ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

​ຢູ​ເຄ​ຣນ ວ່າ​ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກຫຼາຍຫຼັງ


ພາບ​ຖ່າຍ​ຈາກ​ໂດ​ຣນ​ສະ​ແດງ​ໃຫ້​ເຫັນ​ຕຶກ​ອາ​ພາດ​ເມັ້ນ​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ໂປ​ລ​ຕາ​ວາ, ຢູ​ເຄ​ຣນ, 1 ກຸມ​ພາ 2025.
ພາບ​ຖ່າຍ​ຈາກ​ໂດ​ຣນ​ສະ​ແດງ​ໃຫ້​ເຫັນ​ຕຶກ​ອາ​ພາດ​ເມັ້ນ​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ໂປ​ລ​ຕາ​ວາ, ຢູ​ເຄ​ຣນ, 1 ກຸມ​ພາ 2025.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຣັ​ດ​ເຊຍ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຮືອນ ແລະ ຕຶກ​ອາ​ຄານ​ອື່ນໆ​ໃນຫຼາຍ​ພາກ​ພື້ນ.

ກອງ​ທັບ​ຂອງ ຢູ​ເຄ​ຣນ ກ່າວ​ວ່າ ​ລະ​ບົບ​ປ້ອງ​ກັນ​ອາກ​າດ​ຂອງ​ເຂົາ​ເຈົ້າ​ໄດ້​ຍິງ​ໂດ​ຣນ 37 ຈາກ 65 ລຳ​ຕົກ ທີ່​ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ສົ່ງ​ເຂົ້າ​ໄປ​ໃນ​ການ​ໂຈມ​ຕີ, ດ້ວຍ​ການ​ສະ​ກັດ​ກັ້ນ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ ເຊີ​ກາ​ຊີ, ເຊີ​ນີ​ຮິບ, ກີ​ຢິບ, ໂປ​ລ​ຕາ​ວາ ແລະ ຊູ​ມີ.

ຫ້ອງ​ການກອ​ງ​ທັບ​ພາກ​ພື້ນ ຊູ​ມີ ກ່າວ​ວ່າ​ ກາ​ນ​ໂຈມ​ຕີ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຮືອນ 8 ຫຼັງ ແລະ ໂຮງ​ຮຽນຫຼັງ​ນຶ່ງ​ໃນ​ພາກ​ພື້ນ.

ຜູ້​ປົກ​ຄອງ​ພາກ​ພື້ນ ເຊີ​ກາ​ຊີ ທ່ານ ອີ​ຮໍ ທາ​ບູ​ເຣັດ​ສ໌ ໄດ້​ກ່າວ​ໃນ Telegram ວ່າ ​ຊາກ​ຫັກ​ພັງ​ຈາກ​ໂດ​ຣນ​ທີ່​ຖືກ​ທຳ​ລາຍ​ໄດ້​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ຢູ່ສະ​ຖາ​ນ​ທີ່ທຸລະ​ກິດ​ສາມ​ແຫ່ງ.

ໃນ​ພາກ​ພື້ນ ກີ​ຢິບ, ບັ​ນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ຊາກ​ໂດ​ຣນ​ທີ່​ຕົກ​ລົງ​ມາ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ໂຮງ​ຮຽນຫຼາຍຫຼັງ ແລະ ສະ​ຖານ​ພະ​ຍາ​ບານຫຼັງ​ນຶ່ງ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້ນີ້​ວ່າ ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ພວກ​ເຂົາ ​ໄດ້​ທຳ​ລາຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ ຢູ​ເຄ​ຣນ ລູກ​ນຶ່ງ​ຢູ່​ເໜືອ​ທະ​ເລ ອາ​ຊອ​ຟ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ​ມີ​ຄວາມ​ເປັນ​ໄປ​ໄດ້ທີ່ທ່ານ​ອາດສົນ​ໃຈ​ໃນ​ການ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ ຢູ​ເຄ​ຣນ ໃນ​ການ​ແລກ​ປ່ຽນ​ກັບ​ການ​ເຂົ້າ​ຫາ​ແຮ່​ຫາ​ຍາກ​ຂອງ ຢູ​ເຄ​ຣນ.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ວ່າ “ພວກ​ເຮົາ​ໃຊ້​ເງິນຫຼາຍ​ຮ້ອຍ​ຕື້​ໂດ​ລາ. ເຂົາ​ເຈົ້າ​ມີ​ແຮ່​ຫາ​ຍາກ​ທີ່​ດີຫຼາຍ. ແລະ ຂ້ອຍ​ຢາກ​ໄດ້​ຄວາມ​ໝັ້ນ​ຄົງ​ຂອງ​ແຮ່​ຫາ​ຍາກ, ແລະ ເຂົາ​ເຈົ້າ​ກໍ​ຍິນ​ດີ​ທີ່​ຈະ​ເຮັດ.”

ແຮ່​ຫາ​ຍາກ​ໃນ ຢູ​ເຄ​ຣນ ລວມ​ມີ ລິ​ທຽມ ແລະ ໄທ​ເທ​ນຽມ. ມັນ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ເທັກ​ໂທ​ໂນ​ຈີ​ລະ​ດັບ​ສູງ​ທີ່​ທັນ​ສະ​ໄໝຫຼາຍ​ຢ່າງ.

ໃນການກ່າວຖະແຫລງປະຈຳວັນໃນວັນຈັນວານນີ້ ກ່ອນໜ້າການປະກາດຂອງທ່ານທຣຳ, ປະທານາທິບໍດີ ຂອງຢູເຄຣນ ໄດ້ເນັ້ນຢ້ຳວ່າ ປະເທດຈຳເປັນຕ້ອງປ້ອງກັນຕົນເອງ ຕໍ່ການໂຈມຕີຢ່າງຕໍ່ເນື່ອງຂອງຣັດເຊຍ. ທ່ານໄດ້ກ່າວວ່າ ຮັດເຊຍ ແມ່ນ “ເພັ່ງເລັງຕົ້ນຕໍ” ໃສ່ພາກພະລັງງານຂອງຢູເຄຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Ukrainian officials said Tuesday that Russian drone attacks overnight damaged houses and other buildings in multiple regions.

Ukraine’s military said its air defenses shot down 37 of the 65 drones that Russian forces launched in the attacks, with intercepts taking place in the Cherkasy, Chernihiv, Kyiv, Poltava and Sumy regions.

The Sumy Regional Military Administration said the attacks damaged eight houses and a school in the region.

Cherkasy Governor Ihor Taburets said on Telegram that debris from destroyed drones caused fires at three businesses.

In Kyiv, officials said falling drone debris damaged several schools and a clinic.

Russia’s Defense Ministry said Tuesday its air defenses destroyed a Ukrainian guided missile over the Sea of Azov.

U.S. President Donald Trump said Monday he possibly would be interested in continuing U.S. aid to Ukraine in exchange for access to Ukraine’s rare earth minerals.

“We’re putting in hundreds of billions of dollars. They have great rare earth. And I want security of the rare earth, and they’re willing to do it,” Trump told reporters at the White House.

Rare earth minerals like those in Ukraine include lithium and titanium. They are essential for an array of modern high-tech products.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG