ການໂຈມຕີດ້ວຍໂດຣນຂອງ ຣັດເຊຍ ໄດ້ເຮັດໃຫ້ນຶ່ງຄົນເສຍຊີວິດ ແລະ ພື້ນຖານໂຄງລ່າງຢູ່ທ່າເຮືອ ໄດ້ຮັບຄວາມເສຍຫາຍໃນພາກພື້ນໂອເດຊາ ຂອງ ຢູເຄຣນ, ອີງຕາມການກ່າວຂອງຜູ້ປົກຄອງພາກພື້ນໃນວັນພະຫັດມື້ນີ້.
ທ່ານ ໂອເລ ຄີເປີ ໄດ້ກ່າວວ່າພາກພື້ນໂອເດຊາ ໄດ້ຖືກໂຈມຕີເປັນເວລາສອງຊົ່ວໂມງ, ແລະ ໃນຂະນະທີ່ລະບົບປ້ອງກັນອາກາດໄດ້ຍິງໂດຣນສ່ວນໃຫຍ່ຂອງ ຣັດເຊຍ ຕົກນັ້ນ, ບາງລຳແມ່ນໄດ້ລອດຜ່ານເຂົ້າມາ.
ທ່ານໄດ້ລະບຸຕົວຜູ້ເຄາະຮ້າຍວ່າ ເປັນຄົນຂັບລົດບັນທຸກ, ແລະໄດ້ກ່າວວ່າການໂຈມຕີດ້ວຍໂດຣນໄດ້ເຮັດໃຫ້ສາງແຫ່ງນຶ່ງ, ເຄື່ອງຍົກ ແລະ ລົດບັນທຸກທີ່ຢູ່ໃກ້ຄຽງແມ່ນ້ຳ ດານູບ ເກີດຄວາມເສຍຫາຍ.
ກອງທັບຂອງ ຢູເຄຣນ ໄດ້ກ່າວວ່າ ການໂຈມຕີທາງອາກາດຂອງ ຢູເຄຣນ ປະກອບມີໂດຣນທັງໝົດ 18 ລຳ ທີ່ແນເປົ້າໃສ່ພາກພື້ນໂອເດຊາ ໃນພາກໃຕ້ຂອງ ຢູເຄຣນ ແລະ ພາກພື້ນ ຄະແມລນິດສກີ ໃນພາກຕາເວັນຕົກຂອງປະເທດ.
ລະບົບປ້ອງກັນໄພທາງອາກາດຂອງ ຢູເຄຣນ ໄດ້ຍິງໂດຣນ 15 ຈາກ 18 ລຳຕົກ, ອີງຕາມການກ່າວຂອງກອງທັບ.