທີ່​ຖືກ​ປິດ​ນັບ​ຕັ້ງ​ແຕ່​ຕົ້ນ​ເດືອນ​ກັນ​ຍານີ້ ລຸນຫຼັງ​ການ​ລະ​ດົມ​ຍິງທີ່ ຣັດ​ເຊຍ ແລະ ຢູ​ເຄ​ຣນ ໄດ້​ຖິ້ມ​ໂທດ​ໃສ່​ກັນ.

ພ້ອມ​ກັນ​ນັ້ນ​ໃນ​ວັນ​ຈັນ​ວານນີ້, ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ກຸ່ມ ແວກ​ເນີ, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ໜ່ວຍ​ເສີມ​ການ​ທະ​ຫານ ທີ່​ດຳ​ເນີນ​ການ​ໂດຍ​ຜູ້​ມີ​ອຳ​ນາດ​ຊາວ ຣັດ​ເຊຍ ທ່ານ ເຢັ​ບ​ເກ​ນີ ປ​ຣີ​ໂກ​ຊິນ (Yevgeny Prigozhin), ແມ່ນ​ກຳ​ລັງ​ພະ​ຍາ​ຍາມ ​ທີ່​ຈະ​ເກນ​ຄົນ​ຮ້າຍ​ ທີ່​ຖືກ​ຕັດ​ສິນ​ໂທດ 1,500 ຄົນ​ເພື່ອ​ເຂົ້າ​ຮ່ວມ​ໃນ​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ. ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ຕື່ມ​ວ່າ, ແນວ​ໃດ​ກໍ່​ຕາມ, ຫຼາຍ​ຄົນ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເຂົ້າ​ຮ່ວມ.

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຄົນ​ນັ້ນ, ໃນ​ການ​ກ່າວ​ໂດຍ​ປະ​ສົງ​ບໍ່​ອອກ​ຊື່, ໄດ້​ບອກ​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ວ່າ “ຂໍ້​ມູນ​ຂອງ​ພວກ​ເຮົາ​ໄດ້​ລະ​ບຸ​ວ່າ ບໍ​ລິ​ສັດ ແວກ​ເນີ ໄດ້​ປະ​ສົບ​ກັບ​ການ​ສູນ​ເສຍ​ຢ່າງ​ໜັກ​ໃນ ຢູ​ເຄ​ຣນ, ໂດຍ​ສະ​ເພາະ​ ແລະ ຢ່າງບໍ່​ໜ້າ​ປະຫຼາດ​ໃຈ​ໃນ​ພວກ​ນັກ​ລົບ​ໄວ​ໜຸ່ມ ແລະ ບໍ່​ມີ​ປະ​ສົບ​ການ.”

ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ລາຍ​ງານ​ວ່າ ສະ​ຫະ​ພາບ​ຢູ​ໂຣບ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ກຸ່ມ ແວກ​ເນີ, ໂດຍ​ກ່າວ​ຫາ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ລັບ​ຕາງ​ໜ້າ​ໃຫ້​ວັງ ເຄ​ຣັມ​ລິນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG