ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ​ການ​ໂຈມ​ຕີ​ດ້ວຍເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ຣັດ​ເຊຍ ສັງ​ຫານ 3 ຄົນ​ ໃນ​ພາກ​ພື້ນ ກີ​ຢິບ


ພາບ​ສະ​ແດງ​ໃຫ້​ເຫັນ​ຕຶກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໂດຍ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ, ເມືອງ ຣີ​ສ​ຊີ, ພາກ​ພື້ນ ກີ​ຢິບ, ຢູ​ເຄ​ຣນ, 22 ມີ​ນາ 2023.
ພາບ​ສະ​ແດງ​ໃຫ້​ເຫັນ​ຕຶກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໂດຍ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ, ເມືອງ ຣີ​ສ​ຊີ, ພາກ​ພື້ນ ກີ​ຢິບ, ຢູ​ເຄ​ຣນ, 22 ມີ​ນາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ​ ຣັດ​ເຊຍ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 3 ຄົນ​ເສຍ​ຊີ​ວິດ​ໃນ​ພາກ​ພື້ນ ກີ​ຢິບ.

​ອົງ​ການ​ຮັບ​ມື​ກັບ​ເຫດ​ສຸກ​ເສີນ​ລັດ​ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ນັ້ນ​ແມ່ນ​ຖືກ​ສະ​ຖານ​ທີ່​ໂຮງ​ຮຽນ​ໃນ​ເມືອງ ຣິ​ສ​ຊີ (Rzhyshschiy), ປະ​ມານ 60 ກິ​ໂລ​ແມັດ​ທາງ​ພາກ​ໃຕ້​ຂອງ​ນະ​ຄອນຫຼວງ, ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ສະ​ຖານ​ທີ່​ພັກ​ຂອງ​ນັກ​ຮຽນ​ສອງ​ແຫ່ງ ແລະ ຕຶກ​ການ​ສຶກ​ສາ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ການ​ໂຈມ​ຕີ​ເມື່ອ​ຂ້າມ​ຄືນ​ຂອງ ຣັດ​ເຊຍ ປະ​ກອບ​ມີ “ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຄາດ​ຕະ​ກອນ​ຂອງ ອີ​ຣ່ານ 20 ລຳ, ບວກ​ກັບ​ລູກ​ສອນ​ໄຟຫຼາຍ​ລູກແລະ ການ​ລະ​ດົມ​ຍິງ​ເກີດ​ຂຶ້ນຫຼາຍ​ຄັ້ງ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ທຸກ​ຄັ້ງ​ບາງ​ຄົນ​ຈະ​ພະ​ຍາ​ຍາມ​ຟັງ​ຄຳ​ວ່າ “ສັນ​ຕິ​ພາບ” ໃນ​ມົ​ສ​ກູ, ເຊິ່ງ​ເປັນ​ອີກ​ຄຳ​ສັ່ງ​ນຶ່ງ​ທີ່​ຖືກບອກ​ຢູ່​ທີ່​ນັ້ນ​ສຳ​ລັບ​ການ​ໂຈມ​ຕີ​ອາ​ຊະ​ຍາ​ກຳ​ຕ່າງໆ​.”

ຜູ້​ນຳ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ຄວາມ​ສຳ​ເລັດ​ຂອງກອງ​ກຳ​ລັງ​ຂອງ​ທ່ານ “ຈະ​ນຳ​ເອົາ​ສັນ​ຕິ​ພາບ​ຫຍັບ​ໃກ້​ເຂົ້າ​ມາ” ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ​ທົ່ວ​ໂລກ ແລະ ການ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ລົງ​ໂທດ​ທີ່​ແນ​ເປົ້າ​ໃສ່ ຣັດ​ເຊຍ.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູຕິນ ໃນ​ວັນ​ອັງ​ຄາ​ນ​ວານນີ້​ໄດ້​ຍົກ​ຍ້ອງ​ແຜນ​ການ​ສັນ​ຕິ​ພາບ ​ທີ່​ຖືກ​ຮ່າງ​ຂຶ້ນ​ໂດຍ ຈີນ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ຕ້ອນ​ຮັບ​ຜູ້​ນຳ ຈີນ ທ່ານ ສີ ຈິ່ນ​ຜິງ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ກ່າວ​ຢ້ຳ​ເຖິງ​ຈຸດ​ຢືນ​ຂອງ​ທ່ານ​ວ່າ ຢູ​ເຄ​ຣນ ແລະ ບັນ​ດາ​ຄູ່​ຮ່ວມ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ ແມ່ນບໍ່​ຍິນ​ດີ​ທີ່​ຈະ​ພົວ​ພັນ​ໃນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ມີ​ແຕ່​ສາ​ມາດ​ເກີດ​ຂຶ້ນ​ໄດ້​ເມື່ອ ຣັດ​ເຊຍ ໄດ້​ຖອນກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ທັງ​ໝົດ​ອອກ​ຈາກ​ເຂດ​ແດນ​ຂອງ ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມີ​ໂອະ ຄິ​ຊິ​ດະ ສຳ​ລັບ​ການ​ເຈ​ລ​ະ​ຈາ​ໃນ​ນະ​ຄອນຫຼວງ ກີ​ຢິບ ເມື່ອ​ວັນ​ອັງ​ຄານ​ວານນີ້ ໃນ​ການ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຄັ້ງຫຼ້າ​ສຸດ​ຈາກ​ຜູ້​ນຳ​ໂລກ ທີ່​ທຳ​ການ​ຢຸດ​ແວ່​ໃນ​ໄລ​ຍະ​ສົງ​ຄາມ​ໃນ ຢູ​ເຄ​ຣນ.

ທ່ານ ຄິ​ຊິ​ດະ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ໃນ​ວັນ​ພຸດ​ມື້ນີ້​ວ່າ “ໄດ້​ໄປ​ຢ້ຽມ​ຢາມ ຢູ​ເຄ​ຣນ ເພື່ອ​ສະ​ແດງ​ຄວາມ​ເດັດ​ດ່ຽວທີ່​ແຂງ​ແກ່ນ​ຂອງກຸ່ມ G-7 ໃນ​ຖາ​ນະ​ເປັນ​ປະ​ທານ ແລະ ໄດ້​ເຫັນ​ສະ​ຖາ​ນະ​ການ​ດ້ວຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ໄດ້​ທຳ​ການ​ປຶກ​ສາ​ຫາ​ລື​ຢ່າງ​ເລິກ​ເຊິ່ງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລັນ​ສ​ກີ, ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຄັ້ງ​ໃໝ່​ທີ່​ຈະ​ນຳ​ໜ້າ​ໃນ​ຄວາມ​ພະ​ຍາ​ຍາມ​ເ​ພື່ອ​ສະ​ໜັບ​ສະ​ໜູນ​ລະ​ບຽບ​ສາ​ກົນ​ທີ່​ອີງ​ໃສ່​ລະ​ບຽບ​ກົດ​ໝາຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG