ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ກ່າວ​ວ່າ ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ແນ​ເປົ້າ​ໃສ່​ ນະ​ຄອນຫຼວງ ກີ​ຢິບ


ປະ​ຊາ​ຊົນ​ໃນ​ທ້ອ​ງ​ຖິ່ນ​ຢືນ​ຢູ່​ທາງ​ຂ້າງ​ຂຸມ​ຂະ​ໜາດ​ໃຫຍ່​ໃນ​ຈຸດ​ເກີດ​ເຫດ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃສ່ ຢູ​ເຄ​ຣນ, ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 11 ທັນ​ວາ 2023.
ປະ​ຊາ​ຊົນ​ໃນ​ທ້ອ​ງ​ຖິ່ນ​ຢືນ​ຢູ່​ທາງ​ຂ້າງ​ຂຸມ​ຂະ​ໜາດ​ໃຫຍ່​ໃນ​ຈຸດ​ເກີດ​ເຫດ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃສ່ ຢູ​ເຄ​ຣນ, ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 11 ທັນ​ວາ 2023.

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ຣັດ​ເຊຍ ໄດ້​ໂຈມ​ຕີ​ນະ​ຄອນຫຼວງ ກີ​ຢິບ ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 8 ລູກ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ ໃນ​ຄື້ນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງຫຼ້າ​ສຸດ ທີ່​ແນ​ເປົ້າ​ໃສ່​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣນ.

ກອງ​ທັບ​ອາ​ກາດ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ ລະ​ບົບ​ປ້ອງ​ກັນ​ໄພ​ທາງອາ​ກາດ​ໄດ້​ຍິງ​ລູກ​ສອນ​ໄຟ​ທັງ​ໝົດ 8 ລູກ​ຕົກ.

ເຈົ້າ​ຄອງ​ນະ​ຄອນຫຼວງ ກີ​ຢິບ ທ່ານ ວິ​ຕາ​ລີ ກ​ລິດ​ຈ​ໂກ ໄດ້​ກ່າວ​ວ່າ 4 ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ​ທາງ​ການ​ແພດ ຫຼັງ​ຈາກ​ເສດ​ຊາກ​ຈາກ​ນຶ່ງ​ໃນ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ຕົກ ໄດ້​ຕົກ​ໃນ​ເມືອງ​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​. ທ່ານ​ຍັງ​ໄດ້​ກ່າວ​ວ່າ​ເສດ​ຊາກ​ຂອງ​ລູກ​ສອນ​ໄຟ ​ຖືກ​ພົບ​ເຫັນ​ຢູ່​ສາງ​ແຫ່ງ​ນຶ່ງ, ແຕ່​ໄດ້​ກ່າວ​ວ່າ​ມັນ​ບໍ່​ມີ​ຄວາມ​ເສຍ​ຫາຍ​ຢູ່​ຈຸດ​ເກີດ​ເຫດ.

ກອງ​ທັບ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ ຣັດ​ເຊຍ ຍັງ​ໄດ້​ສົ່ງ​ໂດ​ຣນ 18 ລຳ​ຈາກ​ແຫຼມ​ໄຄ​ຣ​ເມຍ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ມາ​ໂຈມ​ຕີ, ແລະ ວ່າລະ​ບົບ​ປ້ອງ​ກັນ​ໄພທາງອາ​ກາດ ຢູ​ເຄ​ຣນ ໄດ້​ຍິງ​ມັນ​ຕົກທັງ​ໝົດ 18 ລຳ​ຢູ່​ພາກ​ໃຕ້​ຂອງ ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈະ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ອັງ​ຄານມື້​ອື່ນ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຂອງ​ທ່ານ ​ໄດ້​ຜັກ​ດັນ​ໃຫ້​ລັດ​ຖະ​ສະ​ພາ​ຮັບ​ຮອງ​ເອົາ​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ຕໍ່ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG