ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກ​ສອນ​ໄຟຣັດ​ເຊຍ ຕົກ​ຖືກ​ຫໍ​ພິ​ພິດ​ທະ​ພັນ ໃນ​ເມືອງ ຄູ​ປຽນ​ສ໌ ຂອງ ຢູ​ເຄ​ຣນ

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ຂອງ​ຫໍ​ພິ​ພິດ​ທ​ະ​ພັນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາ​ຍ​ຢ່າງ​ໜັກ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ຄູ​ປຽນ​ສ໌, ຢູ​ເຄ​ຣນ, 25 ເມ​ສາ 2023. (Press service of the National Police of Ukraine in Kharkiv region/Handout via Reuters)

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ວ່າລູກ​ສອນ​ໄຟ ຣັດ​ເຊຍ ລູກ​ນຶ່ງ​ໄດ້​ຕົກ​ຖື​ກ​ຫໍ​ພິ​ພິ​ດ​ທະ​ພັນໃນ​ເມືອງ ຄູ​ປຽນ​ສ໌ ເມື່ອ​ວັນ​ອັງ​ຄາ​ນ​ວານນີ້, ເຮັດ​ໃຫ້​ຢ່າງ​ໜ້ອຍ 2 ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ອີກ 10 ຄົນ.

ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ຣັດ​ເຊຍ ແມ່ນ​ກຳ​ລັງ​ເຮັດ​ທຸກ​ຢ່າງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ເພື່ອ​ທຳ​ລາຍ​ປະ​ຫວັດ​ສາດຂອງ ຢູ​ເຄ​ຣນ​, ວັດ​ທ​ະ​ນະ​ທຳ ແລະ ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວຫຼັງ​ຈາກ​ການ​ໂຈມ​ຕີ​ເມືອງ ຄູ​ປຽນ​ສ໌ ວ່າ “​ເປັນການ​ສັງ​ຫານ​ປະ​ຊາ​ຊົນ ຢູ​ເຄ​ຣນ ດ້ວຍ​ວິ​ທີ​ທີ່​ປ່າ​ເຖື່ອນ​ຢ່າງ​ສິ້ນ​ເຊີງ. ພວກ​ເຮົາ​ບໍ່​ມີ​ສິດ​ທີ່​ຈະ​ລືມ ກ່ຽວ​ກັບ ມັນ​ແມ່ນ​ແຕ່​ວິ​ນາ​ທີ​ດຽວ. ພວກ​ເຮົາ​ຕ້ອງ ແລະ ຈະ​ຕອບ​ໂຕ້.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ຜູ້​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ “ຈະ​ຖືກ​ນຳ​ຕົວ​ມາ​ລົງ​ໂທດ​ຢ່າງ​ແນ່ນອນ ແລະ ຈະ​ບໍ່​ມີ​ຄວາມ​ເມດ​ຕາ.”

ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ຍຶດ​ເອົາ​ເມືອງ ຄູ​ປຽນ​ສ໌, ເຊິ່ງ​ແມ່ນ​ສູນ​ກາງ​ທາ​ງ​ລົດ​ໄຟ​ທີ່​ສຳ​ຄັນ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ, ໃນ​ລະ​ຫວ່າງ​ຕອນຕົ້ນໆ​ຂອງ​ການ​ບຸກ​ລຸກ ທີ່​ພວກ​ເຂົາ​ໄດ້​ເລີ່ມ​ຂຶ້ນ​ໃນ ຢູ​ເຄ​ຣນ ເມື່ອ​ປີ​ກາຍນີ້. ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຍາດ​ມາ​ຄືນ ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG