ບັນດາເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນພຸດວານນີ້ວ່າ ການໂຈມຕີທາງອາກາດຂອງຣັດເຊຍ ໃສ່ເມືອງເຄີຊອນ ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງຢູເຄຣນ ເຮັດໃຫ້ 9 ຄົນໄດ້ຮັບບາດເຈັບ ຮວມທັງເດັກນ້ອຍອີກ 4 ຄົນ.
ກອງທັບອາກາດຂອງຢູເຄຣນກ່າວວ່າ ກອງທັບຣັດເຊຍ ໄດ້ແນເປົ້າໝາຍໃສ່ຢູເຄຣນ ດ້ວຍການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ 19 ລຳ, ໃນນັ້ນ ເຮືອບິນບໍ່ມີຄົນຂັບຈໍານວນນຶ່ງ ໄດ້ແນເປົ້າໝາຍໃສ່ນະຄອນຫຼວງກີຢິບ, ເມືອງໂອເດຊາ, ເມືອງເຄີຊອນ ແລະອີກ 6 ພາກພື້ນ.
ກອງທັບກ່າວວ່າ ກອງປ້ອງກັນທາງອາກາດຂອງຢູເຄຣນ ໄດ້ຍິງເຮືອບິນບໍ່ມີຄົນຂັບ 18 ລຳ ໃນຈຳນວນ 19 ລຳຕົກ.
ທ່ານເຊີຮີ ປັອບໂກ (Serhiy Popko) ຜູ້ບັນຊາການກອງທັບ ເຂດນະຄອນ ຫຼວງກີຢິບກ່າວວ່າ ບໍ່ມີລາຍງານໃດໆກ່ຽວກັບຜູ້ບາດເຈັບ ຫຼື ເສຍຊີວິດໃນນະ ຄອນຫຼວງກີຢິບ ແລະບໍ່ມີລາຍງານຄວາມເສຍຫາຍອັນໃດ ຢູ່ໃນນະຄອນຫຼວງ.
ກອງທັບກ່າວວ່າ ຣັດເຊຍ ຍັງໄດ້ຍິງລູກສອນໄຟນໍາວິຖີສອງລູກໃສ່ເມືອງຄາກີບ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງຢູເຄຣນ.
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວໃນວັນອັງຄານແລ້ວນີ້ວ່າ ທາງກອງທັບໄດ້ຮ້ອງຂໍກຳລັງທະຫານຢູເຄຣນຕື່ມອີກ 450,000 ຫາ 500,000 ຄົນ ເພື່ອເສີມກຳລັງທະຫານຂອງປະເທດ ໃນຂະນະທີ່ພວກເຂົາເຈົ້າຕໍ່ສູ້ກັບ ຣັດເຊຍ.
ໃນລະຫວ່າງການຖະແຫຼງຂ່າວທ້າຍປີ, ທ່ານເຊເລັນສກີ ກ່າວວ່າ ຍັງບໍ່ມີການຕັດສິນໃຈຂັ້ນສຸດທ້າຍຕາມຄໍາຮ້ອງຂໍ ແລະເຈົ້າຫນ້າທີ່ລັດຖະບານທະຫານຂັ້ນສູງ ກໍາລັງດໍາເນີນການຫາລື ກ່ຽວກັບເລື່ອງນີ້ຢູ່.
ທ່ານກ່າວວ່າ “ຂ້າພະເຈົ້າກ່າວວ່າ ຂ້າພະເຈົ້າຕ້ອງການເຫດຜົນເພີ້ມເຕີມ ເພື່ອສະຫນັບສະຫນຸນການດໍາເນີນງານດັ່ງກ່າວນີ້. ເນື່ອງຈາກວ່າ ທໍາອິດ, ມັນເປັນຄໍາຖາມຂອງປະຊາຊົນ. ອັນທີສອງ, ມັນເປັນຄໍາຖາມຂອງຄວາມຍຸຕິທໍາ. ມັນເປັນຄໍາຖາມຂອງຄວາມສາມາດ ທາງດ້ານຄວາມໝັ້ນຄົງ. ແລະ ຄໍາຖາມກ່ຽວກັບການເງິນ."