ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນລາຍງານວ່າ ການໂຈມຕີໂດຍລູກສອນໄຟຂອງຣັດເຊຍ ແມ່ນແນເປົ້າໝາຍໃສ່ນະຄອນຫຼວງກີຢິບ ແລະເມືອງລະວິບ


ແມ່ຍິງຄົນນຶ່ງ ຢືນຢູ່ໃນຫ້ອງຮຽນທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ, ທ່າມກາງການຮຸກຮານຢູເຄຣນຂອງຣັດເຊຍ, ໃນເມືອງລະວິບ, ຢູເຄຣນ, ວັນທີ 15 ກຸມພາ 2024.
ແມ່ຍິງຄົນນຶ່ງ ຢືນຢູ່ໃນຫ້ອງຮຽນທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ, ທ່າມກາງການຮຸກຮານຢູເຄຣນຂອງຣັດເຊຍ, ໃນເມືອງລະວິບ, ຢູເຄຣນ, ວັນທີ 15 ກຸມພາ 2024.

ຢູ​ເຄຣນ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ​ຄື້ນຂອງລູກ​ສອນ​ໄຟ​ຣັດ​ເຊຍ ​ທີ່ຍິງໃສ່ເປົ້າໝາຍໃນ​ຫຼາຍຂົງ​ເຂດ​ຂອງ​ປະ​ເທດ ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຢ່າງ​ໜ້ອຍ 6 ຄົນ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກ​ອາຄານ​ຫລາຍ​ຫລັງ.

ທ່ານມາກຊິມ ໂກຊິສກີ (Maksym Kozytskyi), ເຈົ້າຄອງພາກພື້ນ ລະວິບ ທີ່ຕັ້ງຢູ່ທາງພາກຕາເວັນຕົກຂອງຢູເຄຣນກ່າວວ່າ ມີ 3 ຄົນໄດ້ຮັບບາດເຈັບຢູ່ບໍລິເວນນັ້ນ ໃນຂະນະທີ່ລູກສອນໄຟໄດ້ທໍາລາຍຕຶກອາຄານທີ່ເປັນພື້ນຖານໂຄງລ່າງ ແລະເຮືອນຊານອີກຫຼາຍຫຼັງ.

ເຈົ້າ​ໜ້າ​ທີ່​ໃນ​ເມືອງຊາໂປຣິສເຊຍລາຍ​ງານ​ວ່າ ມີ 4 ຄົນ​ໄດ້​ຮັບ​ບາດ​ເຈັບ, ເຊິ່ງການໂຈມຕີຂອງ ຣັດເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂຮງ​ຮຽນ ແລະ​ຮ້ານ​ຄ້າ​ແຫ່ງ​ນຶ່ງ.

ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ ຍັງ​ໄດ້​ແນ​ເປົ້າ​ໝາຍ ໃສ່​ນະຄອນຫຼວງກີຢິບ ຂອງ​ຢູ​ເຄຣນ, ເຊິ່ງເປັນບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກອງກຳ​ລັງປ້ອງ​ກັນ​ໄພ​ທາງອາກາດ​ສາມາດ​ຍິງ​ລູກ​ສອນ​ໄຟ​ທັງ​ໝົດ​ລົງໄດ້ ​ແລະ​ບໍ່​ມີ​ລາຍ​ງານ​ວ່າ ມີຜູ້ໃດໄດ້ຮັບ​ບາດ​ເຈັບ.

ກອງທັບ​ອາກາດຂອງ​ຢູ​ເຄຣນ​ກ່າວ​ວ່າ ຣັດ​ເຊຍ​ໄດ້​ຍິງ​ລູກ​ສອນ​ໄຟລວມ​ທັງ​ໝົດ 26 ລູກ, ​ໃນ​ນັ້ນ​ ກອງກຳລັງ​ປ້ອງ​ກັນໄພ​ທາງອາກາດ​ຂອງ​ຢູເຄຣນ ສາມາດ​ທຳລາຍໄດ້​ເຄິ່ງນຶ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG